ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຈາກພົນຕີຂຶ້ນຊັ້ນພົນໂທ


ສະຫາຍ ພັນຄໍາ ວິພາວັນ ປະດັບຊັ້ນພົນໂທໃຫ້ສະຫາຍພົນຕີປອທອງລອຍສີລິວົງ

     ພິທີປະກາດເລື່ອນຊັ້ນນາຍທະຫານຂັ້ນສູງຈາກຊັ້ນພົນຕີຂຶ້ນຊັ້ນພົນໂທໃຫ້ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ 2019 ນີ້, ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍເປັນກຽດເຂົ້າຮ່ວມ ແລະ
ປະດັບຊັ້ນ, ໂດຍ ສະຫາຍ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ,
ມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີກຳມະການສູນກາງພັກ, ຄະນະນໍາກະຊວງ
ປ້ອງກັນປະເທດ, ຄະນະພັກກົມ, ຫ້ອງການ, ອ້ອມຂ້າງກະຊວງປ້ອງກັນປະ ເທດເຂົ້າຮ່ວມ.

     ສະຫາຍ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍ
ທະຫານຊັ້ນພົນຕີຂຶ້ນຊັ້ນພົນໂທ ໂດຍອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ມາດຕາ 67 ຂໍ້ 06, ອີງຕາມກົດໝາຍວ່າດ້ວຍນາຍທະຫານສະ
ບັບປັບປຸງປີ 2018 ແລະ ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 73/ນຍ, ລົງວັນ ທີ 03 ກໍລະກົດ 2019. ດັ່ງນັ້ນ, ປະທານປະເທດ ແຫ່ງ ສາທາລະ
ນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ອອກລັດຖະດຳລັດເລກທີ 249/ປປທ, ລົງວັນທີ 19 ກໍລະກົດ 2019 ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຕີຂຶ້ນຊັ້ນ
ພົນໂທ.

     ໂອກາດນີ້, ສະຫາຍ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະນໍາກະຊວງປ້ອງກັນປະເທດ ແລະ ຜູ້ທີ່ໄດ້ຮັບເລື່ອນຊັ້ນ
ໃນຄັ້ງນີ້ວ່າ: ການເລື່ອນຊັ້ນໃນຄັ້ງນີ້ມັນເປັນ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນການຊີ້ນໍາບັງຄັບບັນຊາຂອງກໍາລັງປະກອບອາວຸດ ທັງເປັນການເຕີບໃຫຍ່
ຂະຫຍາຍຕົວໃນກໍາລັງປະກອບອາວຸດເຮັດໃຫ້ການບັງຄັບບັນຊາພາຍໃນມີຄວາມເຂັ້ມແຂງ, ຢັ້ງ ຢືນເຖິງຄວາມສໍາເລັດຢັ້ງຢືນເຖິງຜົນງານຂອງກົມກອງລວມໝູ່-ບຸກຄົນ,
ສະແດງເຖິງຄວາມເອົາໃຈໃສ່ຄວາມເຊື່ອໝັ້ນຂອງພັກ ຂອງກົມການເມືອງສູນກາງພັກ ຕໍ່ກໍາລັງປະກອບອາວຸດ ແລະ ເປັນການມອບໝາຍໜ້າທີ່ໃໝ່ອັນໜັກໜ່ວງ ແລະ ມີ
ກຽດສະຫງ່າງາມໃຫ້ແກ່ກໍາລັງປະກອບອາວຸດຂອງກອງທັບປະຊາຊົນລາວ, ອີກອັນໜຶ່ງກໍເພື່ອສືບຕໍ່ປະຕິບັດໜ້າທີ່ກໍ່ສ້າງກອງທັບປະຊາຊົນລາວ ໃຫ້ເປັນກອງທັບປະຕິວັດ
ທີ່ມີລະບຽບວິໄນ, ມີແບບແຜນ ແລະ ທັນສະໄໝ ຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ. ຕັ້ງໜ້າປັບປຸງກໍ່ສ້າງກອງທັບໃຫ້ ໜັກແໜ້ນທາງດ້ານການເມືອງ-ແນວ
ຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ຊາດ, ເປັນເສົາຄໍ້າອັນແໜ້ນແກ່ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ.