ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ຈັດພິທີຍ້ອງຍໍຄະນະນັກກີລາກອງທັບ
ທີ່ເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນທີ່ ຣັດເຊຍ


ພິທີຍ້ອງຍໍຄະນະນັກກີລາກອງທັບ

     ໃນວັນທີ 23 ຕຸລາ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີຍ້ອງຍໍຄະນະນັກກີລາກອງທັບ ທີ່ສໍາເລັດການເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນ
2020 ທີ່ ສ ຣັດເຊຍ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະ
ມົນຕີ ກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນ
ປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ອັນເດຼ ລີຄາຊອບ ທີ່ປຶກສາທູດປ້ອງກັນຊາດ ສ.ຣັດເຊຍ ປະຈໍາ ສປປ ລາວ, ມີສະ
ຫາຍ ພັນເອກ ອັນເຫມູ ຊຽບລົບ ຫົວໜ້າ ຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ປະຈໍາ ສປປ ລາວ, ມີບັນດາຄະນະນໍາບັນດາກົມ
ໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ບັນດານັກກີລາເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າ ກົມລົດຕັງ-ຍານເກາະ ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ການແຂ່ງຂັນກີລາການທະຫານສາ
ກົນ ຫຼື ອາມີເກມ 2020 ຢູ່ປະເທດ ຣັດເຊຍ ຄັ້ງນີ້, ມີທັງຫມົດ 32 ປະເທດເຂົ້າຮ່ວມແຂ່ງຂັນ, ມີ 30 ປະເພດກີລາ, ລວມທັງໝົດ 156 ທີມ, ມີ 5 ປະ
ເທດ ເປັນເຈົ້າພາບຮ່ວມ ຄື: ຣັດເຊຍ, ອາເຊັກໄບຊານ, ອາກເມນີເບລາຣຸດ ແລະ ອຸດສະເບກີດສະຖານ, ສໍາລັບກອງທັບປະຊາຊົນລາວສົ່ງເຂົ້າຮ່ວມແຂ່ງຂັນ
7 ປະເພດກີລາ, ໃນນີ້ນໍາໃຊ້ນັກກີລາເດີນທາງຈາກ ລາວ ມີ 2 ປະເພດ ຄື: ລົດຕັງ ແລະ ທີມເຕັກນິກຊ່າງແສງ, ນອກນັ້ນນໍາໃຊ້ນັກສຶກສາທີ່ກໍາລັງສຶກສາ
ຢູ່ປະເທດ ຣັດເຊຍ ເຂົ້າຮ່ວມ 5 ປະເພດກີລາ ຄື: ທີມປ້ອງກັນອາກາດ, ທີມເຄມີລັງສີຊີວະພາບ, ທີມທະຫານອາກາດກູ້ໄພສຸກເສີນ, ທີມສືບຂ່າວ, ທີມ
ເຕັກນິກຊ່ຽວຊານອາວຸດປືນລວມທັງໝົດ 84 ສະຫາຍ ການແຂ່ງຂັນຕົວຈິງເຫັນວ່າ: ທີມລົດຕັ້ງກອງທັບປະຊາຊົນລາວ ສາມາດຍາດໄດ້ອັນດັບທີ 2 ຂອງ
ກຸ່ມເບແຂ່ງຂັນທັງໝົດ 8 ປະເທດ, ທີມເຕັກນິກຊ່າງແສງສາມາດຍາດໄດ້ອັນດັບທີ 2 ມີ 3 ປະເທດ, ທີມປ້ອງກັນອາກາດໄດ້ອັນດັບທີ 2 ມີ 7 ປະເທດ,
ທີມປ້ອງກັນເຄມີລັງສີ ແລະ ຊີວະພາບໄດ້ອັນດັບທີ 2 ໃນສາຍນັກສຶກສາ ມີ 4 ປະເທດ, ທີມທະຫານອາກາດກູ້ ໄພສຸກເສີນໄດ້ອັນດັບທີ 4 ມີ 8 ປະເທດ,
ທີມສືບຂ່າວໄດ້ອັນດັບທີ 5 ມີ 10 ປະເທດ ແລະ ທີມເຕັກນິກຊ່ຽວຊານອາວຸດປືນສາມາດ ຍາດອັນດັບທີ 5 ມີ 8 ປະເທດ. ສັງລວມການຈັດອັນດັບຄະ
ແນນລວມສະສົມໃນການເຂົ້າຮ່ວມແຂ່ງຂັນຂອງນັກກີລາ ກອງທັບປະຊາຊົນລາວ ລະຫວ່າງ ວັນທີ 23 ສິງຫາ 5 ກັນຍາ ຜ່ານມາ, ກອງທັບປະຊາຊົນລາວ
ຖືກຈັດຢູ່ໃນອັນດັບທີ 5 ຮ່ວມກັບ ກອງທັບປະຊາຊົນຈີນ. ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ໃຫ້ຮູ້ຕື່ມວ່າ: ການເຂົ້າຮ່ວມເເຂ່ງຂັນກີລາການ
ທະຫານ ຢູ່ປະເທດ ຣັດເຊຍ ໃນຄັ້ງນີ້, ຖືເປັນໄຊຊະນະທີ່ຍາດໄດ້ຢ່າງຈົບງາມ ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ
ໃນແຕ່ລະໄລຍະພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ທຸກພາກສ່ວນມີຄວາມຕັດສິນໃຈສູງ ຕໍ່ມະຕິ
ຄໍາສັ່ງຂອງຂັ້ນເທິງ, ເຫັນໄດ້ຄວາມໝາຍຄວາມສໍາຄັນໃນການປະກອບສ່ວນເຂົ້າໃນການແຂ່ງຂັນ ໃນນາມຕົວແທນຂອງປະເທດຊາດ ແຕ່ລະທີມມີຄວາມ
ມານະອົດທົນຕັ້ງໜ້າທຸ້ມເທເຫື່ອແຮງສະຕິປັນຍາ ຈົນສາມາດຍາດໄດ້ຜົນສໍາເລັດຢ່າງຈົບງາມ. ເພື່ອສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະນັກກີລາກະ
ຊວງປ້ອງກັນປະເທດ ໄດ້ຈັດພິທີຍ້ອງຍໍຄະນະນັກກີລາ ກອງທັບປະຊາຊົນລາວ ທີ່ສໍາເລັດການເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນທີ່ປະເທດ ຣັດເຊຍ
ເປັນເຈົ້າພາບ. ໃນນັ້ນ, ກະຊວງ ປ້ອງກັນປະເທດຕົກລົງມອບ ຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໝູ່ ຈໍານວນ 3 ກົມກອງ ແລະ ບຸກຄົນຈໍາ
ນວນ 25 ສະຫາຍ, ປະດັບຫຼຽນໄຊ ພິລະອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ ຈໍານວນ 5 ກົມກອງ ແລະ ບຸກຄົນຈໍານວນ 17 ສະຫາຍ ແລະ ຕົກລົງ
ເລື່ອນ ຊັ້ນໃຫ້ພະນັກງານທີ່ມີຜົນງານດີເດັ່ນ; ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 3 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ ຈໍານວນ 2
ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 3 ສະຫາຍ, ປະດັບຊັ້ນ ຮ້ອຍໂທ ຈໍານວນ 2 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 2 ສະ
ຫາຍ ແລະ ຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດປະດັບຊັ້ນນາຍສິບ ຢູ່ ກົມໃຫຍ່ເສນາທິການກອງທັບ; ໃນນັ້ນ, ປະດັບຊັ້ນ
ສິບໂທ ຂຶ້ນ ວາທີ ຈໍານວນ 1 ສະຫາຍ. ໂອກາດນີ້, ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ທີມນັກ
ກີລາການທະຫານ ກອງທັບປະຊາຊົນລາວ ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕະຫຼອດຮອດ ພະນັກງານ-ນັກຮົບ ໃນທົ່ວກອງທັບ
ໂດຍ ສະເພາະແມ່ນບັນດາເຫຼົ່າຮົບຈົ່ງເຊີດຊູນໍ້າໃຈ ເສຍສະຫຼະ, ອົດທົນຜ່ານຜ່າ ຄວາມຫຍຸ້ງຍາກຕ່າງໆ, ປັບປຸງກໍາລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,
ມີລະບຽບວິໄນເຂັ້ມງວດ, ມີບົດບາດຢືນຢູ່ແຖວໜ້າ ແລະ ເປັນແບບຢ່າງໃນທຸກວຽກງານ ໂດຍສະເພາະ ແມ່ນດ້ານເຕັກນິກການທະຫານ ໃຫ້ເຂັ້ມແຂງ
ແລະ ທັນສະໄໝຕັ້ງຫນ້າເຝິກແອບຮໍ່າຮຽນທັງພາກທິດສະດີ ແລະ ພຶດຕິກໍາຕົວຈິງໃນຄັ້ງນີ້ນໍາໄປໝູນໃຊ້ໃນກົມກອງ ໃຫ້ມີຫມາກຜົນສູງສາມາດຕອບສະ
ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າາທີ່ວຽກງານໃຫ້ມີຜົນສໍາເລັດ ປະຕິບັດຄໍາສັ່ງ ຂອງຜູ້ບັນຊາ, ຮັກສາຄວາມສາມັກຄີພາຍໃນ ໃຫ້ເປັນປຶກ
ແຜ່ນແໜ້ນໜາ, ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາເພື່ອນມິດ ໂດຍສະເພາະແມ່ນເສີມຂະຫຍາຍສາຍພົວພັນມິດ
ຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ຫນັກແໜນ ແລະ ເພີ່ມທະວີຍິ່ງໆຂຶ້ນ.