ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດຍີ່ປຸ່ນ  ແລະ ສ ເກົາຫຼີ


ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາໜ້າທີ່ ຂອງທີ່ປຶກສາທູດຝ່າຍປ້ອງກັນຊາດຍີ່ປຸ່ນ ແລະ ສເກົາຫຼີ

     ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາໜ້າທີ່ຂອງ ທ່ານ ພັນເອກ ເຄຕາໂຮະ ຊິໂດະ ທີ່ປຶກ
ສາທູດຝ່າຍປ້ອງກັນຊາດຍີ່ປຸ່ນ ປະຈຳ ສປປ ລາວ ເນື່ອງໃນໂອກາດໝົດວາລະທາງການທູດ ແລະ ທ່ານ ພັນເອກ ທາກາຊິ ທີ່ປຶກສາທູດຝ່າຍປ້ອງກັນຊາດ ຢີ່ປຸ່ນ ວ່າການ
ປະຈຳລາວ ເນື່ອງໃນໂອກາດທີ່ທ່ານມາສະເໜີຕົວປະຕິບັດໜ້າທີ່ເປັນທີ່ປຶກສາທູດຝ່າຍປ້ອງກັນ ຊາດຜູ້ໃໝ່ປະຈຳ ສປປ ລາວ ແລະ ໄດ້ຕ້ອນຮັບ ທ່ານ ພັນເອກ ຄິມດົງໂຮ
ທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ເກົາຫຼີ ປະຈໍາ ສປປ ລາວ ໃນໂອກາດທ່ານມາສະເໜີຕົວປະຕິບັດໜ້າທີ່ເປັນທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ເກົາຫຼີ ປະຈຳ ສປປ ລາວ
ຄົນໃໝ່, ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2019 ນີ້.

     ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ພັນເອກ ເຄຕາໂຮະ ຊິໂດະ, ທ່ານ ພັນເອກ
ທາກາຊິ ແລະ ທ່ານ ພັນເອກ ຄິມດົງໂຮ ພ້ອມນັ້ນກໍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຜ່ານມາ ເຊິ່ງສອງປະເທດ ໄດ້ມີການພົວ
ພັນອັນດີງາມຮ່ວມກັນມາແຕ່ດົນນານ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນເວທີພາກພື້ນ ແລະ ສາກົນ ພ້ອມທັງເຊື່ອ
ໝັ້ນວ່າໃນຕໍ່ໜ້າການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການແລກປ່ຽນບົດຮຽນຮ່ວມກັນລະຫວ່າງສອງປະເທດຈະໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ມີໝາກຜົນທີ່ດີ
ຍິ່ງໆຂຶ້ນ ເປັນຕົ້ນໃຫ້ການຊ່ວຍເຫຼື່ອຕ້ານໄພພິບັດທຳມະຊາດ ແລະ ດ້ານອື່ນໆຕື່ມ.

     ໃນໂອກາດດຽວກັນ, ທ່ານທີ່ປຶກສາທູດຝ່າຍປ້ອງກັນຊາດປະເທດຍີ່ປຸ່ນ ແລະ ສ ເກົາຫຼີ ກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າຈະສຸມທຸກຄວາມສາມາດຂອງຕົນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີຕໍ່ກັນລະ
ຫວ່າງສອງຊາດໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.