ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ


ທ່ານ ບຸນຍັງ ວໍລະຈິດ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປ

     ກະຊວງປ້ອງກັນປະເທດສົມທົບກັບກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955 -
22 ມີນາ 2019) ໃນວັນທີ 25 ມີນາ 2019 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍ
ລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງ
ກັນປະເທດ, ມີຄະນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ອະດີດການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ ພ້ອມດ້ວຍພະນັກງານຫຼັກແຫຼ່ງ
ສອງກຳລັງ ປກຊ-ປກສ ເຂົ້າຮ່ວມ.

     ທ່ານ ບຸນຍັງ ວໍລະຈິດ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ
22 ມີນາ 1955 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໃນເວລານັ້ນການສ້າງພັກປະຊາຊົນ ປະຕິວັດລາວ ແມ່ນ
ມີຄວາມຈຳເປັນພາວະວິໄສທາງດ້ານປະຫວັດສາດ ເພື່ອສະໜອງຄວາມຮຽກຮ້ອງຕ້ອງການຂອງຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ແສງສະຫວ່າງຂອງ
ລັດທິມາກ-ເລນິນ ແລະ ສືບທອດຈາກພັກກອມມູນິດອິນດູຈີນທີ່ປະທານໂຮ່ຈິມິນເປັນຜູ້ກໍ່ຕັ້ງ ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ແບກຫາບ
ພາລະກຳປະຫວັດສາດອັນແສນຫຍຸ້ງຍາກລຳບາກ ເຊິ່ງເຕັມໄປດ້ວຍການທົດສອບທີ່ລະອິດລະອ້ຽວ ແລະ ການເສຍສະຫຼະອັນໃຫຍ່ຫຼວງແຕ່ມີກຽດອັນສູງສົ່ງນຳພາປວງຊົນ
ລາວທັງຊາດຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງມາສູ່ປະ
ເທດຊາດ ແລະ ປະຊາຊົນບັນດາເຜົ່າຕະຫຼອດໄລຍະ 64 ປີຜ່ານມາ ພັກເຮົາໄດ້ວາງແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການ
ພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ພັກເຮົາມີຄວາມສະດຸ້ງໄວຕໍ່ສະພາບການກຳ
ແໜ້ນສະພາວະຕົວຈິງຂອງປະເທດຊາດ ແລະ ສຶກສາບົດຮຽນຂອງຕ່າງປະເທດຢ່າງມີການເລືອກເຟັ້ນຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ, ໝູນໃຊ້ທິດສະດີຢ່າງປະດິດ
ສ້າງເດີນຕາມແນວທາງປ່ຽນແປງໃໝ່ຂອງພັກ ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດຂອງກຳລັງປະກອບອາວຸດປະຕິວັດ ເຝິກ
ຝົນຫຼໍ່ຫຼອມທັດສະນະຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ ຫັນກຳລັງລົງສູ່ຮາກຖານຢ່າງແຂງແຮງ.

     ທ່ານ ບຸນຍັງ ວໍລະຈິດ ຍັງກ່າວອີກວ່າ: ຕະຫຼອດໄລຍະ 64 ປີຜ່ານມານັ້ນຢັ້ງຢືນວ່າການຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກຖືກທິດສອດຄ່ອງກັບສະພາບເງື່ອນ
ໄຂ ແລະ ຈຸດພິເສດຂອງ ສປປ ລາວ ນຳພາກຳລັງປະກອບອາວຸດຕໍ່ສູ້ຍາດເອົາເອກະລາດຜາບແພ້ສັດຕູໝູ່ມານຍາດເອົາໄຊຊະນະແມ່ນໝາກຜົນຂອງຄວາມບາກບັ່ນບຸກ
ບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບໃນທົ່ວກຳລັງປະກອບອາວຸດທີ່ໄດ້
ຕັ້ງໜ້າທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການອັນຕັ້ງໜ້າອັນສະແດງໃຫ້ເຫັນວ່າພາຍໃຕ້ການນຳພາຂອງພັກ ກຳລັງ
ປກຊ-ປກສ ໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດກ້າວເດີນຕາມອຸດົມການຂອງພັກ ຕໍ່ສະພາບການດັ່ງກ່າວພັກລັດເຮົາຕ້ອງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ
ມູນເຊື້ອອັນດີງາມຂອງຕົນ ເສີມສ້າງກຳລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງ, ສະເພາະກຳລັງ ປກຊ-ປກສ ຕ້ອງຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ, ເຂັ້ມ
ແຂງ ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງບັນຊາ ແລະ ປັບປຸງແບບແຜນວິທີເຮັດວຽກ ໂດຍຖືເອົາຄຸນນະພາບທາງດ້ານການເມືອງແນວຄິດເປັນກົກ, ມີຫົວຄິດປະດິດ
ສ້າງ, ມີລະບຽບແບບແຜນທີ່ທັນສະໄໝ, ເອົາໃຈໃສ່ປັບປຸງຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຮາກຖານໃນການປັບປຸງລະບົບບັນຊາອົບຮົມ-ຫັດແອບ, ກຳລັງ ປກຊ-ປກສ ຕ້ອງຍົກ
ສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຖືເອົາວຽກງານຄຸ້ມຄອງລ້ຽງດູທັບດ້ວຍການສ້າງພະລາກັບທີ່ຕາມທ່າແຮງບົ່ມຊ້ອນຂອງກົມກອງ
ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງກິດຈະການດ້ານເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ ອອກແຮງຊ່ວຍເຫຼືອປະຊາຊົນໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະ
ນະທຳໃຫ້ນັບມື້ດີຂຶ້ນ ສືບຕໍ່ເປີດກວ້າງການພົວພັນສາມັກຄີສາກົນຕາມແນວທາງການຕ່າງປະເທດຂອງພັກ ເພີ່ມທະວີການຮ່ວມມືກັບເພື່ອນມິດຍຸດທະສາດສັງຄົມນິຍົມ
ແລະ ເພື່ອນມິດສາກົນອື່ນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບນາໆຊາດ.