ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້
ແລະ ກວດກາໂຄງການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ


ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ແລະກວດກາໂຄງການກວດກູ້
ແລະທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ເມືອງ ຄຳເກີດແຂວງ ບໍລິຄຳໄຊ

     ໃນວັນທີ 19 ກຸມພາ 2019 ຜ່ານມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສ
ນາທິການກອງທັບລົງຊຸກຍູ້ ແລະ ຕິດຕາມກວດກາໂຄງການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ລະຫວ່າງກອງທັບ
ລາວ-ຣັດເຊຍ ປະຈຳປີ 2018-2019, ໂດຍການຕ້ອນຮັບຈາກ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ແລະ
ພະນັກງານ, ວິຊາການໃຫ້ການຕ້ອນຮັບ.

    ພັນເອກ ທົງໄຊ ບຸບຜາ ຫົວໜ້າຄະນະຊີ້ນຳປະຈຳພາກສະໜາມ, ຮອງຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງທັບ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິ
ບັດວຽກງານກວດກູ້ ແລະ ທຳລາຍລະເບີດໃນຄັ້ງນີ້ແມ່ນການຮ່ວມມືລະຫວ່າງ 2 ກອງທັບ ລາວ-ຣັດເຊຍ, ເພື່ອຊ່ວຍເຫຼືອເກັບກູ້ ແລະ ທຳລາຍລະເບີດທີ່ຍັງ ຕົກຄ້າງສະ
ໄໝສົງຄາມຢູ່ພື້ນທີ່ທຳການຜະລິດກະສິກຳ, ການຕັ້ງຖິ່ນຖານຂອງປະຊາຊົນໃຫ້ມີຄວາມປອດໄພ, ປັດສະຈາກຄວາມສ່ຽງຈາກລະເບີດທີ່ຕົກຄ້າງໃນປາງສົງຄາມ, ສ່ວນ
ຝ່າຍລາວແມ່ນມີໜ້າທີ່ພົວພັນອຳນາດການປົກຄອງທ້ອງຖິ່ນການປະຕິບັດໜ້າທີ່ກວດກູ້ພາກສະໜາມ, ກຳນົດຂອບເຂດສະໜາມ, ຖາງປ່າ ແລະ ຈັດກອງຂີ້ເຫຍື້ອໃຫ້ເປັນ
ລະບຽບ ແລະ ປອດໄພ ເພື່ອສ້າງເງື່ອນໄຂໃຫ້ຝ່າຍຣັດເຊຍກວດກູ້, ທຳລາຍລະເບີດ ແລະ ລາຍງານຂໍ້ມູນໃຫ້ຫ້ອງການຄະນະກຳມະການແຫ່ງຊາດ ເພື່ອເກັບກູ້ລະເບີດບໍ່
ທັນແຕກ (ຄຊກລ), ຝ່າຍຣັດເຊຍມີໜ້າທີ່ກວດກູ້ລະເບີດພື້ນທີ່ຕາມສະໜາມທີ່ໄດ້ກຳນົດ, ລາຍງານຈຳນວນລະເບີດທີ່ກວດພົບໃຫ້ຝ່າຍລາວຈຳ ນວນແຕ່ລະວັນ, ຈັດ
ເຝິກອົບຮົມໄລຍະສັ້ນໃຫ້ແກ່ວິຊາການຝ່າຍລາວຈຳນວນ 2 ຊຸດ, ກຳນົດຂອບເຂດກວດກູ້ສະໜາມມີເນື້ອທີ່ 100 ເຮັກຕາ, ຖາງປ່າສຳເລັດ 85 ເຮັກຕາ, ສ່ວນຍັງເຫຼືອ
ເປັນເນື້ອທີ່ທົ່ງນາ, ສວນ ແລະ ເນື້ອທີ່ບ້ານເຮືອນຂອງປະຊາຊົນຫຼາຍກວ່າ 14 ເຮັກຕາ, ສ່ວນເນື້ອທີ່ກວດກູ້ໄດ້ແລ້ວ 80 ເຮັກຕາ. ໃນນັ້ນສາມາດກູ້ໄດ້ລູກລະເບີດ ແລະ
ລູກກະສູນທີ່ພົບເຫັນໃນສະໜາມ ມີຄື: ULU 26 ຈຳນວນ 260 ໜ່ວຍ, ULU 63 ຈຳນວນ 2 ໜ່ວຍ, ULU 3b ຈຳນວນ 2 ໜ່ວຍ, ລູກປືນ 12,7 ຈໍານວນ 3 ລູກ,
ລູກປືນ 57 mm ຈໍານວນ 1 ລູກ, ຈະຫຼວດ 2,75 in ຈຳນວນ 9 ລູກ, ແກັບ BLU 26 ຈຳນວນ 14 ແກັບ, ຟີວລະເບີດປາງ SBU 30 ຈໍານວນ 1 ຟີວ, ຟີວ M 904
ຈໍານວນ 1 ຟີວ, ລູກປືກຄົກ 60 ຈໍານວນ 1 ລູກ, ລູກປືນ 75 ມມ ຈຳນວນ 2 ລູກ ລວມທັງໝົດ 298 ໜ່ວຍ.

     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ລົງເຄື່ອນໄຫວຢ້ຽມຢາມສູນບັນ ຊາກອງກວດກູ້ລະເບີດຂອງ ສ ຣັດເຊຍ, ຢູ່ທີ່ນັ້ນ ພັນເອກ ສະ
ເຕເຊັນໂກ ແຊກເກ ນີໂລເຢຍວິດ ຫົວໜ້າເກັບກູ້ລະເບີດຂອງກອງທັບຣັດເຊຍ ໄດ້ລາຍງານວ່າການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາມີຜົນສຳເລັດໄປດ້ວຍດີ, ພ້ອມດຽວ
ກັນນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ລົງເຄື່ອນໄຫວກວດກາເບິ່ງຕົວຈິງໃນການກວດກູ້ລະເບີດທີ່ບໍ່ທັນແຕກຢູ່ຂອບເຂດບ້ານທ່າແວ້ງ ເມືອງ ຄຳ
ເກີດ ແຂວງ ບໍລິຄຳໄຊ.