ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະຣາຊະທູດ
ຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ


     ໃນວັນທີ 25 ກັນຍານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ກຽດຕິຄຸນ
ຊາດປະເສີດ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ, ເນື່ອງໃນໂອກາດສຳເລັດໜ້າທີ່ການທູ
ປະຈຳ ສປປ ລາວ.

     ທ່ານ ກຽດຕິຄຸນ ຊາດປະເສີດ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມືທີ່ດີຕະຫຼອດ
ໄລຍະເວລາທີ່ຕົນມາດຳລົງຕຳແໜ່ງ ເປັນເອກອັກຄະຣາຊະທູດຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມທັງໄດ້ລາຍງານການເຄື່ອນໄຫວປະຕິບັດໜ້າທ່ີຂອງຕົນໃນໄລ
ຍະຜ່ານມາໂດຍຫຍໍ້ ເປັນຕົ້ນການພົວພັນຮ່ວມມືກັນລະຫວ່າງສອງປະເທດ ລາວ-ໄທ ໃນດ້ານຕ່າງໆ ໄດ້ຮັບການພັດທະນາດີຂຶ້ນບໍ່ວ່າຈະເປັນທາງດ້ານເສດຖະກິດ, ວັດ
ທະນະທຳ- ສັງຄົມ ແລະ ການພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານ ຕ່າງໆ.

     ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເອກອັກຄະຣາຊະທູດຣາ ຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້
ເອົາໃຈໃສ່ໃນການປະຕິບັດໜ້າທີ່ການທູດຂອງຕົນຈົນສຳເລັດ ແລະ ມີໝາກຜົນທີ່ດີຫຼາຍດ້ານເປັນບາດກ້າວໜຶ່ງ ໃນການຮ່ວມມືລະຫວ່າງສອງປະເທດ ລາວ-ໄທ ທັງເປັນ
ການເສີມສ້າງສາຍພົວພັນຮ່ວມມືຖານບ້ານໃກ້ເຮືອນຄຽງ ທີ່ດີຕະຫຼອດໄປ ແລະ ອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່ທີ່ມີກຽດຂອງທ່ານ.