ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນນາຍສິບເລກ 2 ວຽງໄຊ ປິດຊຸດຮຽນ
ພ້ອມມອບໃບປະກາສະນີຍະບັດ ໃຫ້ນັກຮຽນຊຸດທີ 24

     ຕອນເຊົ້າວັນທີ 25 ມິຖຸນາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ປິດຮຽນ ພ້ອມມອບໃບປະກາສະນີຍະບັດ ໃຫ້ນັກຮຽນນາຍສິບ
ຊຸດທີ 24 ແລະ ນັກຮຽນກໍ່ສ້າງເລັ່ງລັດລະບົບ 1 ປີຊຸດທີ 3 ໂດຍການ ເປັນປະທານຂອງສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍາມະການຄະນະພັກ
ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ມີກົມໂຮງຮຽນ,ກົມກຳລັງພົນ,ກົມອົບຮົມ,ກົມກອງອອ້ມຂ້າງ, ພະນັກງານ - ຄູອາ
ຈານ, ນັກຮຽນໃນ 2 ລະບົບ ເຂົ້າຮ່ວມ ທີ່ເດີ່ນຜາມໄຊໂຮງຮຽນ.

     ໃນພິທີສະຫາຍ ພັນເອກ ພູເວີນ ວົງຄຳຊາວ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຂື້ນຜ່ານບົດສະຫຼຸບໝາກຜົນຂອງການ
ປັບປຸງກໍ່ສ້າງພະນັກງານຮຸ່ນສືບທອດ ປະຈຳສົກຮຽນ 2020-2021 ເປັນຕົ້ນ ລະບົບວັດທະນະທຳ ຕອນປາຍ ມ6, ມ7 ນັກຮຽນມີໜ້າສອບເສັງທັງໝົດ
525 ສະຫາຍ, ມ6 ມີ 257 ສະຫາຍ, ເສັງໄດ້ 100%, ມ7 ມີ 268 ສະຫາຍ ຍັງລໍຖ້າສອບເສັງຕາມແຜນການຂອງກະຊວງສຶກສາທິການ ແລະ ກິລາ, ໃນ
ນັ້ນ ໄດ້ຈັດຕັ້ງອົບຮົມ ລະບົບກໍ່ສ້າງເລັ່ງລັດ ການທະຫານ, ການເມືອງ ຂັ້ນໝວດ, ກອງຮ້ອຍ ລະບົບ 1 ປີ ມີ 10 ວິຊາຮຽນ, ແບ່ງເປັນ 2 ເຫຼົ່າຄື: ເຫຼົ່າການ
ເມືອງ, ເຫຼົ່າການທະຫານເສັງໄດ້ 100% ແລະ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ 24 ຂອງສົກຮຽນ 2020 – 2021 ນັກຮຽນມີໜ້າສອບເສັງ 266 ສະ
ຫາຍ ສອບເສັງໄດ້ 100% ໃນນີ້ ລະດັບການຮຽນດີຫຼາຍ 60 ສະຫາຍ = 22,56% (ທຽບໃສ່ແຜນການ ລື່ນຄາດໝາຍ 59,8%) ລະດັບການຮຽນດີ
203 ສະຫາຍ =76,32% ຕີລາຄາຄຸນທາດການເມືອງ ປະເພດແຂງ 179 ສະຫາຍ, ກາງ 87 ສະຫາຍ ພ້ອມນີ້ຍັງໄດ້ມອບໝາຍໜ້າທີ່ ບັນຊາ ຂັ້ນຮອງ
ໝວດ 50 ສະຫາຍ =18,79% ບັນຊາຫົວໜ້າໝູ່ 183 ສະຫາຍ =68,79%, ບັນຊາຂັ້ນຮອງໝູ່ 33 ສະຫາຍ =12,40% ນັກຮຽນຍັງໄດ້ຮັບການເລື່ອນ
ຊັ້ນ ສິບຕີ ຂື້ນສິບເອກ 214 ສະຫາຍ, ຊັ້ນ 2 ເລື່ອນຂື້ນສິບເອກ 52 ສະຫາຍ, ພອ້ມນີ້ ຍັງໄດ້ມອບໃບປະກາສະນີຍະບັດ ໃຫ້ນັກຮຽນໃນ 2 ລະບົບ ເປັນ
ກຽດມອບຂອງສະຫາຍ ພັນເອກ ພູເວີນ ວົງຄຳຊາວ ພ້ອມຄະນະຢ່າງສົມກຽດ.

     ໂອກາດກ່າວປິດ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ປະທານພິທີ ໄດ້ໂອລົມ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ເຂົ້າໃນການກໍ່ສ້າງພະນັກງານ
ຮຸ່ນສືບທອດຂອງກອງທັບໃນ 2 ລະບົບ ທີ່ຈົບໄປປະກອບສ່ວນ ຢູ່ໃນບັນດາກົມກອງຕ່າງໆ ໃນທົ່ວປະເທດ ຕົນສັງກັດຢູ່ດ້ວຍຄຸນນະພາບສູງ, ນອກນີ້ສະ
ຫາຍ ຍັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພື້ນທີ່ສົ່ງຜົນກະທົບມີທັງສິ່ງທີ່ເອື້ອອຳນວຍ ແລະ ສີ່ງທ້າທາຍຕໍ່ປະເທດເຮົາໂດຍສະເພາະແມ່ນ
ພະຍາດໂຄວິດ 19 ທີ່ພວມແຜ່ລາມໃນໂລກ ກໍຄືໃນປະເທດລາວເຮົາ ແຕ່ພວກເຮົາກຳລັງປະກອບອາວຸດ ຕ້ອງມີສະຕິ ກຽມພ້ອມສູ້ຮົບ ທັງເປັນກຳລັງປະ
ຈັນບານ ໃຫ້ແກ່ປະເທດຊາດ ໃຫ້ມີຄວາມສະຫງົບ ປອດໄພ ແລະ ເນັ້ນໃຫ້ນັກຮຽນທີ່ຈົບໄປ ຕ້ອງເອົາໃຈໃສ່ບົດຮຽນທີ່ຮຽນມາ ນຳໄປໝູນໃຊ້ຢູ່ໃນກົມ
ກອງທີ່ຕົນສັງກັດຢູ່ ດ້ວຍຄວາມຮັບຜິດຊອບສູງ,ມີຄຸນນະພາບຂອງວຽກງານ, ພ້ອມກັນເອົາໃຈໃສ່ ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງ ຢ່າງເຂັ້ມງວດ, ສືບຕໍ່
ຮັກສາມູນເຊື້ອອັນດີງາມ ຂອງຊາດ ຂອງກອງທັບ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານສືບທອດ ທີ່ດີຂອງ
ກອງທັບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/06/2021