ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານນາຍົກລັດຖະມົນຕີລົງຕິດຕາມສະພາບນ້ຳຖ້ວມຢູ່ແຂວງອັດຕະປື

     ພາຍຫຼັງໄດ້ຮັບຂ່າວຢູ່ເມືອງສະໜາມໄຊ, ແຂວງອັດຕະປືໄດ້ຮັບຜົນກະທົບຈາກໄພພິບັດສຸກເສີນນໍ້າຖ້ວມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ
ໄດ້ປິດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກໍລະກົດ 2018. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮີບຮ້ອນເດີນທາງ
ໄປແຂວງດັ່ງກ່າວໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018. ພາຍຫຼັງເດີນທາງໄປເຖິງເມືອງສະໜາມໄຊ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້
ຮັບການຕ້ອນຮັບຈາກ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະ.


ທ່ານ ທອງລຸນ ສີສຸລິດ ລົງຕິດຕາມສະພາບນ້ຳຖ້ວມຢູ່ແຂວງອັດຕະປື

     ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ, ປະທານຕ້ານໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບການນໍ້າຖ້ວມຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ພ້ອມ
ດ້ວຍຄະນະຊາບວ່າ: ໃນເວລາ 14 ໂມງ ຂອງວັນທີ 23 ກໍລະກົດ 2018 ໄດ້ຮັບແຈ້ງຂ່າວຈາກບໍລິສັດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍກ່ຽວກັບສະພາບ
ປະລິມານນໍ້າຢູ່ພາຍໃນເຂື່ອນທີ່ຈະມີຄວາມສ່ຽງຕໍ່ຄວາມປອດໄພຂອງເຂື່ອນ. ດັ່ງນັ້ນ, ອໍານາດການປົກຄອງແຂວງ ຈິ່ງໄດ້ຮີບດ່ວນແຈ້ງໃຫ້ອໍານາດການປົກ
ຄອງເມືອງ ເພື່ອແຈ້ງຕໍ່ໄປຍັງບັນດາປະຊາຊົນພາຍໃນບ້ານທີ່ອາໄສຢູ່ເຂດບໍລິເວນດັ່ງກ່າວ ເພື່ອກະກຽມຍົກຍ້າຍອອກຈາກບ້ານດ່ວນ. ພາຍຫຼັງປະຊາຊົນ ໄດ້
ຮັບຂ່າວດັ່ງກ່າວແລ້ວຄອບຄົວຈໍານວນໜຶ່ງກໍໄດ້ພາກັນຮີບຮ້ອນອອກຈາກບ້ານຕົນເອງ, ສ່ວນປະຊາຊົນອີກຈໍານວນໜຶ່ງແມ່ນຍັງບໍ່ທັນສາມາດຍົກຍ້າຍ
ອອກໄດ້. ຫຼັງຈາກນັ້ນ, ເວລາ 19 ໂມງຂອງວັນດຽວກັນ. ນໍ້າ ຈິ່ງໄຫຼສຸເຂົ້າມາບັນດາບ້ານພາຍໃນເມືອງສະໜາມໄຊ ເຊິ່ງໃນນີ້ ມີຈໍານວນ 8 ບ້ານ (ບ້ານ
ຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານສະໝອງ, ບ້ານໂຕກກ່ອງ, ບ້ານໄຊດອນໂຂງ, ໜອງຫີນ), ກວມເອົາ 1.005 ຄອບຄົວ, ເຊິ່ງມີ
ພົນລະເມືອງ ຈໍານວນ 4.283 ຄົນທີ່ໄດ້ຮັບຜົນກະທົບໜັກ ແລະ ເສຍຫາຍຫຼາຍກວ່າໝູ່. ພາຍຫຼັງເກີດສະພາບດັ່ງກ່າວແລ້ວອໍານາດການປົກຄອງແຂວງ,
ເມືອງໄດ້ສົມທົບກັບທຸກກໍາລັງພາຍໃນແຂວງ ເຂົ້າຊ່ວຍເຫຼືອຜູ້ປະສົບໄພເຄາະຮ້າຍ. ປັດຈຸບັນຕາມການເກັບກໍາຂໍ້ມູນເບື້ອງຕົ້ນຢູ່ບ້ານໃໝ່ ໄດ້ມີຜູ້ເສຍຊີວິດ
ຈໍານວນ 7 ຄົນ, ເຮືອນເສຍຫາຍ 79 ຫຼັງ ແລະ ບ້ານໄຊດອນໂຂງຍັງບໍ່ທັນເຫັນ 20 ຄົນ, ສ່ວນບ້ານອື່ນໆ ແມ່ນຍັງສືບຕໍ່ເກັບກໍາຂໍ້ມູນ; ສໍາລັບບັນດາສັດ
ລ້ຽງຂອງປະຊາຊົນ ເປັນຕົ້ນ: ງົວ, ຄວາຍ ແລະ ສັດນ້ອຍແມ່ນຖືກນໍ້າພັດໄຫຼສຸໄປໝົດ. ການປະເມີນຜົນເສຍຫາຍຄັ້ງນີ້ ແມ່ນຍັງບໍ່ທັນສາມາດສະຫຼຸບໄດ້.
ໃນໂອກາດນີ້, ທ່ານ ຮອງເຈົ້າແຂວງ, ປະທານຕ້ານໄພພິບັດຂັ້ນແຂວງຍັງໄດ້ຂໍການຮ່ວມມື, ຊ່ວຍເຫຼືອຈາກບັນດາພາກສ່ວນທຸລະກິດ, ຫ້າງຮ້ານ, ບຸກຄົນ,
ນິຕິບຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ, ປັດໄຈ, ທຶນຮອນ ແລະ ເຫື່ອແຮງ ເພື່ອເຮັດ
ໃຫ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ປະສົບຜົນສໍາເລັດໂດຍໄວ.

