ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດ ການທະຫານ ຢູ່ນະຄອນຫຼວງພະ​ບາງ

.

     ຫວ່າງບໍ່ດົນຜ່ານມາ, ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ພະນັກ
ງານວິຊາການ ໄດ້ລົງປະກາດແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານຂັ້ນຮາກຖານ ຢູ່ກອງບັນຊາການທະຫານ ນະຄອນຫຼວງພະບາງ ເຂົ້າຮ່ວມມີ ສະຫາຍ
ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານ ນະຄອນພະບາງ, ມີຄະນະພັກ-ຄະນະບັນຊາອົງການ, ພະແນກທີ່ກ່ຽວ
ຂ້ອງເຂົ້າຮ່ວມ.

     ໂດຍປະຕິບັດຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດການ ທະຫານຂັ້ນຮາກຖານຂອງ ກອງບັນຊາການ
ທະຫານ ນະຄອນຫຼວງພະບາງ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ
ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນສະເພາະໜ້າ ແລະ ຍາວນານ, ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ຫົວ
ໜ້າ ການທະຫານເປັນປະທານ, ສະຫາຍ ພັນເອກ ວິຫຼ່ຽມ ວົງທິສານ ຫົວໜ້າການເມືອງ ເປັນຮອງປະທານ, ສະຫາຍ ພັນໂທ ສິງຄໍາ ສີປະເສີດ ຫົວໜ້າ ພະແນກວິທະຍາ
ສາດ-ປະຫັວດສາດການທະຫານເປັນຜູ້ປະຈໍາການ, ສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ຮອງຫົວໜ້າການເມືອງ, ສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຮອງຫົວ
ໜ້າ ການທະຫານ, ສະຫາຍ ພັນໂທ ສີວິໄຊ ເພັງສັນຕິສຸກ, ສະຫາຍ ພັນໂທ ຄໍາບົງ ໄຊຍະວົງສາ ຫົວໜ້າ ຫ້ອງເຕັກນິກ, ສະຫາຍ ພັນໂທ ວິລະສິນ ມິດຕະພອນ ຫົວໜ້າ
ຫ້ອງການກອງບັນຊາການ, ສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງຫົວໜ້າ ຫ້ອງເສນາທິການ, ສະຫາຍ ພັນໂທ ອຸດົມ ສາຍມີໄຊ ຫົວໜ້າ ພະແນກ ອົບຮົມ, ສະຫາຍ
ພັນໂທ ທອງໄຊ ໄພຍະສິດ ຫົວໜ້າ ພະແນກໂຄສະນາອົບຮົມ ແລະ ສະຫາຍ ພັນໂທ ບຸນຈັນ ໄຊວົງສານ ຫົວໜ້າ ພະແນກການເງິນເປັນຄະນະ.