ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

1 ປີ ແຫ່ງການປັບປຸງກໍ່ສ້າງກົມກົດໝາຍໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນ

     ກົມກົດໝາຍກະຊວງປ້ອງກັນປະເທດ ຈັດພິທີຊົມເຊີຍຜົນງານການປັບປຸງກໍ່ສ້າງກົມກົດໝາຍຄົບຮອບ 1 ປີ ຂຶ້ນໃນວັນທີ 24 ມັງກອນ 2018, ທີ່
ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ
ຄະນະພັກກະຊວງປ້ອງກັນປະເທດ, ບັນດາຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະແນກ ພ້ອມດ້ວຍພະນັກງານ-ນັກຮົບທົ່ວ ກົມກົດໝາຍເຂົ້າຮ່ວມ.


ພົນຕີ ອ່ອນສີ ແສນສຸກ ມອບຂອງຂວັນຊົມເຊີຍໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີ່ເດັ່ນ

     ພັນເອກ ກັນທອງ ສຸກເລືອງຄຳ ຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ໄດ້ຂຶ້ນລາຍງານການ ຈັດຕັ້ງປະຕິບັດປັບປຸງກໍ່ສ້າງກົມກົດໝາຍໃນ
ໄລະຍະ 1 ປີ ຜ່ານມາ ເຫັນວ່າພາຍຫຼັງທີ່ໄດ້ຮັບການສ້າງຕັ້ງກົມກົດໝາຍຂຶ້ນ, ຄະນະພັກ-ຄະນະກົມໄດ້ເອົາໃຈໃສ່ຄົ້ນຄວ້າ, ກຳນົດທິດທາງໜ້າທີ່ວຽກ
ງານແນໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອຮັບປະກັນການເຮັດສຳເລັດ
ໜ້າທີ່ການເມືອງຂອງຕົນ ໃນນີ້ໄດ້ກຳນົດເອົາວຽກງານປັບປຸງກໍ່ສ້າງກົມກອງ, ກໍ່ສ້າງພັກ-ພະນັກງານເປັນວຽກບູລິມະສິດໃນແຜນການເຄື່ອນໄຫວວຽກ
ງານປະຈຳປີ 2017 ໂດຍໄດ້ປັບປຸງບູລະນະການຈັດຕັ້ງຂອງກົມ, ຄົ້ນຄວ້າ, ບັນຈຸຊັບຊ້ອນພະນັກງານຕາມໂຄງປະກອບຂອງຂັ້ນເທິງກຳນົດໃຫ້, ພ້ອມທັງ
ປະກອບວັດຖຸອຸປະກອນເຕັກນິກຕ່າງໆຕາມຄວາມຈຳເປັນທີ່ຮີບດ່ວນ ເພື່ອເຮັດໃຫ້ກົມກອງມີຄວາມສາມາດເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ,
ພ້ອມກັນເອົາໃຈໃສ່ ແລະ ເປັນເຈົ້າການປະສານສົມທົບກັບບັນດາພາກສ່ວນຕ່າງໆກັບພາຍໃນ ແລະ ນອກກອງທັບ ແນໃສ່ຈັດຕັ້ງພະນັກງານຫຼັກແຫຼ່ງ
ໄປຖອດຖອນບົດຮຽນກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມກົດໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ກົມຄຸ້ມຄອງການຈັດຕັ້ງປະຕິບັດ
ຄຳຕັດສິນຂອງສານກະຊວງຍຸຕິທຳ ແລະ ໄດ້ສຸມໃສ່ຄົ້ນຄວ້າ, ຂຽນທີ່ຕັ້ງ, ພາລະບົດບາດ, ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກົມ ແລະ
ນຳສະເໜີຂັ້ນເທິງທີ່ເປັນບ່ອນອີງທີ່ສຳຄັນໃນການ ເຄື່ອນໄຫວວຽກງານຂອງກົມກອງໃນ 1 ປີ ຜ່ານມາ ກົມກົດໝາຍໄດ້ຕັ້ງໜ້າປະຕິບັດໜ້າທີ່ຕາມພາ
ລະບົດບາດ ແລະ ຕາມການມອບໝາຍຂອງຂັ້ນເທິງຢ່າງມີຜົນສຳເລັດຈົນໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ 1 ໃບ ທີ່ມີຜົນງານ
ດີເດັ່ນໃນການປັບປຸງກໍ່ສ້າງກົມ ແລະ ປະຕິບັດໜ້າທີ່ໃນປີ 2016-2017.

     ໂອກາດດັ່ງກ່າວ, ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ມີຄຳເຫັນຊີ້ທິດເຍືອງທາງ ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະ
ນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບກົມກົດໝາຍທີ່ໄດ້ຕັ້ງໜ້າບຸກບືນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີບາດກ້າວອັນໃໝ່, ມີການຂະຫຍາຍຕົວ
ຢ່າງໜັກແໜ້ນສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ເຖິງແມ່ນວ່າກົມກົດໝາຍຫາກໍໄດ້ຮັບການສ້າງຕັ້ງຂື້ນໃໝ່ ແຕ່ກໍສາມາດເຄື່ອນໄຫວເຮັດ
ໜ້າທີ່ຕາມພາລະບົດບາດ ແລະ ຕາມການມອບໝາຍຂອງຂັ້ນເທິງຢ່າງມີຜົນສຳເລັດສະແດງອອກໃນການປັບປຸງບູລະນະການຈັດຕັ້ງ ແລະ ສຸມໃສ່ຄົ້ນຄວ້າ
ສ້າງ, ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍໃນຂົງເຂດວຽກງານປ້ອງກັນຊາດ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ, ນິຕິກຳຂອງບັນດາກະຊວງອື່ນໆ
ຕາມການມອບໝາຍຂອງກະຊວງປ້ອງກັນປະເທດ, ພ້ອມທັງເຮັດວຽກໂຄສະນາ-ເຜີຍແຜ່ກົດໝາຍເພື່ອສ້າງສະ ຕິເຄົາລົບ, ປະຕິບັດກົດໝາຍໃຫ້ພະນັກ
ງານ-ນັກຮົບ ແລະ ຈັດຕັ້ງປະຕິບັດຄຳຕັດສິນຂອງສານເກັບກູ້ຊັບສິນທາງແພ່ງໃຫ້ລັດ ແລະ ພົນລະເມືອງຕາມຄຳຕັດສິນ, ຄຳພິພາກສາຂອງສານທີ່ໃຊ້ໄດ້
ຢ່າງເດັດຂາດ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງປ້ອງກັນປະເທດໃນດ້ານວຽກງານກົດໝາຍ, ພ້ອມດຽວກັນ ທ່ານ
ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກົມກົດໝາຍ ພ້ອມກັນຮັກສາມູນເຊື້ອຜົນງານ, ສືບຕໍ່ປັບປຸງກົມກົດໝາຍໃຫ້ມີແບບ
ແຜນ ແລະ ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.

     ກອງປະຊຸມຍັງໄດ້ມີພິທີມອບຂອງຂວັນຊົມເຊີຍໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີ່ເດັ່ນໃນການເຮັດສຳເລັດໜ້າທີ່ໆຂັ້ນເທີງມອບໝາຍໃຫ້ເປັນ
ຢ່າງດີ.