     ພາຍຫຼັງໄດ້ຮັບຟັງການລາຍງານເພື່ອເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວ ໃຫ້ສໍາເລັດໂດຍໄວ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ການນໍາຂອງແຂວງ,
ເມືອງ ແລະ ທຸກພາກສ່ວນພາຍໃນແຂວງ ສຸມທຸກກໍາລັງເອົາໃຈໃສ່ ເປັນຕົ້ນ: 1. ໃຫ້ໜ່ວຍງານກູ້ໄພຮີບຮ້ອນສືບຕໍ່ຊ່ວຍເຫຼືອເພື່ອພະຍາຍາມຊອກຫາປະ
ຊາຊົນຜູ້ຍັງ ມີຊີວິດທີ່ຍັງຄ້າງຢູ່ພື້ນທີ່ໆມີຄວາມສ່ຽງຫຼາຍເທົ່າທີ່ຈະຫຼາຍໄດ້ ໂດຍນໍາໃຊ້ພາຫະນະ ທີ່ເຮົາມີເປັນຕົ້ນ: ພາຫະນະທາງອາກາດ,  ທາງນໍ້າ ແລະ
ທາງບົກ ແລ້ວແຕ່ເງື່ອນໄຂສະດວກ ແລະ ເໝາະສົມກັບສະພາບຕົວຈິງ; 2. ບັນດາປະຊາຊົນຜູ້ເຄາະຮ້າຍທີ່ຖືກບາດເຈັບ ແລະ ສາມາດນໍາມາສູນປິ່ນປົວໄດ້
ແລ້ວນັ້ນ ແມ່ນໃຫ້ເອົາໃຈໃສ່ເບິ່ງແຍງດ້ານຊີວິດການເປັນຢູ່, ດ້ານອາຫານ ການກິນເພື່ອເຮັດແນວໃດຈະຊ່ວຍຟື້ນຟູສະພາບຮ່າງກາຍ ແລະ ຈິດໃຈຂອງ
ເຂົາເຈົ້າໃຫ້ໄດ້ໄວ ເທົ່າທີ່ຈະໄວໄດ້; 3. ບັນດາແພດໝໍ, ພະຍາບານເອົາໃຈໃສ່ຕິດຕາມ, ປິ່ນປົວຊ່ວຍເຫຼືອ ບັນດາຄົນເຈັບທີ່ໄດ້ຮັບຜົນກະທົບຄັ້ງນີ້ທັງນີ້ກໍ
ເພື່ອຫຼີກລ້ຽງ ຄວາມສ່ຽງທີ່ຈະເກີດພະຍາດຕິດແປດ ຫຼື ເກີດພະຍາດອື່ນໆ ທີ່ຈະເກີດຂຶ້ນຕາມພາຍຫຼັງ; 4. ໃຫ້ຮີບຮ້ອນສັງລວມ, ເກັບກໍາບັນຊີຜູ້ທີ່ຍັງບໍ່
ທັນສາມາດ ຄົ້ນພົບເຫັນໃນແຕ່ລະບ້ານວ່າ ຍັງມີຈໍານວນເທົ່າໃດ ເພື່ອສະຫຼຸບຈໍານວນຕົວເລກ, ຄຽງຄູ່ກັນນັ້ນກໍໃຫ້ແຈ້ງໄປຍັງບັນດາແຂວງ ແລະ ບັນດາ
ປະເທດເພື່ອນບ້ານ ເພື່ອຊ່ວຍຕິດຕາມ ແລະ ເກັບກູ້ຊາກສົບຂອງຜູ້ເສຍຊີວິດ; 5. ໃຫ້ອໍານາດການປົກຄອງແຂວງ ສືບຕໍ່ຮີບຮ້ອນສ້າງຈຸດປະສານງານ ແລະ
ຈຸດບໍລິຈາກເຄື່ອງຊ່ວຍເຫຼືອຕ່າງໆເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນ ຫຼື ທຸກພາກສ່ວນໃນສັງຄົມ ທັງພາຍໃນ
ແລະ ຕ່າງປະເທດທີ່ຈະໃຫ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຄັ້ງນີ້. ໃນໂອກາດລົງມາຕິດຕາມຜູ້ປະສົບໄພນໍ້າຖ້ວມຄັ້ງນີ້ ທ່ານນາຍົກລັດຖະມົນຕີພ້ອມ
ດ້ວຍຄະນະຍັງໄດ້ໃຫ້ການຊ່ວຍເຫຼືອປະຊາຊົນ ບັນເທົາທຸກຜູ້ທີ່ໄດ້ຮັບຜົນກະທົບເບື້ອງຕົ້ນເປັນເງິນສົດຈໍານວນ 1,2 ຕື້ກີບ ແລະ ຢາປິ່ນປົວພະຍາດຈໍາ
ນວນ 200 ແກັດ.