ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຽມຄວາມພ້ອມໃຫ້ແກ່ບັນດາກອງປະຊຸມໃນຂອບທະຫານອາຊຽນທີ່ຍັງເຫຼືອ


     ກອງເລຂາອາຊຽນກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ແລະແຜນແບ່ງວຽກ ເພື່ອກະກຽມຄວາມພ້ອມໃຫ້ແກ່ບັນດາກອງປະຊຸມ ໃນຂອບທະຫານອາຊຽນທີ່ຍັງເຫລືອໃນທ້າຍປີ 2016 ນີ້ ຢູ່ທີ່ ຫ້ອງຮັບແຂກກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ພັນ ເອກ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມພົວພັນຕ່າງປະເທດ ຫົວຫນ້າຫນ່ວຍງານວິຊາການ ເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ສປປ ລາວ ຫົວຫນ້າ
ກອງເລຂາອາຊຽນກະຊວງປ້ອງກັນປະເທດ ເຊິ່ງມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

                                 
                                                        ພັນເອກ ໄພວັນ ຈັນທະພົມມາ ເປັນປະທານກະກຽມຄວາມພ້ອມໃຫ້ແກ່ບັນດາກອງປະຊຸມໃນຂອບທະຫານອາຊຽນທີ່ຍັງເຫຼືອ

     ການກະກຽມຄວາມພ້ອມໃຫ້ບັນດາກອງປະຊຸມໃນຂອບທະຫານອາຊຽນໃນທ້າຍປີ 2016 ຕົ້ນຕໍແມ່ນໄດ້ກວດກາຄືນຄວາມຄືບຫນ້າໃນການກະ
ກຽມເອກະສານເນື້ອໃນ, ສະຖານທີ່ພັກເຊົາ, ງົບປະມານ ເພື່ອຮັບໃຊ້ແກ່ກອງປະຊຸມສຳມະນາເຄືອຂ່າຍສະຖາບັນປ້ອງກັນຊາດອາຊຽນ (NADI) ທີ່ຈະຈັດ
ຂຶ້ນໃນລະຫວ່າງວັນທີ 18-21/10/2016 ທີ່ຈະມາເຖິງນີ້ ຢູ່ທີ່ແຂວງຫລວງພະບາງ ແລະກອງປະຊຸມອື່ນໆ.

     ໂອກາດນີ້ ພັນເອກ ໄພວັນ ຈັນທະພົມມາ ກໍໄດ້ຮຽກຮ້ອງໃຫ້ພະນັກງານວິຊາການທຸກພາກສ່ວນທີ່ກ່ຽວ ຂ້ອງຈົ່ງພ້ອມກັນເອົາໃຈໃສ່ເຮັດສຳເລັດ
ວຽກງານທີ່ຖືກແຕ່ງຕັ້ງໃຫ້ທັນກັບເວລາ, ພ້ອມກັນສ້າງຄວາມຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ການເປັນປະທານຂອງກອງປະຊຸມໃນຂອບ
ທະຫານອາຊຽນໃນຄັ້ງນີ້ ລຸລ່ວງໄປດ້ວຍດີ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012