ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ
ເປີດບັ້ນດຳເນີນຊີວິດການເມືອງປົວແປງພາຍໃນພັກ

     ລະຫວ່າງກາງເດືອນຫາທ້າຍເດືອນພຶດສະພານີ້ ອົງຄະນະພັກກອງພົນທີ 3, ຄະນະພັກໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ແລະ ຄະ
ນະພັກກອງພັນໃຫຍ່ 645 ໄດ້ເປີດບັ້ນດຳເນີນຊີວິດການເມືອງເພື່ອປັບປຸງປົວແປງພາຍໃນພັກຂັ້ນຂອງຕົນຂຶ້ນ ໂດຍມີຄະນະພັກແຕ່ລະຂັ້ນຕະຫຼອດຮອດ
ສະມາຊິກພັກຫຼັກແຫຼ່ງເຂົ້າຮ່ວມ.


 ພົນຈັດຕະວາ ຈັນທອງ ສອນຕະອາດ ລົງຊີ້ນຳບັ້ນດຳເນີນຊີວິດການເມືອງພາຍໃນພັກຢູ່ກອງພົນທີ 3

     ຢູ່ແຕ່ລະບ່ອນແມ່ນໄດ້ພ້ອມກັນສະຫຼຸບຕີລາຄາຄືນການຊີ້ນຳ-ນຳພາຂອງຄະນະພັກຕໍ່ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະ
ຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຄະນະພັກຂັ້ນຕົນ, ຄົ້ນຄວ້າເຊື່ອມຊຶມເນື້ອໃນເອກະສານ
ເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອກະສານກ່ຽວກັບການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດ
ບັງຫຼວງ ແລະ ສະຫຼຸບຕີລາຄາຄືນຄວາມຮັບຜິດຊອບລວມຂອງຄະນະພັກ ແລະ ສະມາຊິກພັກໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄະນະພັກຂັ້ນ
ຕົນ. ບັ້ນດຳເນີນຊີວິດການເມືອງຢູ່ແຕ່ລະກົມກອງຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນເພາະເປັນການປັບປຸງປົວແປງພາຍໃນພັກປະກອບສ່ວນເຂົ້າໃນການກໍ່
ສ້າງພັກທາງດ້ານການເມືອງແນວຄິດ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍໃຫ້ປອດໃສ, ໜັກແໜ້ນ,
ເຂັ້ມແຂງໃນທຸກດ້ານ, ເພື່ອຍົກສູງຄວາມສາມາດນຳພາຂອງພັກໃຫ້ສູງຂຶ້ນ, ທັງເປັນການສຳຫຼວດກວດກາຄືນ, ຄວາມຮັບຜິດຊອບການຊີ້ນຳ-ນຳພາໃນ
ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງ
ປະຊຸມໃຫຍ່ຄະນະພັກຂັ້ນຕົນໃນໄລຍະຜ່ານມາ. ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມຈະໄດ້ຂຽນໃບສຳຫຼວດຕົນເອງເພື່ອກວດກາຕີລາຄາຄືນກ່ຽວກັບການເຄື່ອນ
ໄຫວປະຕິບັດໜ້າທີ່ ແລະ ການດຳເນີນຊີວິດການເມືອງຂອງຕົນໃນໄລຍະຜ່ານມາ ເພື່ອຕຳນິກໍ່ສ້າງຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ດ້ານຕັ້ງໜ້າ ແລະ
ຊອກວິທີການມາດຕະການ, ປັບປຸງແກ້ໄຂບັນຫາທີ່ຍັງອ່ອນຄົງຄ້າງໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.