ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 63 ປ

     ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 63 ປີ (ວັນທີ 23 ຕຸລາ 1954-23 ຕຸລາ 2017) ໄດ້ຈັດຂື້ນໃນຕອນເຊົ້າ
ວັນທີ 23 ຕຸລານີ້, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາຕາງໜ້າບັນດາກົມ, ກອງ, ພະນັກງານປະຕິວັດອາວຸໂສບຳນານ, ແຂກທີ່ຖືກເຊີນ
ພ້ອມດ້ວຍພະນັກງານ-ນັກຮົບໃນທົ່ວເຫຼົ່າຮົບຊ່າງແສງເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ປະສິດ ທ່ຽງທຳ ເປັນປະທານພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 63 ປີ

     ໃນພິທີ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ໄດ້ກ່າວຄວາມເຫັນຕໍ່ພິທີວ່າ: ກ່ອນໜ້ານີ້ 63 ປີ, ເພື່ອຕອບສະໜອງກັບຄວາມຮຽກ
ຮ້ອງຕ້ອງການຂອງການປະຕິວັດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ຢູ່ເຂດທີ່ໜັ້ນແຫ່ງໜຶ່ງຂອງແຂວງຫົວພັນ ກອງຮ້ອຍຊ່າງແສງ (ກອງ 400)
ຈິ່ງໄດ້ຮັບການປະກາດສ້າງຕັ້ງຂື້ນຢ່າງເປັນທາງການໃນວັນທີ 23 ຕຸລາ 1954, ໂດຍແມ່ນສະຫາຍ ຄໍາໄຕ ປະເສີດໄຊ ເປັນຜູ້ບັນຊາເວລານັ້ນ, ປະກອບ
ມີຈຳນວນພົນພຽງແຕ່ 150 ສະຫາຍ ແລະ ມີພາລະບົດບາດໜ້າທີ່ຮັບປະກັນໃຫ້ກົມກອງເຫຼົ່າຮົບວິຊາສະເພາະສູ້ຮົບປະສານ, ກໍ່ສ້າງເສັ້ນທາງ, ຂ້າມຜ່ານ
ແມ່ນໍ້າ ແລະ ກິດຈະການກໍ່ສ້າງຕ່າງໆ ເຊິ່ງເປັນຂີດໝາຍໜຶ່ງທີ່ຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ ກໍຄືກອງທັບລາວອິດສະຫຼະໃນ
ເວລານັ້ນ, ຜ່ານການຕໍ່ສູ້ຢ່າງທໍລະຫົດ, ອົດທົນໜຽວແໜ້ນເປັນເວລາຫຼາຍປີ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ເຫຼົ່າຮົບຊ່າງແສງກອງ
ທັບປະຊາຊົນລາວໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ທາງດ້ານປະລິມານ ແລະ ຄຸນນະພາບ, ຈາກກອງຮ້ອຍເປັນກອງພັນຂຶ້ນມາເປັນຫ້ອງການ
ແລະ ກ້າວມາເປັນກົມຊ່າງແສງໃນປັດຈຸບັນ ເຊິ່ງປະກອບມີກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ຂະແໜງການຕ່າງໆຂອງເຫຼົ່າຮົບຊ່າງ
ແສງລວມມີ: 33 ຫົວໝ່ວຍຂື້ນກັບກົມຊ່າງແສງ, ໃນປະຈຸບັນນີ້ບັນດາຫົວໝ່ວຍຕ່າງໆ ທີ່ຂື້ນກັບກົມຊ່າງແສງໄດ້ມີການຈັດຕັ້ງແໜ້ນໜາ, ມີຄວາມຮູ້,
ມີຄວາມສາມາດເຮັດໜ້າທີ່ວິຊາສະເພາະໄດ້ຕາມຄໍາສັ່ງຂອງຂັ້ນເທິງ, ທັງມີມານະຈິດປະຕິວັດອັນກ້າແກ່ນ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນ
ການປົກປັກຮັກສາ ແລະ ສ້າງສາ-ພັດທະນາເສດຖະກິດສັງຄົມຂອງຊາດ.

     ຕໍ່ບັນດາຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນຕະຫຼອດໄລຍະ 63 ປີຜ່ານມານັ້ນ, ພະນັກງານ-ນັກຮົບເຫຼົ່າຮົບຊ່າງແສງສຸດ ທີ່ມີຄວາມເອກອ້າງທະ
ນົງໃຈ ທີ່ເຫັນໄດ້ວ່າ: ໃນຕະຫຼອດໄລຍະຜ່ານມາຂອງການເຄື່ອນໄຫວປະຕິວັດ “ຍິ່ງມີການເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຂອງຕົນຫຼາຍເທົ່າໃດ” ກໍ
ຍິ່ງເຮັດໃຫ້ການເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບຊ່າງແສງເພີ່ມຂຶ້ນເທົ່ານັ້ນ” ນັບທັງທາງດ້ານປະລິມານ ແລະ ຄຸນນະພາບເຮັດໃຫ້ກໍາລັງປະກອບອາ
ວຸດຊ່າງແສງໄດ້ມີຜົນງານ ແລະ ໄຊຊະນະນັບມື້ນັບໃຫຍ່ຫຼວງຂຶ້ນໄປເລື້ອຍໆໃນການປະກອບສ່ວນອັນສໍາຄັນ ແລະ ສົມກຽດເຂົ້າໃນໄຊຊະນະລວມຂອງ
ປະເທດຊາດ, ເຊິ່ງໄດ້ສ້າງຄວາມພາກພູມໃຈ ແລະ ມີຄວາມເຊື້ອໜັ້ນຢ່າງໜັກແໜ້ນຈາກພັກ-ລັດ ກໍຄືບັນດາສະຫາຍພະນັກງານປະຕິວັດຜູ້ອາວຸໂສ-ບໍາ
ນານທີ່ເປັນອາດີດນັກຮົບຂອງເຫຼົ່າຮົບຊ່າງແສງ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດຖະບານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນລາວ
ບັນດາເຜົ່າຕະຫຼອດມາ.

     ໃນໂອກາດເຂົ້າຮ່ວມ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ໃຫ້ການໂອ້ລົມຕໍ່ພິທີໂດຍເນັ້ນໜັກໃຫ້ຄະນະນຳກົມຊ່າງແສງ, ພ້ອມດ້ວຍຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນ, ພະນັກງານ-ນັກຮົບຊ່າງແສງແຕ່ລະສະຫາຍຕ້ອງສຸມໃສ່ເພີ່ມທະວິຄວາມຕັ້ງຕໍ່ບໍລິສຸດ, ຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ສຸມທຸກ
ສະຕິປັນຍາເຂົ້າໃສ່ການຄົ້ນຄ້ວາຮໍ່າຮຽນເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ຍົກສູງສະຕິລະວັງຕົວປະຕິວັດ, ຮັກສາ
ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປັກຮັກສາຄວາມເປັນເອກະລາດອຳນາດອະທິປະໄຕ ແລະ ຜືນແຜ່ນດິນ
ອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ ຕັ້ງໜ້າຫັນລົງຮາກຖານຕິດພັນກັບປະຊາຊົນ, ຊ່ວຍເຫຼືອປະຊາຊົນໃນການສ້າງສາພັດທະນາບ້ານຊ່ອງ, ເປັນຫຼັກແຫຼ່ງ
ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຢູ່ຮາກຖານ, ອອກແຮງປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.