ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານຮອງນາຍົກລັດຖະມົນຕີຢ້ຽມຢາມແຂວງອຸດົມໄຊ ແລະ ກົມກອງທະຫານຈຳນວນໜຶ່ງ

     ພາຍຫຼັງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສຳເລັດການເຄື່ອນໄຫວຢ້ຽມຢາມແຂວງຫຼວງພະບາງ ແລະໃນລະ
ຫວ່າງວັນທີ 18-19 ມັງກອນ 2017, ກໍໄດ້ສືບຕໍ່ເດີນທາງໄປຢ້ຽມ ຢາມ ແລະເຮັດວຽກຢູ່ແຂວງອຸດົມໄຊ ເຊິ່ງມີ ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າ
ແຂວງໆອຸດົມໄຊ ມີບັນດາທ່ານຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ສະພາປະຊາຊົນແຂວງ, ເຈົ້າເມືອງ, ພະແນກການ ແລະພະນັກງານຫຼັກແຫຼ່ງຂອງ
ແຂວງໃຫ້ການຕ້ອນຮັບ.

                                
                                                                                 ທ່ານຮອງນາຍຍົກລັດຖະມົນຕີ ຢ້ຽມຢາມ ແຂວງອຸດົມໄຊ ແລະກົມກອງຈຳນວນໜື່ງ

     ໃນການມາຢ້ຽມຢາມຄັ້ງນີ້, ທ່ານ ເພັດສາຄອນ ຫຼວງອາໄພ ໄດ້ລາຍງານໃຫ້ຊາບເຖິງສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ
ສັງຄົມ ແລະວຽກງານຮອບດ້ານຂອງແຂວງອຸດົມໄຊໃນສົກປີ 2015-2016 ເຊິ່ງເສດຖະກິດໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນອັດຕາການເຕີບໂຕ 7,5%,
ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 3.500 ກວ່າຕື້ກີບ, ສະເລ່ຍ 1.397 ໂດລາຕໍ່ຄົນຕໍ່ປີ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງ
ໝົດ 445 ກວ່າຕື້ກີບ ເທົ່າກັບ 99% ຂອງແຜນການປີ,ດ້ານການລົງທຶນສາມາດລະດົມທຶນເຂົ້າໃສ່ການພັດທະນາໄດ້ 1.166 ກວ່າຕື້ກີບ ເທົ່າກັບ 81%,
ວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກແມ່ນຍັງມີ 2 ເມືອງທຸກຍາກຄື: ເມືອງງາ ແລະເມືອງປາກແບງ, ມີ 199 ບ້ານ ທຸກຍາກ ກວມ
42,25% ແລະມີຄອບຄົວທຸກຍາກ 12.629 ຄອບຄົວ ກວມ 23,16% ທຽບໃສ່ປີຜ່ານມາຫຼຸດລົງ 684 ຄອບຄົວ; ມີບ້ານພັດທະນາ 155 ບ້ານ ກວມ
32,9% ແລະຄອບຄົວພັດທະນາ 21 ພັນກວ່າຄອບຄົວ ກວມ 39,94%.

     ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນຕື່ມບາງທິດທາງເພື່ອໃຫ້ຄະນະພັກ-ຄະນະນຳແຂວງເອົາໃຈໃສ່ລົງເລິກຕື່ມອີກ ຄື:

     (1) ຕ້ອງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ແຂວງມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍໃຫ້ໄດ້ຢ່າງໜັກແໜ້ນ
ໂດຍສະເພາະແມ່ນການເພີ່ມທະວີຄວາມສາມັກຄີພາຍໃນພັກປະຕິບັດກົດລະບຽບພັກຢ່າງເຂັ້ມງວດ.

     (2) ຕ້ອງຊຸກຍູ້ການເຕີບໂຕເສດຖະກິດຂອງແຂວງໃຫ້ໄດ້ຢ່າງຕໍ່ເນື່ອງ.

     (3) ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບແຜນພັດ
ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ດ້ວຍການຊຸກຍູ້ການຈັດຕັ້ງຮ່ຳຮຽນ-ເຊື່ອມຊຶມໃນທົ່ວພາກລັດ ແລະທົ່ວປວງຊົນໃຫ້ເລິກເຊິງທົ່ວເຖິງຕິດ
ພັນກັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຕົວຈິງໃຫ້ໄດ້ຮັບຜົນດີ.

