ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ
ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ

     ວັນທີ 24 ສິງຫານີ້, ຢູ່ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້
ຕ້ອນຮັບ ທ່ານ ນາງ ມາລີສ ເພນ ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລ

     ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານລັດຖະມົນຕີ
ກະຊວງປ້ອງກັນປະເທດອົດສະຕາລີ ພ້ອມດ້ວຍຄະນະ ທີ່ໄດ້ເດີ ທາງມາຢ້ຽມຢາມ ສປປ ລາວ, ໂອກາດດຽວກັນນີ້ ຄະນະຜູ້ແທນສອງກະຊວງປ້ອງກັນປະ
ເທດ ກໍໄດ້ພົບປະແລກປ່ຽນບັນຫາສຳຄັນຫຼາຍດ້ານ ເປັນຕົ້ນແມ່ນກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ປຶກສາຫາລືໃນການສືບຕໍ່ຊຸກຍູ້ການລົງທຶນໃນ
ຂົງເຂດຕ່າງໆທີ່ທັງສອງຝ່າຍເຫັນດີຮ່ວມກັນ, ເຊິ່ງໄລຍະຜ່ານມາອົດສະຕາລີ ກໍໄດ້ ໃຫ້ການຊ່ວຍເຫຼືອໃນການຍົກລະດັບທາງດ້ານພາສາອັງກິດແກ່ນາຍ
ທະຫານກອງທັບປະຊາຊົນລາວ ແລະ ຂະແໜງການອື່ນໆ.

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ອວຍພອນໃຫ້ການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງລັດຖະມົນຕີກະຊວງປ້ອງກັນ
ປະເທດອົດສະຕາລີໃນຄັ້ງນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ ກໍສະແດງຄວາມຂອບອົກຂອບ
ໃຈຕໍ່ທ່ານລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບດ້ວຍໄມຕີຈິດມິດຕະພາບ ແລະ ຢືນຢັນວ່າ: ອົດສະຕາລີຈະສືບຕໍ່
ຊ່ວຍເຫຼືອທາງດ້ານບຳລຸງຍົກລະດັບ, ທາງດ້ານພາສາອັງກິດໃຫ້ແກ່ນາຍທະຫານກອງທັບປະຊາຊົນລາວ. ໃນວັນດຽວກັນນັ້ນຄະນະໄດ້ເດີນທາງໄປວາງ
ພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ.

     ໂອກາດເດີນທາງມາຢ້ຽມຢາມລາວຄັ້ງນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ຈັດ
ງານລ້ຽງຮັບຮອງ ທ່ານ ນາງ ມາລີສ ເພນ ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ ພ້ອມດ້ວຍຄະນະຢ່າງສົມກຽດ ທີ່ໂຮງແຮມລາວພຣາຊາ ນະ
ຄອນຫຼວງວຽງຈັນ ແລະ ຮັບຊົມການສະແດງສິລະປະກອນກອງທັບປະຊາຊົນລາວຢ່າງເບີກບານມ່ວນຊື່ນ. ຈາກນັ້ນທ່ານລັດ ຖະມົນຕີກະຊວງປ້ອງກັນປະ
ເທດອົດສະຕາລີ ພ້ອມດ້ວຍຄະນະກໍເດີນທາງໄປເດີ່ນບິນສາກົນວັດໄຕເພື່ອກັບຄືນປະເທດ ເຊິ່ງນຳສົ່ງຄະນະໂດຍ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະ
ລັງສີ ຫົວໜ້າກົມພົວພັນຕ່າງປະເທດ.