ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ ຄ 415 ” ນຳກຳລັງໄປຊ່ວຍເຫຼືອປະຊາຊົນ
ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງຊຽງເງິນ

     ເນື່ອງຈາກຝົນຕົກແຮງຕິດຕໍ່ກັນເປັນເວລາ 2 ວັນ ໃນວັນທີ18-19 ສິງຫາ ຜ່ານມານີ້, ເຮັດໃຫ້ເກີດມີນ້ຳໄຫຼຖ້ວມບ້ານເຮືອນໄຮ່ນາ, ຮົ້ວສວນຂອງ
ປະຊາຊົນຢູ່ບ້ານລ້ອງອໍ້, ບ້ານສວນຫຼວງ, ບ້ານນາສາ ເມືອງຊຽງເງິນ ແຂວງພະບາງ ໄດ້ຮັບຜົນເສຍຫາຍຫຼາຍພໍສົມຄວນ ຕໍ່ສະພາບການດັ່ງກ່າວຄະນະພັກ
ຄະນະບັນຊາກອງບັນຊາການທະຫານແຂວງຫຼວງພະບາງ ຈຶ່ງໄດ້ຈັດຕັ້ງນຳເອົາກຳລັງ ແລະພາຫະນະໃນກອງ “ຄ 415” ສົມທົບກັບກອງບັນຊາການທະຫານ
ເມືອງຊຽງເງິນ ແລະພາກສ່ວນຕ່າງໆພາຍໃນເມືອງດັ່ງກ່າວ ລົງຊ່ວຍເຫຼືອປະຊາຊົນຢູ່ບັນດາບ້ານທີ່ ໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳຖ້ວມຄັ້ງນີ້.

                                 
                                                            ອ້າຍນ້ອງໃນກອງ 415” ທະຫານແຂວງຫຼວງພະບາງ ລົງຊ່ວຍເຫຼືອປະຊາຊົນຂົນຍ້າຍເຄື່ອງຂອງໄປສູ່ບ່ອນປອດໄພ

     ຕໍ່ກັບສະພາບການດັ່ງກ່າວນີ້ ອຳນາດການປົກຄອງເມືອງຊຽງເງິນ ແລະກອງບັນຊາການທະຫານແຂວງຫຼວງພະບາງ ກໍໄດ້ລົງກວດກາຕິດຕາມຊຸກຍູ້
ແລະປະເມີນຜົນເສຍຫາຍຕົວຈິງ ພ້ອມນີ້ກໍໄດ້ຊີ້ນຳກຳລັງທຸກພາກສ່ວນເປັນເຈົ້າການຊ່ວຍເຫຼືອປະຊາຊົນອອກຈາກເຂດສ່ຽງໄພນ້ຳຖ້ວມໄປຢູ່ບໍລິເວນທີ່
ປອດໄພ ເປັນຕົ້ນແມ່ນໄດ້ຊ່ວຍປະຊາຊົນຂົນເຄື່ອງຂອງ ປົກປັກຮັກສາວັດຖຸສິ່ງຂອງບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະມາຮອດໃນຕອນແລງຂອງວັນທີ 20 ສິງ
ຫານີ້, ກໍເຫັນວ່າສະພາບໄດ້ຫັນເຂົ້າສູ່ພາວະປົກກະຕິເສັ້ນທາງກໍສາມາດໄປມາໄດ້.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012