ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມກອງທັບ ແລະ ຊາວໜຸ່ມກະຊວງສາທາລະນະສຸກລົງມອບເຄື່ອງຢູ່ກົມກອງທະຫານ

     ເພື່ອເປັນການຂຳ່ນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 62 ປີ, ວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ 68 ປີ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 62 ປີ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ
ມີຄວາມໝາຍເລິກເຊິງນັ້ນ, ໃນວັນທີ 19 ຫາ 21 ມັງກອນ 2017 ນີ້, ຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດຮ່ວມກັບຄະນະ ຊາວໜຸ່ມປະຊາຊົນ
ປະຕິວັດລາວກະຊວງສາທາລະນະສຸກ ເຊິ່ງນຳໂດຍ ທ່ານ ພັນເອກ ສົມພົງ ແພງປັນຍາ ເລຂາ ທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າ
ຫ້ອງການຊາວໜຸ່ມກອງທັບ, ມີທ່ານ ດຣ ໄພວັນ ແກ້ວປະເສີດ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ
ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະໄດ້ຮ່ວມກັນລົງໄປມອບເຄື່ອງອຸປະໂພກ-ບໍລິໂພກ ແລະຢາປົວພະຍາດໃຫ້ບັນດາກົມກອງທະຫານຫ່າງໄກສອກ
ຫຼີກທີ່ຂຶ້ນກັບກອງພົນທີ 2.

                                
                                                                            ຊາວໜຸ່ມກອງທັບ ແລະ ຊາວໜຸ່ມກະຊວງສາທາລະນະສຸກລົງມອບເຄື່ອງຢູ່ກົມກອງທະຫານ

     ລາຍການເຄື່ອງອຸປະໂພກ-ບໍລິໂພກ ແລະຢາປິ່ນປົວພະຍາດປະເພດຕ່າງໆມີຄື: ຢາດີຫວັດ, ຢາປາລາເຊຕາໂມນລົດໄຂ້, ໂອລາລິດ, ຢາດີກະເພາະ, ຢາ
ຕ້ານ ເຊື້ອ ແລະອື່ນໆ, ສ່ວນເຄື່ອງອຸປະໂພກບໍລິໂພກປະກອບມີ: ຜ້າຫົມ, ໂສ້ງ-ເສື້ອ, ຫມີ່ໄວໆ, ຢາສູບອາແດງ, ນ້ຳຕານ, ເກືອ, ນ້ຳມັນພືດ, ແປ້ງນົວ, ສະ
ອິວ ແລະອື່ນໆ. ນອກຈາກນັ້ນຍັງມີເຄື່ອງກີລາອີກຈຳນວນໜຶ່ງ ເຊິ່ງ ລວມມູນຄ່າທັງຫມົດ 30 ລ້ານກ່ວາກີບ, ກົມກອງທີ່ລົງໄປມອບເຄື່ອງຄັ້ງນີ້ ມີກອງ
ພັນໃຫຍ່ 201 ກອງພັນ 422, ພະແນກຊາວໜຸ່ມກອງພົນທີ 2, ກອງຮ້ອຍ 26 ແລະກອງຮ້ອຍ 202.

     ໃນໂອກາດມອບເຄື່ອງຄັ້ງນີ້. ທ່ານ ພັນເອກ ພັນແສງ ບຸນພັນ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2 ກໍໄດ້ຕາງໜ້າໃຫ້ກົມກອງຕ່າງໆກ່າວ
ສະແດງຄວາມຂອບອົກຂອບໃຈມາຍັງຫ້ອງການຊາວໜຸ່ມກອງທັບ ແລະຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ ທີ່ໄດ້ນຳເອົາເຄື່ອງອຸປະໂພກ,
ບໍລິໂພກ, ຢາປິ່ນປົວ ແລະເຄື່ອງກີລາຈຳນວນຫຼວງຫຼາຍ ມາມອບໃຫ້ບັນດາກົມກອງທີ່ຢູ່ຫ່າງໄກສອກຫລີກ ມັນສະແດງໃຫ້ເຫັນຈິດໃຈເອື້ອເຟື້ອເພື່ອແຜ່
ຂອງບັນດາຊາວໜຸ່ມສູນກາງທີ່ມີຕໍ່ຊາວໜຸ່ມບັນດາກົມກອງທະຫານ ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫລີກທີ່ມີຄວາມຫຍຸ້ງຍາກລຳບາກ ເພື່ອພາລະ
ກິດປ້ອງກັນປະເທດ ພ້ອມນີ້, ຫົວໜ້າການເມືອງກອງພົນທີ 2 ຍັງໄດ້ກ່າວວ່າ: ຈະແຈກຢາຍເຄື່ອງຕ່າງໆທີ່ມາມອບໃນຄັ້ງນີ້ ໃຫ້ທົ່ວເຖິງບັນດາເປົ້າໝາຍ
ທີ່ມີຄວາມຫຍຸ້ງຍາກ ແລະ ເຂດຫ່າງໄກສອກຫລີກ.