ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນທີ 2 ຜູ້ໃໝ່


ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນທີ 2 ຜູ້ໃໝ່

     ພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນທີ 2 ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2019 ນີ້ຢູ່ທີ່ສະໂມສອນກອງພົນ ໂດຍພາຍໃຕ້ການເປັນປະທານຂອງສະ
ຫາຍ ພົນຕີ ປອ ທອງລອຍ ສີລິວົງ ກໍາມະການ ສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມຂອງສະ
ຫາຍ ເພັງນິລັນ ຄໍາພັນເພັງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ເຈົ້າເມືອງ, ກົມທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ,
ຄະນະພັກ-ຄະນະບັນຊາກອງພົນ,ກອງບັນຊາການທະຫານແຂວງ, ປກສ ແຂວງ, ຄະນະຫ້ອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງຂັ້ນນໍາ-ຂັ້ນບັນຊາພາຍໃນກອງພົນ
ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 14/ນຍ
ນະຄອນຫຼວງວຽງຈັນ ວັນທີ 25/10/2018 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ກະຊວງປ້ອງກັນ
ປະເທດ, ອີງຕາມກົດໝາຍວ່າດ້ວຍນາຍທະຫານໃນກອງທັບປະຊາຊົນລາວ ເລກທີ 07/ສພຊ ລົງວັນທີ 22 ຕຸລາ 2004 ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນ
ກາງພັກ ເລກທີ 217/ຄຈສພ ລົງວັນ ທີ 22 ຕຸລາ 2018 ນາຍົກລັດຖະມົນຕີອອກຄໍາສັ່ງຍົກຍ້າຍສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າການເມືອງກອງພົນທີ
2 ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ແລະ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 334/ນ.ຍ ນະຄອນຫຼວງວຽງຈັນ ວັນທີ 25/10/2018 ວ່າດ້ວຍການ
ແຕ່ງຕັ້ງຫົວໜ້າການເມືອງກອງພົນທີ 2, ນາຍົກລັດຖະມົນຕີອອກດໍາລັດແຕ່ງຕັ້ງສະຫາຍ ພັນເອກ ປອ ສີພອນ ແກ້ວສະໄໝ ເປັນຫົວໜ້າການ ເມືອງກອງພົນທີ 2 ຜູ້ໃໝ່.

     ໃນໂອກາດດັ່ງກ່າວສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ໃຫ້ການໂອ້ລົມຕໍ່ພິທີວ່າ: ການບູລະນະການຈັດຕັ້ງບັນຊາ-ນໍາພາ ແລະ ຊັບຊ້ອນໜ້າທີ່ພະນັກງານແມ່ນ
ກົດເກນພາວະວິໄສຂອງພັກເຮົາເວົ້າລວມ, ເວົ້າສະເພາະໃນການປັບປຸງບູລະນະການຈັດຕັ້ງບັນຊາ-ນໍາພາໃນກອງທັບປະຊາຊົນລາວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງ
ການ ສາມາດຕອບສະໜອງໄດ້ກັບໜ້າທີ່ການເມືອງໃນໄລຍະໃໝ່ ພ້ອມນັ້ນກໍໄດ້ຮຽກຮ້ອງໃຫ້ຜູ້ທີ່ຮັບໜ້າທີ່ໃໝ່ ແລະ ຄະນະພັກ-ຄະນະບັນຊາສືບຕໍ່ເຊື່ອມຊຶມກໍາແໜ້ນ
ແນວທາງນະໂຍບາຍຂອງພັກ ແລະ ນິ ຕິກໍາລຸ່ມກົດໝາຍຂອງລັດຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາປະຕິ ບັດແບບແຜນວິທີເຮັດ
ວຽກຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ສຶກສາ
ອົບຮົມການເມືອງນໍາພາແນວຄິດໃຫ້ແກ່ພະນັກງານ-ນັກຮົບໃນກົມກອງໃຫ້ເລິກເຊິ່ງຖືກຕາມເປົ້າໝາຍ ແລະ ທົ່ວເຖິງ ສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການ
ຄວາມຮັບຮູ້ ເຮັດໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍເຊື່ອມຊຶມເຂົ້າໃຈ ຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການ
ເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ປະຕິບັດ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງທີ່ກົມການເມືອງສູນກາງພັກວາງອອກໃຫ້ປາກົດຜົນເປັນຈິງ,
ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ຕິດພັນກັບໜ້າທີ່ການເມືອງ ແລະ ລັກສະນະຊົນຊັ້ນຂອງພັກ ສ້າງໄດ້ພະນັກງານ 3 ຮຸ່ນສືບທອດປ່ຽນ
ແທນ, ພ້ອມກັນນັ້ນກໍຕ້ອງເອົາໃຈໃສ່ຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ, ພິເສດ
ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ ໂດຍສະເພາະການຮັກສາມູນເຊື້ອຄວາມສາມັກຄີກັບບັນດາເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນອື່ນໆ.