ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໄດ້ 21 ກົມກອງໜ່ວຍພັກ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານທົ່ວຄະນະພັກກົມໃຫຍ່ການເມືອງກອງທັບໄດ້ຈັດ
ຂຶ້ນ ໃນວັນທີ 24 ກໍລະກົດນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະພັກກົມໃຫຍ່ການເມືອງກອງທັບ, ບັນດາຄະນະພັກ-ຄະນະບັນຊາ ພະນັກງານສະມາຊິກພັກທົ່ວ ກມທ
ເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄໍາຟອງ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານທົ່ວຄະນະພັກກົມໃຫຍ່ການເມືອງກອງທັບ

     ໃນສົກປີ 2016-2017 ຜ່ານມານີ້, ທົ່ວກົມໃຫຍ່ການເມືອງກອງທັບສາມາດສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານໄດ້ 21
ກົມກອງ, ໃນນັ້ນມີ 1 ກົມກອງ, ໜ່ວຍພັກໄດ້ຮັບທຸງໄຊ, ມີ 3 ກົມກອງ, ໜ່ວຍພັກໄດ້ຮັບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ, ມີ 4 ກົມກອງ, ໜ່ວຍ
ພັກໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດ ແລະ ມີຫຼາຍກົມກອງ, ໜ່ວຍພັກຍັງຮັກສາໄດ້ນາມມະຍົດກອງຮາກຖານເຂັ້ມແຂງ- ໜ່ວຍພັກຮູ້ນໍາພາຮອບ
ດ້ານໄດ້ຫຼາຍສະໄໝຕິດຕໍ່ກັນ ໃນນີ້ໄດ້ຮັບ 9 ຄັ້ງຕິດຕໍ່ກັນ ມີ 2 ໜ່ວຍພັກ, 8 ຄັ້ງຕິດຕໍ່ກັນ ມີ 1 ໜ່ວຍພັກ, 6 ຄັ້ງຕິດຕໍ່ກັນ ມີ 6 ໜ່ວຍພັກ, 5 ຄັ້ງຕິດ
ຕໍ່ກັນ ມີ 1 ໜ່ວຍພັກ, 4 ຄັ້ງຕິດຕໍ່ກັນ ມີ 2 ໜ່ວຍພັກ, 3 ຄັ້ງຕິດຕໍ່ກັນ ມີ 2 ໜ່ວຍພັກ ແລະ ຮັບຮອງໃໝ່ ມີ 4 ໜ່ວຍພັກ.

     ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງ ກມທ ໄດ້ໃຫ້ຮູ້ວ່າ: ການປັບປຸງກໍ່ສ້າງພັກໃນປີຜ່ານມາຄະນະພັກຮາກຖານ-ຄະນະໜ່ວຍພັກໄດ້
ເອົາໃຈໃສ່ຊີ້ນໍາ-ນໍາພາສຶກສາອົບຮົມການເມືອງແນວຄິດເຮັດໃຫ້ກົມກອງມີຄວາມສະຫງົບ, ປອດໄພຮອບດ້ານໃນການຊີ້ນໍາ-ນໍາພາການປັບປຸງກໍ່ສ້າງພັກ,
ໄດ້ຖືເອົາຄຸນນະ ພາບເປັນກົກເອົາປະລິມານເປັນສໍາຄັນ ການສຶກສາອົບຮົມກໍ່ສ້າງພັກໄດ້ຖືເອົາ 3 ດ້ານ ເປັນກົກມາສຶກສາອົບຮົມຄື: ການເມືອງ, ແນວຄິດ,
ການຈັດຕັ້ງ, ພ້ອມກັນນັ້ນຍັງປັບປຸງແບບແຜນການນໍາພາຂອງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຕາມຫຼັກການລວມສູນປະຊາທິປະໄຕ ແລະ ຕາມ
5 ຫຼັກການ 3 ທິດນໍາຂອງພັກຢ່າງເຂັ້ມງວດ ເຊິ່ງຜ່ານການສ້າງຂະບວນການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານຕົວຈິງ ສາມາດຕີລາຄາ
ແບ່ງປະເພດສະມາຊິກພັກແຂງຮອບດ້ານ 73,06%, ແຂງດ້ານໃດດ້ານໜຶ່ງ 19,68%, ກາງ 0,12 % ແລະ ອ່ອນ 0,36%.

     ໂອກາດນີ້ ກໍໄດ້ຈັດຕັ້ງມອບໃບຢັ້ງຢືນ ແລະ ທຸງໄຊກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານໃຫ້ບັນດາກົມກອງທີ່ໄດ້ຮັບການຄັດ
ເລືອກເປັນກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບ ດ້ານ ເປັນກຽດຂຶ້ນມອບໂດຍ ສະຫາຍ ພົນຕີ ວິໄລ ຫຼ້າຄໍາຟອງ ພ້ອມດ້ວຍຄະນະຕາມ
ລໍາດັບ.

     ສະຫາຍ ພົນຕີ ວິໄລ ຫຼ້າຄໍາຟອງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກໍຄືພະນັກງານທີ່ຮັບຜິດຊອບວຽກງານຂະບວນການກໍ່ສ້າງກອງແຂງໜ່ວຍພັກ
ຮູ້ນໍາພາຮອບດ້ານວ່າ: ກ່ອນອື່ນໝົດຕ້ອງຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການກໍ່ສ້າງຮາກຖານພັກ ໂດຍສະເພາະການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍ
ພັກຮູ້ນໍາພາຮອບດ້ານໃນເງື່ອນໄຂໃໝ່ໃຫ້ຖືກຕ້ອງ ເຊິ່ງມີຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ, ເອົາໃຈໃສ່ເພີ່ມ ທະວີການປັບປຸງກໍ່ສ້າງຮາກຖານ
ພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສາມາດເປັນແກນນໍາໃນລະບົບການເມືອງຢູ່ໃນກອງທັບຢ່າງແທ້ຈິງ, ພ້ອມກັນນັ້ນກໍຕ້ອງເປັນເຈົ້າການຜັນຂະ
ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ເນື້ອໃນກອງປະຊຸມຄັ້ງນີ້ໃຫ້ປາ
ກົດຜົນເປັນຈິງ ເຮັດໃຫ້ຂະບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາທຸກຂັ້ນ
ເປັນໜ້າທີ່ຂອງພະນັກງານ, ສະມາຊິກພັກທັງເປັນຂະບວນການແຂ່ງຂັນທີ່ຟົດຟື້ນ ແລະ ມີປະສິດທິຜົນ.