ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຍົກຍ້າຍບາງຕຳແໜ່ງຢູ່ກົມ 213

     ວັນທີ 23 ພຶດສະພາ 2018 ນີ້, ກົມ 213 ໄດ້ປະກາດຈັດຕັ້ງບັນຊາຂັ້ນກົມ, ຫ້ອງການ ແລະ ກອງພັນຂຶ້ນຢູ່ສະໂມສອນກົມ ພາຍໃຕ້ການເປັນປະ
ທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
ທ່ານ ພົນຕີ ສະຫວ່າງໄຊ ສິນນະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ມີພັນເອກ
ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ 213, ຫ້ອງການ, ພະແນກການ ແລະ ກົມກອງ
ຂຶ້ນກັບ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານປະກາດແຕ່ງຕັ້ງຍົກຍ້າຍບາງຕຳແໜ່ງຢູ່ກົມ 213

     ພັນເອກ ພູນມີ ດາລາເພັດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 1587/ກປທ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍ ພັນໂທ ບຸນ
ຕຽນ ໄຊຍຳວົງທັນ ຫົວໜ້າການເມືອງກອງພັນ 433 ຂຶ້ນມາຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກົມ 213, ຂໍ້ຕົກລົງສະບັບເລກທີ 1585/ກປທ ວ່າດ້ວຍການ
ແຕ່ງຕັ້ງຍົກຍ້າຍ ພັນໂທ ໄຂ່ກາ ໄຊຍະສານ ຫົວໜ້າຫ້ອງການເມືອງກົມ 213 ໄປຮັບໜ້າທີ່ໃໝ່ເປັນຫົວໜ້າການເມືອງກອງພັນ 433 ແລະ ຂໍ້ຕົກລົງສະ
ບັບເລກທີ 1586/ກປທ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍ ພັນໂທ ໄກ່ສອນ ພິລາວົງ ຫົວໜ້າຫ້ອງການບໍລິຫານກົມ 213 ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງ
ການເມືອງກົມ 213.

     ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ຄຳເຫັນໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ ໂດຍສະເພາະນາຍທະ
ຫານຜູ້ທີ່ໄດ້ຮັບໜ້າທີ່ຕຳແໜ່ງໃໝ່ໂດຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຄຸນງາມຄວາມດີທີ່ບັນດາສະຫາຍໄດ້ປະກອບສ່ວນ ແລະ ຍາດໄດ້ໃນ
ໄລຍະຜ່ານມາ ນອກນັ້ນທ່ານກໍໄດ້ເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບຂອງໜ້າທີ່ການເມືອງຂອງຕົນເຂົ້າໃນການຈັດຕັ້ງປະຕິບັດ ຊີ້ນຳ-ນຳພາວຽກງານ
ໃນຂອບເຂດ, ສິດ, ໜ້າທີ່ຂອງຕົນໃຫ້ສູງຂຶ້ນ ພ້ອມທັງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີວິທີເຮັດວຽກທີ່ດີ, ວ່ອງໄວ ແລະ ທັນສະໄໝ ເພື່ອປະກອບສ່ວນ
ເຮັດໃຫ້ກົມກອງມີຄວາມໜັກແໜ້ນທາງ ດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເຮັດສຳເລັດໜ້າທີ່ວິຊາສະເພາະຕົວຈິງຂອງກົມກອງ ເພື່ອສ້າງ
ກົມກອງມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນຢ່າງບໍ່ຢຸດຢັ້ງ.