     (4) ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງພັກ ແລະລັດໃຫ້ກະທັດຫັດ, ປັບປຸງແບບແຜນວິທີເຮັດວຽກພາຍໃນແຂວງໃຫ້ລະອຽດຈະແຈ້ງຕາມຫຼັກ
ການລວມສູນປະຊາທິປະໄຕ.

     (5) ຕ້ອງຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບໃນສັງຄົມເຮັດໃຫ້ແຂວງມີຄວາມສາມັກຄີ-ປອງດອງ ແລະມີຄວາມສະຫງົບສຸກ, ເດັດດ່ຽວແກ້
ໄຂປາກົດການຫຍໍ້ທໍ້ພາຍໃນແຂວງທີ່ເປັນການຂົ່ມຂູ່ຕໍ່ຄວາມປອດໄພ ແລະຄວາມສະຫງົບສຸກຂອງສັງຄົມ. ພ້ອມດຽວກັນນັ້ນ, ກໍເອົາໃຈໃສ່ຄຸ້ມຄອງແຮງ
ງານ ແລະການເຄື່ອນຍ້າຍຊະຊາຍຂອງພົນລະເມືອງ.

     (6) ສືບຕໍ່ສຸມໃສ່ພັດທະນາທາງດ້ານວັດທະນະທຳ-ສັງຄົມ ອັນສຳຄັນແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍເອົາໃຈໃສ່ວຽກງານຍົກສູງ
ຄຸນນະພາບການສຶກສາ ແລະສາທາລະນະສຸກໃຫ້ທົ່ວເຖິງ.

     (7) ໃຫ້ແຂວງຈັດຕັ້ງສະຫຼຸບຖອດຖອນບົດຮຽນໃນ 1 ປີຜ່ານມາ ຈາກການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ
ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8.

     (8) ຄົ້ນຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ເປັນຄາດໝາຍ, ເປັນແຜນການ ແລະເປັນໂຄງ
ການລະອຽດຂອງແຕ່ລະຂະແໜງການ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

     (9) ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ, ເອົາໃຈໃສ່ຂົນຂວາຍຍາດແຍ່ງການຊ່ວຍເຫຼືອ, ການກູ້ຍືມດອກເບ້ຍຕ່ຳ ແລະການລົງທຶນຂອງຕ່າງປະເທດ
ເຂົ້າໃນການສ້າງສາພັດທະນາໃຫ້ນັບມື້ນັບຫຼາຍຂຶ້ນ.

     (10) ເອົາໃຈໃສ່ວຽກສ້າງພັກ-ພະນັກງານ ອັນສຳຄັນແມ່ນການຍົກສູງຄຸນນະພາບ ແລະປະສິດທິຜົນຂອງບັນດາການຈັດຕັ້ງຮາກຖານພັກ.

     ນອກຈາກນີ້, ເພື່ອເປັນການກະຕຸກຊຸກຍູ້ ແລະໃຫ້ກຳລັງໃຈແກ່ອ້າຍນ້ອງທະຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ. ທ່ານຮອງ
ນາຍົກລັດຖະມົນຕີ ແລະຄະນະຍັງໄດ້ໄປຢ້ຽມຢາມ ແລະພົບປະນາຍ ແລະພົນທະຫານຢູ່ກອງພົນທີ 3 ແລະກອງບັນຊາການທະຫານແຂວງອຸດົມໄຊ ເຊິ່ງ
ທ່ານໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະກຳລັງໃຈຈາກສູນກາງພັກ ແລະລັດຖະບານມາສູ່ອ້າຍນ້ອງທະຫານທີ່ພວມປະຕິບັດໜ້າທີ່ປ້ອງກັນຊາດ
ປ້ອງກັນຄວາມສະຫງົບ ແລະສາມາດເຮັດລ້ອນໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ໄດ້ເປັນຢ່າງດີ ເຮັດໃຫ້ປະເທດຊາດມີສະຖຽນລະພາບ ແລະມີຄວາມສະ
ຫງົບຢ່າງໜັກແໜ້ນເຂັ້ມແຂງ. ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ແລະຄະນະຍັງໄດ້ມອບເຄື່ອງຊ່ວຍເຫຼືອ ແລະທຶນຮອນຈຳນວນໜຶ່ງ ເພື່ອປະ
ກອບສ່ວນຊຸກຍູ້ ແລະເປັນກຳລັງໃຈໃຫ້ແກ່ວຽກງານປກຊ-ປກສ.