ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເປີດນຳໃຊ້ຂົວດານໂລ-ຂົວຂ້າມນ້ຳໝອກຂອງກຸ່ມບ້ານຄັງວຽງ

     ໃນຕອນບ່າຍວັນທີ 19 ມິຖຸນາ 2017 ຜ່ານມານີ້, ຢູ່ທີ່ກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ໄດ້ເປີດນຳໃຊ້ຂົວດານໂລ-ຂົວຂ້າມນ້ຳໝອກ
ຂອງກຸ່ມບ້ານຄັງວຽງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະ-ຊີ້ນຳກຸ່ມບ້ານຄັງວຽງ, ມີທ່ານເຈົ້າໆ ເມືອງໆໝອກ, ມີບັນດາທ່ານຄະນະຊີ້ນຳ-ອະນຸກຳມະການ, ພະ
ນັກງານ-ນັກຮົບ ແລະ ບໍລິສັດຜູ້ຮັບເໝົາ ພ້ອມດ້ວຍອຳນາດການປົກຄອງທົ່ວກຸ່ມບ້ານຄັງວຽງເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ຕັດແຖບຜ້າແລະເປີດນຳໃຊ້ຂົວຢ່າງເປັນທາງການ

     ພັນໂທ ໂອພາດ ທຳມະທອງ ຫົວໜ້າການທະຫານກອງພັນກໍ່ສ້າງຂົວ-ທາງ 587 ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນນອນຢູ່ໃນການປະກອບ
ສ່ວນເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕາມການມອບໝາຍຂອງຂັ້ນເທິງ ໂດຍສະເພາະແມ່ນການກໍ່ສ້າງຂົວຂ້າມດານໂລຂ້າມນ້ຳໝອກແຫ່ງນີ້ກໍແມ່ນ
ໜຶ່ງກິດຈະການທີ່ກອງພັນໄດ້ຮັບການມອບໝາຍກໍ່ສ້າງ ໂດຍຕອບສະໜອງຕາມການສະເໜີຂອງອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບ້ານ
ຄັງວຽງໃນການກໍ່ສ້າງຂົວຂ້າມນ້ຳໝອກ ກໍເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ທຳມາຫາກິນຂອງພໍ່ແມ່ປະຊາຊົນກະຊວງປ້ອງກັນ
ປະເທດ ໄດ້ຂຶ້ນແຜນການອັນເລັ່ງດ່ວນໃນການກໍ່ສ້າງຂົວບັອກແຫ່ງນີ້ ໂດຍມອບໃຫ້ກອງພັນກໍ່ສ້າງຂົວ-ທາງ 587 ເຫຼົ່າຊ່າງແສງເປັນຫົວໜ່ວຍຮັບເໝົາກໍ່
ສ້າງຕາມສັນຍາສະບັບເລກທີ 371/ກຊສ ລົງວັນທີ 2 ພຶດສະພາ 2017 ໂດຍນຳໃຊ້ງົບປະມານປະຈຳປີຂອງກະຊວງປ້ອງກັນປະເທດດ້ວຍຮູບການລົງທຶນ
ກ່ອນ, ການກໍ່ສ້າງຂົວແຫ່ງນີ້ ເບື້ອງຕົ້ນແມ່ນຂື້ນແຜນການກໍ່ສ້າງເປັນຂົວເບເລແຕ່ຜ່ານການສຳຫຼວດເຕັກນິກ ແລະ ການສົມທຽບດ້ານຕ່າງໆໄດ້ປ່ຽນເປັນ
ການກໍ່ສ້າງເປັນຂົວບັອກດານໂລເບຕົງເສີມເຫຼັກຂະໜາດຍາວທັງໝົດລວມທັງແຜ່ນສະແລບ 29,49 ແມັດ, ກວ້າງທັງໝົດ 7 ແມັດ, ໜ້າທາງສັນຈອນ
6,5 ແມັດ, ຄວາມສູງ 5,6 ແມັດ, ມີ 4 ຊ່ອງນ້ຳໄຫຼ, ຮັບນ້ຳໜັກສັນຈອນໄດ້ 20 ໂຕນ, ຕາມເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ການຈັດ
ຕັ້ງປະຕິບັດການກໍ່ສ້າງເລີ່ມກໍ່ສ້າງໄລຍະທີ 1, ເລີ່ມສຳຫຼວດກຽມກໍ່ສ້າງຕາມແຜນເບື້ອງຕົ້ນວັນທີ 5 ພຶດສະພາ 2016 ຮອດ 6 ມິຖຸນາ 2016 ຍົກເລີກ
ສັນຍາຍ້ອນສະພາບພື້ນທີ່ບໍ່ເໝາະສົມ, ມູນຄ່າການກໍ່ສ້າງສູງ, ໄລຍະທີ 2 ແຕ່ວັນທີ 9 ພະຈິກ 2016 ແລະ ສຳເລັດຕາມແຜນການໃນວັນທີ 7 ເມສາ
2017 ລວມເກືອບ 5 ເດືອນ ເຊິ່ງບັນດາໜ້າວຽກປະກອບມີຄື: ວຽກອະນາໄມສະຖານທີ່, ວຽກຈົກຕີນເສົາສົ້ນຂົວ, ຈົກດິນລຳຕົວບັອກ ພ້ອມທັງແກ້
ບວມເທກັນເປື້ອນກໍ່ສ້າງຮາກຖານ, ວຽກກໍ່ສ້າງຕົວບັອກ ແລະ ຝາປິດ, ກໍ່ສ້າງກະຕ່າຫີນຕ້ານເຈື່ອນ ແລະ ເທລິບແລບຕ້ານເຈື່ອນ, ກໍ່ສ້າງເສັ້ນທາງເຂົ້າ
ອອກທາງສອງດ້ານຂອງບັອກຮອດຊັນຊັບເບສຄວາມຍາວ, ກໍ່ສ້າງຮ່ອງລະບາຍນ້ຳຕິດຕັ້ງຮາວກັນຕົກ, ມູນຄ່າການກໍ່ສ້າງທັງໝົດບໍລິຫານ ແລະ ພັນທະ
ງົບປະມານ 3.824.810.000 ກີບ.

     ຈາກນັ້ນ, ກໍໄດ້ເຊັນສັນຍາມອບຂົວດັ່ງກ່າວລະຫວ່າງທ່ານປະທານບໍລິສັດ ແລະ ພັນເອກ ປອ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມຊ່າງແສງກົມ
ໃຫຍ່ເສນາທິການກອງທັບ, ຈາກນັ້ນ ກໍໄດ້ມອບຂົວແຫ່ງນີ້ໃຫ້ແກ່ທ່ານເຈົ້າເມືອງໆໝອກເປັນຜູ້ປົກປັກຮັກສາ ແລະ ນຳໃຊ້, ຫຼັງຈາກນັ້ນທ່ານປະທານບໍລິ
ສັດ ແລະ ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍເຈົ້າເມືອງ ແລະ ພະນັກງານທີ່ກ້ຽວຂ້ອງ ກໍພ້ອມກັນຕັດແຖບຜ້າ ແລະ ເປີດນຳໃຊ້ຂົວຢ່າງເປັນ
ທາງການ.