ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດ ການທະຫານ
ເປີດຊຸດອົບຮົມການເມືອງ-ການທະຫານໄລຍະສັ້ນປະຈຳປີ 2019


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານເປີດຊຸດອົບຮົມການເມືອງ-ການທະຫານໄລຍະສັ້ນປະຈຳປີ 2019

     ໃນວັນທີ 24 ເມສາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ເປີດຊຸດອົບຮົມການເມືອງ-ການທະຫານໄລຍະສັ້ນປະຈຳປີ
2019 ຂຶ້ນ ພາຍໃຕ້ການເປັນປະທານກ່າວເປີດຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະ
ຫານ ມີບັນດາສະຫາຍຮອງຫົວໜ້າກົມ, ພະແນກການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

     ໃນພິທີສະຫາຍ ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ວ່າດ້ວຍການອານຸ
ມັດເປີດຊຸດອົບຮົມໄລຍະສັ້ນທັງສອງພາກ, ຂໍ້ຕົກລົງແຕ່ງຕັ້ງອານຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແລະ ຜ່ານແຜນການອົບຮົມຫັດແອບຕໍ່ກອງປະຊຸມ, ການອົບຮົມ
ຈະດຳເນີນໄປເປັນເວລາ 13 ວັນ ໃນນັ້ນອົບຮົມພາກການເມືອງ 3 ວັນ, ການທະຫານ 12 ວັນ, ລົງສະໜາມຍິງລູກປືນແທ້ 1 ວັນ, ໃນນັ້ນພາກການເມືອງຈະໄດ້ອົບຮົມ
ທັງໝົດ 5 ບົດຄື: ບົດທີ 1 ພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນສະເໜີໂດຍສະຫາຍ ພົນຈັດຕະວາ ວຽງ ໄຊ ສົມວິຈິດ, ບົດທີ 2 ສັງຄົມ-ສັງຄົມນິຍົມ, ບົດທີ 3
ວຽກງານພັກ-ວຽກງານການເມືອງໃນການອົບຮົມຫັດແອບການທະຫານກົມກອງຮາກຖານສະເໜີໂດຍສະຫາຍ ພັນເອກ ສຸລິວັນ ແສງຈັນ, ບົດທີ 4 ທີ 5 ສະເໜີໂດຍສະ
ຫາຍ ພັນເອກ ວິຊຽນ ສີສະອາດ ປະກອບມີວຽກງານພັກ-ວຽກງານການເມືອງໃນການຄຸ້ມຄອງບົວລະບັດນຳໃຊ້ອາວຸດ ແລະ ພາຫະນະເຕັກນິກກອງທັບ, ອົບຮົມທິດສະດີ
ການເມືອງແນວຄິດໃນກອງທັບປະຊາຊົນລາວ, ສຳລັບພາກການທະຫານຈະໄດ້ອົບຮົມຫັດແອບບັນດາບົດຮຽນຕ່າງໆດັ່ງນີ້: ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ເຄົາລົບ
ຮູບແຖວເຄື່ອນທີ່ ແລະ ປະກອບປືນພ້ອມດ້ວຍລົງສະໜາມຍິງລູກປືນແທ້.

     ໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ສຳມະນາກອນອົບຮົມຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ
ໃຫ້ສູງເຮັດໃຫ້ການອົບຮົມຫັດແອບມີຄຸນນະພາບຮັບປະກັນໄດ້ຄວາມປອດໄພ 100%.