ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຸມໃສ່ກໍ່ສ້າງກອງຕົວແບບວຽກງານເຕັກນິກໃຫ້ຫຼາຍກວ່າເກົ່າ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ກ່າວໃນໂອກາດເຂົ້າຮ່ວມປິດກອງປະຊຸມວຽກງານເຕັກນິກທົ່ວກອງ
ທັບ ປະຈຳປີ 2016-2017 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ມິຖຸນາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເຕັກນິກກອງທັບ, ເຊິ່ງມີ ທ່ານ ພົນຕີ
ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະນໍາ 3 ກົມໃຫຍ່, ຫ້ອງວ່າການກະຊວງ
ແລະ ບັນດາຕົວແທນຄະນະພັກ-ຄະນະບັນຊາຈາກກົມກອງກໍາລັງຫລວງ-ກໍາລັງທ້ອງຖິ່ນທີ່ເຮັດວຽກງານເຕັກນິກໃນທົ່ວກອງທັບເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ກ່າວໃນໂອກາດເຂົ້າຮ່ວມປິດກອງປະຊຸມວຽກງານເຕັກນິກທົ່ວກອງທັບ ປະຈຳປີ 2016-2017

     ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ກ່າວຕື່ມອີກວ່າ: ບັນດາສະຫາຍທີ່ເຮັດວຽກງານເຕັກນິກ ຈົ່ງພ້ອມກັນຕັ້ງໜ້າຜັນຂະຫຍາຍແຜນງານຮັບ
ປະກັນວຽກງານເຕັກນິກ, ຍູ້ແຮງການຄຸ້ມຄອງບົວລະບັດຜັດເຊັດ, ການນຳໃຊ້ພາຫະນະ ແລະ ອາວຸດຍຸດໂທປະກອນເຕັກນິກໃຫ້ສາມາດນຳໃຊ້ໄດ້ຍາວນານ
ລວມທັງກຸ່ມສາງທີ່ເກັບມ້ຽນ, ການນຳໃຊ້ງົບປະມານໃຫ້ມີຄວາມໂປ່ງໃສນຳໃຊ້ຖືກເປົ້າໝາຍ ແລະ ປະຢັດ, ພ້ອມນັ້ນ ບັນດາຫົວໜ່ວຍການຜະລິດກໍໄດ້ມີ
ຫຼາຍຜະລິດຕະພັນຂຶ້ນກວ່າເກົ່າ, ຜະລິດຕໍ່ເນື່ອງ ແລະ ມີຄຸນນະພາບ ທັງຜະລິດຮັບໃຊ້ກອງທັບ ແລະ ຜະລິດອອກຮັບໃຊ້ສັງຄົມ ເພື່ອສ້າງລາຍຮັບສູງຂຶ້ນ
ເປັນກ້າວໆ, ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພະນັກງານເຫຼົ່າຮົບເຕັກນິກໃຫ້ໄດ້ທາງດ້ານຈຳນວນ ແລະ ຄຸນນະພາບ, ພ້ອມກັນນັ້ນ ພາຍຫຼັງກອງປະຊຸມສຳ
ເລັດ ບັນດາສະຫາຍກັບຄືນກົມກອງ-ທ້ອງຖິ່ນຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນ ປະຊຸມປຶກສາຫາລື ແບ່ງຄວາມຮັບຜິດຊອບໃຫ້ກັນ ແລະ ກັນລະ
ອຽດ ເພື່ອສຸມໃສ່ຈັດຕັ້ງປະຕິບັດແຜນການໃນຕໍ່ໜ້າທີ່ກອງປະຊຸມທີ່ຮັບຮອງເອົາແລ້ວໃຫ້ປາກົດຜົນເປັນຈິງ.

     ໂອກາດກ່າວປິດກອງປະຊຸມດັ່ງກ່າວ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສະຫຼຸບສັງລວມ ແລະ ຕີລາຄາຜົນສຳເລັດ
ການຈັດຕັ້ງປະຕິບັດວຽກງານເຕັກນິກໃນແຕ່ລະດ້ານ ເປັນຕົ້ນແມ່ນໄດ້ສຳເລັດການປະກາດສ້າງຕັ້ງ ແລະ ປັບປຸງບູລະນະການຈັດຕັ້ງຂະແໜງການເຕັກນິກ
ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ກໍ່ສ້າງ-ອົບຮົມວຽກງານເຕັກນິກຢູ່ພາຍໃນ ແລະ ຕ່າງປະເທດ, ເຄື່ອນໄຫວຮັບປະກັນການບົວ ລະບັດສ້ອມແປງພາຫະນະ
ອາວຸດຍຸດໂທປະກອນໃຫ້ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ຄົ້ນຄວ້າດັດແປງຕິດຕັ້ງປືນໃຫຍ່ໃສ່ລົດ, ສ້າງຂໍ້ກຳນົດກ່ຽວກັບວຽກງານເຕັກນິກທົ່ວກອງ
ທັບ, ປັບປຸງບູລະນະໂຄງລ່າງ, ສາງຄັງ ແລະ ພັດທະນາພື້ນຖານອຸດສາຫະກຳປ້ອງຊາດ ເຊິ່ງເປັນຜົນງານຂັ້ນພື້ນຖານ ແລະ ເປັນໃບໜ້າໃໝ່ໃຫ້ແກ່ຂະແໜງ
ການເຕັກນິກ. ຕໍ່ຜົນສຳເລັດທີ່ພວກເຮົາຍາດມາໄດ້ນັ້ນມັນແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການເຕັກນິກ, ມັນໄດ້ສ້າງບາດລ້ຽວໃໝ່ໃນ
ການຮັບປະກັນພາຫະນະອາວຸດຍຸດໂທປະກອນເຕັກນິກໃຫ້ແກ່ກອງທັບ ບົນພື້ນຖານການປະກອບສ່ວນອັນສຳຄັນຂອງບັນດາສະຫາຍພະນັກງານເຕັກນິກ
ແຕ່ລະຂັ້ນ.