ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ 213 ສະຫຼຸບຂະບວນການກໍ່ສ້າງກອງຮາກຖານ
ເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳສົກ 2016-2017

     ກົມ 213 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳສົກ 2016-
2017 ແລະ ຜ່ານທິດທາງແຜນການ ສົກ 2017-2018 ໃນຕອນເຊົ້າວັນທີ 25 ພຶດສະພາ ນີ້, ໂດຍການເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ
ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ຫ້ອງການ, ກອງພັນ, ສູນ, ໂຮງຮຽນທີ່ຂຶ້ນກັບ
ແລະ ບັນດາສະຫາຍພະນັກງານສະມາຊິກພັກທົ່ວອົງການກົມ 213 ເຂົ້າຮ່ວມ.


ພົນຕີ ອ່ອນສີ ແສນສຸກ ມອບໃບຢັ້ງຢືນນາມມະຍົດກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳສົກ 2016-2017

     ທ່ານ ພົນຈັດຕະວາ ທອງວັນ ຈັນທະວົງ ເລຂາຄະນະພັກອົງການກົມ ຫົວໜ້າກົມ 213 ຂຶ້ນຜ່ານບົດສະຫຼຸບຕີລາຄາຜົນສຳເລັດຂະບວນການກໍ່ສ້າງ
ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານທົ່ວກົມ213 ໃນສົກ 2016-2017 ຜ່ານມາ ໂດຍສະເພາະແມ່ນການເຄື່ອນໄຫວຕາມພາລະບົດ
ບາດໜ້າທີ່ຂອງຕົນ ແລະ ນຳພາກົມກອງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ,
ຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານທົ່ວກົມກອງໃນປັດຈຸບັນນີ້ເຫັນວ່າເປັນຂະບວນຟົດຟື້ນ ແລະ ແຂງແຮງທີ່ສຸດ,
ອັນເນື່ອງຈາກວ່າບັນດາຫົວໜ່ວຍຂັ້ນຮາກຖານພັກສ່ວນຫຼາຍແມ່ນໄດ້ມີຄວາມຕື່ນຕົວ ແລະ ແຂ່ງຂັນກັນປັບປຸງກໍ່ສ້າງກົມກອງ ເປັນຕົ້ນຂະບວນການ
ເຝິກ ແອບຮໍ່າຮຽນ, ເພີ່ມພູນຜະລິດຜົນ, ເຄື່ອນໄຫວກີລາ-ສິລະປະວັນນະຄະດີ ແລະ ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ ໃຫ້ມີຄວາມຈົບງາມເປັນລະບຽບ
ຮຽບຮ້ອຍດີຂຶ້ນ. ປັດຈຸບັນທົ່ວກົມ 213 ມີສະມາຊິກພັກແຂງຮອບດ້ານ 547 ສະຫາຍ, (ຍິງ 150 ສະຫາຍ), ແຂງ 338 ສະຫາຍ, (ຍິງ 58 ສະຫາຍ),
ປະເພດກາງ 85 ສະຫາຍ, (ຍິງ 4 ສະຫາຍ) ແລະ ບໍ່ໄດ້ແບ່ງປະເພດ 74 ສະຫາຍ, ຍິງ 4 ສະຫາຍ ການຈັດຕັ້ງຂັ້ນຮາກຖານພັກໄດ້ມີຄະນະພັກ ແຂງ
ຮູ້ນຳພາຮອບດ້ານ 5 ຫົວໜ່ວຍກົມກອງ, ຄະນະພັກຮາກຖານແຂງ 1 ຫົວໜ່ວຍກົມກອງ, ໜ່ວຍພັກແຂງຮູ້ນຳພາຮອບດ້ານ 35 ໜ່ວຍພັກ ແລະ ໜ່ວຍ
ພັກແຂງ 7 ໜ່ວຍພັກ. ພ້ອມກັນນີ້ຍັງໄດ້ມອບໃບຢັ້ງຢືນນາມມະຍົດກອງຮາກຖານເຂັ້ມແຂງໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳສົກ 2016-2017 ຈຳ
ນວນ 40 ຫົວໜ່ວຍກົມກອງ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 7 ຫົວໜ່ວຍ, ໃບຍ້ອງຍໍກົມໃຫ່ຍການເມືອງກອງທັບຈຳນວນ 10 ຫົວໜ່ວຍກົມກອງ,
ແລະ ມອບທຸງໄຊໃຫ້ບັນດາກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ 5 ຄັ້ງຕິດຕໍ່ກັນ 1 ກົມກອງ, ໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ໂດຍ ທ່ານ ພົນຕີ ອ່ອນ
ສີ ແສນສຸກ ພ້ອມທັງໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກກົມ 213 ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ, ມະຕິກອງ
ປະຊຸມໃຫ່ຍຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກອົງການກົມໃຫ້ໄດ້ຮັບຜົນຕົວຈິງ, ຕັ້ງໜ້າຄົ້ນຄວ້າເຊື່ອມຊຶມບັນດາມະຕິຄຳ
ສັ່ງ, ບົດແນະນຳ ແລະ ບາດກ້າວວິທີການປັບປຸງກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃຫ້ເລິກເຊິ່ງ ພ້ອມທັງສ້າງເປັນແຜນການ, ໂຄງການອັນ
ລະອຽດເພື່ອສູ້ຊົນປະຕິບັດບໍ່ໃຫ້ລຸດຄາດໝາຍຕາມທີ່ຄະນະພັກກະຊວງວາງອອກ, ສືບຕໍ່ຊຸກຍູ້ຂະບວນການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກ ງານຮູ້ນຳ
ພາຮອບດ້ານໃຫ້ຕໍ່ເນື່ອງກັບຂະບວນການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກອົງ ການກົມ 213 ໃຫ້ຟົດຟື້ນແຂງແຮງ.