ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຝິກອົບຮົມວຽກງານສະຫະພັນແມ່ຍິງທົ່ວກອງທັບ

     ກອງປະຊຸມເຝິກອົບຮົມວຽກງານສະຫະພັນແມ່ຍິງທົ່ວກອງທັບປະຈຳປີ 2016 ໄດ້ໄຂຂຶ້ນຢູ່ທີ່ກົມໃຫຍ່ການເມືອງກອງທັບ ໃນວັນທີ 23 ມັງກອນ
2017 ນີ້, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານເປີດກອງປະຊຸມຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງ ຮອງຫົວໜ້າກົມ
ໃຫ່ຍການເມືອງກອງທັບ ມີບັນດາຫົວໜ້າສະຫະພັນແມ່ຍິງ, ນັກວິທະຍາກອນ, ນັກສໍາມະນາກອນ ແລະຄະນະຮັບຜິດຊອບເຂົ້າຮ່ວມ.

                                
                                                                                       ກອງປະຊຸມເຝິກອົບຮົມວຽກງານສະຫະພັນແມ່ຍິງທົ່ວກອງທັບ

     ທ່ານ ພັນໂທ ນາງ ມະນີລາ ດາດົງໄຊ ຫົວໜ້າພະແນກໂຄສະນາ-ອົບຮົມຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ໃຫ້ຮູ້ວ່າ:ກອງປະຊຸມເຝິກອົບຮົມວຽກ
ງານສະຫະພັນແມ່ຍິງໃນຄັ້ງນີ້ຈະໃຊ້ເວລາ 5 ວັນ ເລີມແຕ່ວັນທີ 23-27 ມັງກອນ 2017 ທັງນີ້ກໍເພື່ອປະຕິບັດຕາມທິດຊີ້ນໍາຂອງກະຊວງປ້ອງກັນປະເທດ
ກໍຄືກົມໃຫ່ຍການເມືອງກອງທັບ ແລະການຕົກລົງເຫັນດີເອກະພາບຂອງຄະນະຫ້ອງການສະຫະພັນແມ່ຍິງກອງທັບ ວ່າດ້ວຍການເປີດເຝິກອົບຮົມວຽກງານ
ສະຫະພັນແມ່ຍິງໄລຍະສັ້ນ ກ່ຽວກັບການປັບປຸງແບບແຜນວິທີເຮັດວຽກຂອງອົງການຈັດຕັ້ງສະຫະພັນແມ່ຍິງທົ່ວກອງທັບປະຊາຊົນລາວ ເພື່ອເປັນການຍົກ
ສູງລະດັບຄວາມຮູ້ຄວາມສາມາດ ທັງເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃຫ້ແກ່ຄະນະນໍາແມ່ຍິງທົ່ວກອງທັບ ແລະສາມາດກໍາໄດ້ພື້ນ
ຖານທິດສະດີມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ-ລັດເຮົາ ແລະນໍາໄປຈັດຕັ້ງປະຕິບັດເສີມຂະຫຍາຍບັນດາວຽກງານຕ່າງໆໃຫ້ມີປະສິດທິຜົນ
ສູງ, ການເຝິກອົມຮົມໃນຄັ້ັັັັັັັັງນີ້ ພື້ນຖານແມ່ນຄົ້ນຄວ້າກ່ຽວທິດສະດີລັດທິມາກ-ເລນິນ ໂດຍໄດ້ເຊີນອາຈານສອນພາກສ່ວນຕ່າງໆ ໃນນັ້ນຈາກຄະນະໂຄ
ສະນາອົບຮົມສູນກາງພັກ.