ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ຄັ້ງ​ທີ I ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ


     ວັນທີ 20 ມີນາ 2020 ນີ້, ອົງຄະນະພັກກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະ
ຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາຄະນະບໍລິຫານງານ ພັກແຂວງ, ເຈົ້າແຂວງໄຊສົມບູນ; ມີ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະ
ຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ; ມີບັນດາຕາງໜ້າຈາກ ອົງການກະຊວງປ້ອງກັນປະເທດ; ກົມກອງເພື່ອນ; ກົມກອງ ອ້ອມຂ້າງແຂວງ; ມີ
ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ; 5 ກອງບັນຊາການທະຫານເມືອງ; ກອງພັນນ້ອຍ; ກອງຮ້ອຍເອກະລາດ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທີ່ສະເໜີໂດຍ ສະຫາຍ ພັນເອກ ຈັນທີ ວັນລາວົງ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະຫານ
ແຂວງໄຊສົມບູນ ໂດຍໄດ້ຕີລາຄາຢ່າງພາວະວິໄສຕໍ່ໝາກຜົນແຫ່ງການເຄື່ອນໄຫວ ຊີ້ນໍາ-ນໍາພາວຽກງານຮອບດ້ານຂອງ ຄະນະພັກ ໃນໄລຍະ 5 ປີ ຜ່ານມາ; ໂດຍປິ່ນ
ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ; ເຮັດໃຫ້ທົ່ວກອງບັນຊາການທະຫານແຂວງ ໄຊສົມບູນ ມີຄວາມສະຫງົບໜັກແໜ້ນ
ສາມາດ ເປັນເສນາທິການດ້ານວຽກ ງານພັກ-ວຽກງານການເມືອງໃຫ້ແກ່ກະຊວງປ້ອງກັນປະເທດ; ຄະນະພັກຍາມໃດກໍໄດ້ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນ
ພັກ; ຮັກສາ ແລະ ເສີມຂະຫຍາຍໄດ້ແບບແຜນການນຳພາວິທີເຮັດວຽກຕາມຫຼັກການລວມ ສູນປະຊາທິ ປະໄຕຂອງພັກ; ຊີ້ນໍາ-ນໍາພາໃນການຄົ້ນຄວ້ານິຕິກຳວຽກງານ
ພັກ-ວຽກງານການເມືອງໃນກອງທັບ; ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ; ພະນັກງານ-ນັກຮົບໃນທົ່ວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນ
ພາຍໃນກອງບັນຊາການທະຫານ ແຂວງ ດ້ວຍຮູບການຈັດຕັ້ງ ເຊື່ອມຊຶມແນວທາງນະໂຍບາຍ; ມະຕິຄໍາສັ່ງຂອງພັກຕິດພັນກັບການຈັດຕັ້ງດໍາເນີນຊີວິດການເມືອງພາຍ
ໃນພັກ ເປັນປົກກະຕິ; ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ; ໂດຍສຸມໃສ່ບ້ານປ້ອມໝັ້ນປ້ອງກັນຊາດ; ກຸ່ມບ້ານ
ປ້ອງກັນຊາດເຂັ້ມແຂງ; ປະກອບສ່ວນປົກປັກຮັກສາຄວາມສະຫງົບ; ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຊີ້ນໍາວຽກງານຮັບປະກັນຊີວິດການເປັນຢູ່; ການຄຸ້ມຄອງລ້ຽງ
ດູທັບ; ຊຸກຍູ້ຂະບວນການ 4 ປູກ 4 ລ້ຽງ; ຂະບວນການຜະລິດຕາມທ່າແຮງຂອງກົມກອງ; ຊີ້ນໍາການກໍ່ສ້າງ ພື້ນຖານໂຄງລ່າງຕາມເງື່ອນໄຂຄວາມສາມາດ; ພ້ອມກັນ
ນັ້ນກໍໄດ້ສຸມໃສ່ກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນການກໍ່ສ້າງກອງ 3 ປອດ; ກອງວັດທະນະທໍາ-ນັກຮົບ ວັດທະນະທໍາ; ດໍາເນີນການຕີລາຄາ
ແບ່ງປະເພດຄຸນນະພາບໜ່ວຍພັກ ສະມາຊິກພັກ ແລະ ຂະຫຍາຍພັກໃຫ້ຖືກຕ້ອງຕາມລະບຽບການ ຂອງພັກສະແດງອອກ ປັດຈຸບັນທົ່ວກອງບັນຊາການທະຫານ ແຂວງ
ໄຊສົມບູນ; ມີຄະນະພັກ9 ສະຫາຍ; ມີ 4 ຄະນະພັກຮາກຖານ; ມີ 12 ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ ແລະ 6 ໜ່ວຍພັກເອກະລາດຂຶ້ນກັບ ຄະນະພັກກອງບັນຊາ
ການທະຫານ ແຂວງ; ມີໜ່ວຍພັກແຂງ 7 ໜ່ວຍ; ກາງ 11 ໜ່ວຍ; ມີສະມາຊິກພັກທັງໝົດ 231 ສະຫາຍ; ບໍ່ໄດ້ຈັດປະເພດ12 ສະຫາຍ; ຂະຫຍາຍມະຫາຊົນ ກ້າວ
