ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນໃຫ້ນາຍທະຫານ
ຊັ້ນພັນຕີຂຶ້ນພັນໂທ ຈຳນວນ 99 ສະຫາຍ

     ໃນວັນທີ 22 ມິຖຸນາ 2018 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານ ຂັ້ນພັນຕີຂຶ້ນເປັນພັນໂທ
ໂດຍການເປັນປະທານຂອງທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າຄະນະພັກ-ຄະນະ
ບັນຊາບັນດາກົມກອງຕ່າງໆ ພ້ອມດ້ວຍນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຊັ້ນພັນຕີຂຶ້ນພັນໂທ ຈຳນວນ 99 ສະຫາຍ

     ໃນພີທີ ທ່ານ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາອົງການ, ກອງພົນ, ກອງພັນໃຫຍ່ ແລະ ບັນດາແຂວງອີງໃສ່ກົດໝາຍນາຍທະຫານກອງທັບປະຊາຊົນ
ລາວໄດ້ລະບຸໄວ້ໃນໝວດ III ມາດຕາທີ 17 ແລະ 18 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນພັນ
ຕີຂຶ້ນພັນໂທ ຈຳນວນ 99 ສະຫາຍ, ຍິງ 18 ສະຫາຍ.

     ໂອກາດນີ້, ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນການເຮັດສໍາເລັດໜ້າທີ່ຂອງບັດດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ
ໃໝ່ໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນຂຶ້ນຕື່ມອີກ ເພາະວ່າການເລື່ອນຊັ້ນແມ່ນໝາກ
ຜົນລວມຂອງກອງທັບປະຊາຊົນລາວ ກໍຄືຜົນງານຂອງບັນດາສະຫາຍທີ່ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຫຼາຍປະການໃນໄລຍະຜ່ານມາ
ແລະ ສືບຕໍ່ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ປັບປຸງກໍ່ສ້າງກອງທັບໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ
ຄຸນນະພາບໄດ້ເອົາໃຈໃສ່ປະຕິບັດວຽກງານ ຕາມພາລະບົດບາດສິດໜ້າທີ່ຂອງຕົນ, ຄົ້ນຄ້ວາເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ມະ
ຕິຄຳສັ່ງ, ຂໍ້ກຳນົດ ແລະ ກົດລະບຽບຕ່າງໆຂອງກອງທັບຢ່າງເຂັ້ມງວດ. ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີ່ເຮັດວຽກເພື່ອກໍ່ສ້າງກອງທັບໃຫ້ມີແບບແຜນ
ທັນສະໄໝ, ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບຢ່າງເລິກເຊິ່ງ, ເປັນເຈົ້າການຈັດຕັ້ງປະຕິ
ບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ່ IV ຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່
26 ແຜນງານ ຂອງຄະນະກະຊວງປ້ອງກັນປະເທດ, ຍົກສູງນໍ້າໃຈຮັກຊາດ, ເຊີດຊູນໍ້າໃຈເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,
ມີຄວາມອົດທົນໜຽວແໜ້ນຕໍ່ອຸປະສັກຫຍຸ້ງຍາກ ແລະ ເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ, ເປັນເຈົ້າການແກ້ໄຂປາກົດການຫຍໍ້ທໍ້
ຕ່າງໆຢູ່ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງກອງທັບ. ສຶບຕໍ່ພັດທະນາຕົນເອງໃຫ້ກາຍເປັນພະນັກ
ງານ-ນາຍທະຫານທີ່ມີຄວາມກ້າວໜ້າຂອງກອງທັບປະຊາຊົນລາວໃຫ້ມີຜົນງານໃໝ່ໃຫຍ່ຫຼວງກ່ວາເກົ່າ.