ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມກົດລັບສະຫຼຸບວຽກງານຮອບດ້ານໃນໄລຍະ 5 ປີ


ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະນະປະຈຳພັກກະຊວງ ​ເປັນ​ປະທານຮອງຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ

     ໃນວັນທີ 25 ພະຈິກ 2020 ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານໃນໄລຍະ 5 ປີ ແລະ ວາງ
ທິດທາງແຜນການ 5 ປີຕໍ່ໜ້າ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສ
ນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມກົດລັບ, ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ຫ້ອງການ, ໂຮງຮຽນ, ຕະຫຼອດຮອດພະນັກງານ-ນັກ
ຮົບເຂົ້າຮ່ວມ.

     ສະຫາຍ ພັນເອກ ອຳພອນ ທະວີໄຊ ຫົວໜ້າ ກົມກົດລັບກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກເຊິ່ງໄດ້ໃຫ້
ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ຄະນະພັກ-ຄະນະບັນຊາພວກເຮົາໄດ້ເອົາໃສ່ໃຈຊີ້ນໍາບັນດາກົມກອງ, ພະແນກ-ຂະແໜງກົດລັບທຸກຂັ້ນໃນການສຶກສາອົບຮົມ
ການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບຂອງຕົນ ດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານ, ມະຕິຄຳສັ່ງ, ແນວທາງນະໂຍບາຍຂອງ
ພັກ, ກົດໝາຍຂອງລັດຂໍ້ກຳນົດກົດລະບຽບຕ່າງໆ ຂອງກອງທັບ, ໂດຍຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ. ໃນນີ້ໄດ້ຖືສໍາຄັນວຽກງານປະຈໍາການ
ຕະຫຼອດ 24 ຊົ່ວໂມງ, ເຮັດໃຫ້ວຽກງານເດີນຂ່າວລະຫັດລັບ, ຮັບ-ສົ່ງຄໍາສັ່ງ, ໂທລະເລກຂອງຂັ້ນເທິງມີຄວາມປິດລັບ, ຖືກຕ້ອງ, ວ່ອງໄວທັນເວລາ ແລະ
ມີຄວາມປອດໄພສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ, ພ້ອມນີ້ຍັງໄດ້ສຸມໃສ່ການພັດທະນາວິທະຍາສາດເຕັກນິກ ໃນການ
ຄົ້ນຄວ້ານໍາໃຊ້ອຸປະກອນເຕັກນິກຈັກລະຫັດກົດລັບ, ຂຶ້ນແຜນການ ອົບຮົມວຽກງານ ເພື່ອຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະເຕັກນິກ
ໃຫ້ພະນັກງານ, ນັກຮົບກົດລັບມີຄວາມຊໍານິຊໍານານໃນການປະຕິບັດໜ້າທີ່ ພ້ອມກັນນັ້ນໄດ້ຈັດຕັ້ງສຶກສາອົມຮົມວຽກງານກົດລັບ ຢູ່ບັນດາກົມກອງກຳລັງ
ຫຼວງ ແລະ ກໍາລັງທ້ອງຖິ່ນໄດ້ 11 ຊຸດ, ເປີດຊຸດອົບຮົມນໍາໃຊ້ຈັກລະຫັດ ໃຫ້ວິຊາການກົດລັບຢູ່ບັນດາກົມກອງໃນກອງທັບ ແລະ ປກສ 5 ຊຸດ. ຜ່ານການ
ປະຕິບັດຕົວຈິງໃນໄລຍະ 5 ປີຜ່ານມາ ພະນັກງານ-ນັກຮົບກົມກົດລັບ ແລະ ກົມກອງລວມໝູ່ໄດ້ຮັບການຍ້ອງຍໍສັນລະເສີນປະເພດຕ່າງໆ ຄື: ກົມກອງ
ແລະ ບຸກຄົນໄດ້ຮັບຫຼຽນໄຊປະເພດຕ່າງໆ ຈຳນວນ 571 ໜ່ວຍ, ໄດ້ຮັບຫຼຽນກາແຮງງານຈຳນວນ 658 ໜ່ວຍ, ໄດ້ຮັບໃບຍ້ອງຍໍປະເພດຕ່າງໆ ຈໍານວນ
1.486 ໃບ ແລະ ໄດ້ຮັບຫຼຽນກາລະນຶກປະເພດຕ່າງໆ ຈຳນວນໜຶ່ງ.