ໜ້າເຂົ້າພັກ 63 ສະຫາຍ; ນອກນີ້ກໍຍັງໄດ້ປັບປຸງລະບົບການ ຈັດຕັ້ງນໍາພາ-ບັນຊາແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກ
ງານອາວຸໂສບໍານານຢ່າງເໝາະສົມ; ຊີ້ນໍາ-ນໍາພາຂົງເຂດວຽກງານຕາມພາລະບົດບາດຂອງຕົນຢ່າງແຂງແຮງ; ຊີ້ນໍາ- ນໍາພາຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະ
ຫງົບໂດຍພື້ນຖານ; ກອງປະຊຸມຍັງໄດ້ຮັບຮອງ ເອົາທິດທາງແຜນການ 5 ປີ ໃນ ຕໍ່ໜ້າ; ພ້ອມທັງໄດ້ຮັບຟັງການປະ ກອບຄໍາເຫັນຈາກຜູ້ແທນກອງປະຊຸມເພື່ອເຮັດໃຫ້ກອງ
ປະຊຸມມີ ເນື້ອໃນສົມບູນຂຶ້ນຕື່ມ; ຈາກນັ້ນ ກໍໄດ້ດໍາເນີນການປ່ອນບັດຄັດ ເລືອກເອົາຄະນະພັກຊຸດໃໝ່ 11 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຢ່າງ
ສົມ ບູນໄດ້ເລືອກເອົາຄະນະພັກກອງ ບັນຊາການທະຫານ ແຂວງໄຊສົມ ບູນຊຸດໃໝ່ ຈໍານວນ 11 ສະຫາຍ; ມີຄື: 1. ສະຫາຍ ພັນເອກ ຈັນທີ ວັນລາວົງ; 2. ສະຫາຍ
ພັນເອກ ຄໍາອິ້ງ ກິ່ງແກ້ວ; 3. ສະຫາຍ ພັນ ໂທ ໝອນຄໍາ ດວງສະຫວັນ; 4. ສະຫາຍ ພັນໂທ ບຸນລ້ອມ ອຸດົມສຸກ; 5. ສະຫາຍ ພັນໂທ ໄກສອນ ດວງຈັນສີ; 6. ສະຫາຍ
ພັນໂທ ບຸນໜອມ ທໍາທອງ; 7. ສະຫາຍ ພັນໂທ ຄໍາສອນ ສິມມະ ໂນ; 8. ສະຫາຍ ພັນໂທ ເພັດລັງສີ ພິຈິດ; 9. ສະຫາຍ ພັນໂທ ສີສະ ໄຫວ ຄໍາພົມມາ; 10. ສະຫາຍ
ພັນໂທ ຄໍາອ້ຽງ ສີປະເສີດ; 11. ສະ ຫາຍ ພັນໂທ ຄໍາຕ໋ອຍ ມະນີວອນ; ພ້ອມນັ້ນກອງປະຊຸມໄດ້ເປັນເອ ກະສັນປະຊາທິປະໄຕຮັບຮອງ ເອົາເລຂາ ແລະ ຮອງເລຂາຄື: 1. ສະ
ຫາຍ ພັນເອກ ຈັນທີ ວັນລາວົງ ເປັນເລຂາ; 2. ສະຫາຍ ພັນເອກຄໍາອິ້ງ ກິ່ງແກ້ວ ເປັນຮອງເລຂາ;ແລະ ຮັບຮອງເອົາປະທານກວດກາພັກ ຈໍານວນ 3 ສະຫາຍ ຄື:1. ສະຫາຍ
ພັນໂທ ໝອນຄໍາ ດວງສະຫວັນ ເປັນປະທານ; 2. ສະຫາຍ ພັນຕີ ແສງເພັດ ກົງຜາລີ ເປັນຮອງ; 3. ສະຫາຍ ພັນຕີ ບຸນລອນ ໄຊຍະເພັນ ເປັນຄະນະ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ໂອ້ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກຊຸດໃໝ່; ພ້ອມທັງໄດ້
ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບມີນໍ້າໃຈຮັກຊາດ; ມີຄວາມຈົງຮັກພັກດີຕໍ່ພັກ- ຕໍ່ປະຊາຊົນ; ເອົາໃຈໃສ່ຄົ້ນຄວ້າ ຮໍ່າຮຽນ
ທິດສະດີມາກ-ເລນິນ;ແນວຄິິດ ໄກສອນ ພົມວິຫານ; ມູນເຊື້ອ ແລະ ປະຫວັດສາດຂອງ ພັກ-ຂອງຊາດ; ແນວທາງນະໂຍ ບາຍຂອງພັກ-ລັດໃນແຕ່ລະໄລຍະ; ສືບຕໍ່ຫັນ
ລົງກໍ່ສ້າງຮາກຖານ ການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມ 4ເນື້ອໃນ 4 ຄາດໝາຍ; ເອົາໃຈໃສ່ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງຮອບດ້ານ;
ໃນນີ້ຖືເອົາຄຸນນະພາບເປັນຕົ້ນຕໍ; ຕ້ອງເປັນເຈົ້າການຍົກສູງສະຕິເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຮູ້ຊອກຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນ
ເພື່ອ ສູ້ຊົນປະຕິບັດຄາດໝາຍ; ແຜນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ທີ່ ກະຊວງປ້ອງກັນປະເທດ ວາງອອກໃຫ້ປາກົດຜົນເປັນຈິງ; ພ້ອມນັ້ນກໍປະຕິບັດແນວ
ທາງຕ່າງປະເທດໃນໄລຍະໃໝ່ໃຫ້ຖືກຕ້ອງ ແລະ ບັນຫາສໍາຄັນ ແມ່ນພ້ອມກັນຄົ້ນຄວ້າຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເກີດໝາກຜົນຕົວຈິງ ເຮັດ
ໃຫ້ກອງບັນຊາການທະຫານ ແຂວງ ໄຊສົມບູນ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.