ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ແລະ ກົມໃຫຍ່ເຕັກນິກ
ຈັດຕັ້ງເຜີຍແຜ່ສະພາບການຊາຍແດນລາວ-ກຳປູເຈຍ


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານຈັດຕັ້ງເຜີຍແຜ່ສະພາບການຊາຍແດນລາວ-ກຳປູເຈຍ

     ໃນວັນທີ 22 ມິຖຸນາ 2018 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຊື່ອມຊຶມເອກະສານການພົວພັນ
ມິດຕະພາບ, ຂໍ້ຜິດພາດບັນຫາຊາຍແດນ ແລະ ວິທີການແກ້ໄຂຮ່ວມກັນລະຫວ່າງ ລາວ-ກຳປູເຈຍ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ
ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມ ວສ-ປສ ການທະຫານ, ມີພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງ 100 ກວ່າສະຫາຍ.


ພັນເອກ ວິຊຽນ ສີສະອາດ ຂຶ້ນຜ່ານຄຳສັ່ງແນະ ນຳຂອງກົມໃຫຍ່ການເມືອງກອງທັບ
ກ່ຽວກັບການເຜີຍແຜ່ເອກະສານສະພາບການຊາຍແດນລາວ-ກຳປູເຈຍ

     ໃນພິທີ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ ໄດ້ຂຶ້ນຜ່ານຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບ
ການເຜີຍແຜ່ເອກະສານສະພາບການຊາຍແດນລາວ-ກຳປູເຈຍ, ສອງປະເທດລາວ ແລະ ກຳປູເຈຍ ແມ່ນມີມູນເຊື້ອຄວາມສາມັກຄີມາແຕ່ບູຮານນະການ
ມີມູນເຊື້ອ ແລະ ວັດທະນະທຳອັນດີງາມ ປະຊາຊົນສອງຊາດມີຄວາມສາມັກຄີ ແລະ ເຂົ້າອົກເຂົ້າໃຈກັນຖານບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ ວຽກ
ງານຊາຍແດນແມ່ນສອງຝ່າຍອີງໃສ່ 4 ຫຼັກການພື້ນຖານຮ່ວມກັນຄື: 1. ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ໄລຍະຕົກເປັນຫົວ
ເມືອງຂຶ້ນ ໂດຍອີງໃສ່ແຜນທີ່ 1/100.000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງພິມໃນປີ 1933-1953 ໂດຍພະແນກແຜນທີ່ຂອງອິນດູຈີນ, 2. ບົນພື້ນຖານ
ຕ່າງໆທີ່ສາກົນຮັບຮູ້ກ່ຽວກັບເສັ້ນຂີດໝາຍຊາຍແດນ, 3. ບົນພື້ນຖານຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງສືບທອດກັນມາຫຼາຍເຊັ່ນຄົນ, 4. ບົນ
ພື້ນຖານຂອງຄວາມສະເໝີພາບທ່ຽງທຳສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ ແລະ ກັນ, ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ ກັນ, ເປັນ
ເອກະພາບຢ່າງສົມບູນ ມາຮອດປີ 2000 ສອງຝ່າຍໄດ້ເລີ່ມສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນເຖິງປີ 2017 ສອງຝ່າຍໄດ້ສຳຫຼວດ ແລະ ປັກ
ຫຼັກໝາຍຕາມພື້ນທີ່ຕົວຈິງສຳເລັດ 465 ກິໂລແມັດ ເທົ່າກັບ 87% ປັກຫຼັກໝາຍສຳເລັດ 121 ຫຼັກ ຍັງບໍ່ທັນສຳເລັດ 13% ເຊິ່ງບໍລິເວນດັ່ງກ່າວແມ່ນ
ຍັງບໍ່ທັນສຳຫຼວດ ນັບແຕ່ຫຼັກໝາຍທີ 078 ລຽບຕາມສາຍນໍ້າເຊກອງຂຶ້ນຫາແກ້ງຕໍມໍຄອຍຫາ ຫ້ວຍຕະເງົາ ມີຄວາມຍາວ 24 ກິໂລແມັດ ຈາກແກ້ງຕໍ
ມໍຄອຍຫາ ແກ້ງກະໂຕນ 16 ກິໂລແມັດ.

     ຕໍ່ສະພາບການດັ່ງກ່າວການນຳລາວໄດ້ຊອກຫາຊ່ອງທາງແກ້ໄຂຢ່າງສັນຕິວິທີ ແລະ ເໝາະສົມຕາມແນວທາງຂອງພັກ-ລັດ ເພື່ອຮັກສາຜົນປະໂຫຍດ
ຂອງຊາດ, ຫຼີກລ້ຽງຈາກການປະທະກັນດ້ວຍກຳລັງ, ບໍ່ໃຊ້ຄວາມຮຸນແຮງແຂງກະດ້າງທີ່ຈະພາໃຫ້ເກີດຄວາມສູນເສຍຊີວິດ ແລະ ຊັບສິນຂອງປະຊາຊົນ.


ເຜີຍແຜ່ສະພາບການຊາຍແດນລາວ-ກຳປູເຈຍຢູ່ກົມໃຫຍ່ເຕັກນິກກອງທັບ

     ສ່ວນຢູ່ກົມໃຫຍ່ເຕັກນິກກອງທັບແມ່ນພາຍໃຕ້ການເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ພົນຈັດຕະວາ ຄຳພາ ສີພອນໄຊ ກຳມະການຄະນະພັກກະຊວງ
ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ.