ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ

     ຫ້ອງວ່າການກະຊວງປ້ອງກັນປະເທດ, ໄດ້ຈັດຕັ້ງປາຖະກະຖາກ່ຽວກັບ 3 ວັນປະຫວັດສາດ ຄື: ວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 42 ປີ (30
ເມສາ 1975), ວັນໄຊຊະນະຂອງສະຫະພາບໂຊຫວຽດເໜືອຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 72 ປີ (9 ພຶດສະພາ 1945) ແລະ
ວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 127 ປີ (19 ເມສາ 1890) ໃນຕອນເຊົ້າຂອງວັນທີ 24 ພຶດສະພານີ້, ໂດຍການປາຖະກະຖາຂອງ ທ່ານ
ພົນຈັດຕະວາ ຄຳສີ ວົງຄຳຊາວ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເຊິ່ງມີຄະນະພັກ-ຄະນະບັນຊາ, ພະນັກງານ
ນັກຮົບຈາກບັນດາຫ້ອງການ, ພະ ແນກການ, ບໍລິສັດ-ລັດວິສາຫະກິດ ແລະ ກົມກອງທີ່ຂຶ້ນກັບເຂົ້າຮ່ວມຮັບຟັງ.


ພົນຈັດຕະວາ ຄຳສີ ວົງຄຳຊາວ ເປັນປະທານຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ

     ຈຸດປະສົງຂອງການປາຖະກະຖາ 3 ວັນປະຫວັດສາດດັ່ງກ່າວ ແມ່ນເປັນການສຶກສາອົບຮົມໃຫ້ພະນັກງານ-ນັກຮົບທົ່ວຫ້ອງວ່າການກະຊວງປ້ອງກັນ
ປະເທດຮັບຮູ້ເຊື່ອມຊຶມເຫັນໄດ້ຄວາມໝາຍຄວາມສຳຄັນຂອງ 3 ວັນປະຫວັດສາດດັ່ງກ່າວ, ທັງເປັນການສຶກສາອົບຮົມໃຫ້ພະນັກງານຮຸ່ນສືບທອດໄດ້
ຮ່ຳຮຽນເອົາແບບຢ່າງຄຸນ ສົມບັດສິນທຳປະຕິວັດຂອງປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມມາເຝິກຝົນຫຼໍ່ຫຼອມຕົນເອງ,
ເພື່ອພ້ອມກັນພັດທະນາກົມກອງໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ.