ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ 8 ປະຈຳໄຕມາດ III ປີ 2017


ພົນຕີ ຄຳລຽງ ອຸທະໄກສອນ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ 8 ປະຈຳໄຕມາດ III ປີ 2017

     ໃນວັນທີ 21 ກັນຍາ 2017 ນີ້, ກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ 8 ປະຈຳໄຕມາດ III ປະຈຳປີ 2017 ຢູ່ກອງພັນໃຫຍ່ 605 ໄດ້ເປັນ
ເຈົ້າພາບ ໂດຍການເປັນປະທານຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງ
ທັບ, ມີຄະນະພັກ-ຄະນະບັນຊາແຕ່ລະຫົວໜ່ວຍກົມກອງເຂດ 8 ເຂົ້າຮ່ວມເຊັ່ນ:

     ຜູ້ເຂົ້າຮ່ວມກອງປະຊຸມຕ່າງກໍໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານແຕ່ລະດ້ານຂອງກົມກອງເພື່ອເປັນການຖອດຖອນ ແລະ ແລກ
ປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເຊິ່ງແຕ່ລະພາກສ່ວນ, ກົມກອງໄດ້ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ປາກົດ
ການຫຍໍ້ທໍ້ຕ່າງໆ ພ້ອມກັນສູ້ຊົນແກ້ໄຂໃນຕໍ່ໜ້າ, ສັງຮວມແລ້ວໃນໄຕມາດ III 2017 ນີ້, ບັນດາກົມກອງຕ່າງໆໃນເຂດ 8 ໄດ້ສຸມໃສ່ຈັດຕັ້ງຊີ້ນຳໆພາ
ແລະ ປະຕິບັດບັນດາວຽກງານທີ່ປິ່ນອ້ອມຂອງກົມກອງ ໂດຍສະເພາະແມ່ນປະຕິ ບັດ 4 ໜ້າທີ່ໃຫຍ່ ແລະ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ
ວາງອອກຢ່າງຕັ້ງໜ້າ, ເປັນຕົ້ນແມ່ນວຽກງານການເມືອງນຳພາແນວຄິດ, ຈັດຕັ້ງເຊື່ອມຊຶມເນື້ອໃນເອກະສານຕ່າງໆ, ການປັບປຸງກໍ່ສ້າງກອງແຂງ-ໜ່ວຍພັກ
ຮູ້ນຳພາຮອບດ້ານ, ການປັບປຸງກໍ່ສ້າງກົມກອງ 3 ປອດ, ກົມກອງວັດທະນະທຳ, ນັກຮົບວັດທະນະທຳ, ການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເປັນລະບຽບ
ຮ້ອຍ, ວຽກງານຫັນລົງກໍ່ສ້າງຮາກຖານການເມືອງເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ການອົບຮົມຫັດແອບກຽມພ້ອມສູ້ຮົບ, ການປະດັບປະ
ດາສະຖານທີ່ຄ້າຍຄູໃຫ້ມີຄວາມສະອາດຈົບງາມ, ການປູກຝັງລ້ຽງສັດ ແລະ ວຽກງານອື່ນໆ.

     ທັງນີ້, ກໍເພື່ອສ້າງໃຫ້ຖັນແຖວກອງທັບພວກເຮົາມີຄວາມຮັບປະກັນໃນທຸກດ້ານ ແລະ ມີແບບແຜນທັນສະໄໝເທື່ອລະກ້າວ, ແບບແຜນວິທີເຮັດວຽກ
ໃຫ້ມີຄວາມກ້າວໜ້າ.