ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສະຫຼຸບຖອດ​ຖອນ​ບົດຮຽນ
ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

.

     ວັນທີ 22 ພຶດສະພາ 2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ (ວສ-ປສ) ໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍພັກ, ພະ
ນັກງານ, ສະມາຊິກພັກເຂົ້າຮ່ວມ.

     ສະຫາຍ ພັນໂທ ສຸລິຍົງ ໄຊຍະວົງ ຮັກສາການຫົວໜ້າ ພະແນກການເມືອງ ຂຶ້ນຜ່ານບົດສະຫຼຸບຖອດຖອນບົດຮຽນການສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ,
ອີງຕາມຄຳສັ່ງແນະນຳຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ ວ່າດ້ວຍການຊຸກຍູ້ຂະບວນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ແລະ
ການຮັບຮອງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ກົມ ວສ-ປສ ການທະຫານ ປະຈຳປີ 2020, ຄະນະພັກຮາກຖານ
ກົມ ວສ-ປສ ການທະຫານ ໄດ້ສະຫຼຸບຕີລາຄາການສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະຜ່ານມາ ເຊິ່ງສາມາດຕີລາຄາໃນແຕ່ລະດ້ານຄືດັ່ງນີ້: ຄະນະພັກຮາກ
ຖານກົມ ວສ-ປສ ການທະຫານ ແມ່ນຄະນະພັກຮາກຖານໜຶ່ງຢູ່ໃຕ້ການຊີ້ນຳ-ນຳພາ ໂດຍກົງຮອບດ້ານຂອງ ຄະນະພັກກະຊວງປ້ອງກັນປະເທດ ມີໜ້າທີ່ຊີ້ນຳ-ນຳພາ ກົມ
ວສ- ປສ ການທະຫານ ປະຕິບັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ ໃຫ້ສຳເລັດຜົນເປັນເສນາທິການໃຫ້ ຄະນະພັກ ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານ
ວິທະຍາສາດ-ປະຫວັດສາດ ການທະຫານ ໃນທົ່ວກອງທັບ, ດ້ານການເມືອງແນວຄິດ, ໃນປີຜ່ານມາ, ພະນັກງານ-ສະມາຊິກພັກຢູ່ໃນກົມກອງທຸກສະຫາຍ ແມ່ນໄດ້ຮັບ
ການສຶກສາອົບຮົມການເມືອງນຳພາແນວຄິດຢ່າງ ທົ່ວເຖິງເປັນຕົ້ນແມ່ນ ໄດ້ຄົ້ນຄວ້າຮໍ່າຮຽນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ
ຄະນະພັກ ກະຊວງປ້ອງກັນປະເທດ, ຮັບຟັງປາຖະກະຖາເລົ່າມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ວັນສາກົນຕ່າງໆ, ເຮັດສຳເລັດໜ້າທີ່ການເມືອງ ທີ່
ການຈັດຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ, ດ້ານວຽກງານວິຊາສະເພາະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳແຕ່ລະໜ່ວຍພັກຢູ່ພາຍໃນກົມ,
ເຄື່ອນໄຫວນຳພາພະນັກງານ, ສະມາຊິກພັກ-ນັກຮົບຂອງຕົນປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສຳເລັດ, ຊີ້ນຳປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມ ໜັກແໜ້ນ ເຂັ້ມ
ແຂງ, ກະຕຸກຊຸກຍູ້ບັນດາພະແນກການເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ຂອງຕົນ ແລະ ຄົ້ນຄວ້າປັບປຸງໂຄງປະກອບການຈັດຕັ້ງບັນດາ ພະແນກການໃຫ້ແທດ
ເໝາະກັບໜ້າທີ່ການເມືອງໃນແຕ່ລະໄລຍະ, ຊີ້ນຳຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ,
ການນຳພາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບທຸກສະຫາຍ ມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່
ກົນອຸບາຍຂອງ ອິດທິກຳລັງປໍລະປັກຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ຍົກສູງສະຕິຕໍ່ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂອງ
ກອງທັບ, ວຽກງານກໍ່ສ້າງພັກ-ພະນັກງານ ຢ່າງເຂັ້ມງວດ. ຜ່ານການຕີລາຄາກວດກາແບ່ງປະເພດຄຸນນະພາບໃນປີຜ່ານມາ ມີສະມາຊິກພັກແຂງຮອບດ້ານ 60 ສະຫາຍ,
ສະມາຊິກພັກແຂງ 80 ສະຫາຍ, ກາງ 12 ສະຫາຍ.

     ໃນຕອນທ້າຍພິທີ ປະທານກອງປະຊຸມຍັງໄດ້ມີຄຳເຫັນໂອ້ລົມ ແລະ ກ່າວຍ້ອງຍໍຊົມເຊີຍ ຄະນະພັກ-ຄະນະບັນຊາ ແລະ ໜ່ວຍພັກຕະຫຼອດພະນັກງານ ສະມາຊິກພັກ
ທີ່ປະຕິບັດຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດໂດຍ ຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ເປັນໄມ້ຫຼາວັດແທກຄຸນທາດການເມືອງ, ພ້ອມນັ້ນຍັງເນັ້ນໃຫ້ ສືບຕໍ່ຮັກສາມູນ
ເຊື້ອຜົນງານທີ່ຍາດມາໄດ້ໃຫ້ດີຂຶ້ນໄປຄວບຄູ່ກັບການສ້າງໜ່ວຍພັກ ກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເພີ່ມຂຶ້ນທັງດ້ານຈຳນວນ ແລະ ຄຸນນະພາບ.