ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 584 ເປັນເຈົ້າພາບຈັດກອງປະຊຸມສ່ອງແສງ
ວຽກງານຮອບດ້ານບັນດາກົມກອງເຂດ 3 ໄຕມາດ IV ປະຈຳປີ 2018

     ກອງພັນໃຫຍ່ 584 ເປັນເຈົ້າພາບຈັດກອງປະຂຸມສ່ອງແສງວຽກງານຮອບດ້ານບັນດາກົມກອງເຂດ 3 ໄຕມາດ IV ປີ 2018 ແລະ ວາງທິດທາງແຜນການໄຕມາດ I
ປີ 2019 ຂຶ້ນທີ່ຈຸດສຸມພັດທະນາຄັງວຽງ ໃນວັນທີ 18 ທັນວາ 2018 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 584, 643, 702, ໂຮງໝໍບໍລິເວນ 101, ກອງບັນຊາການ
ທະຫານແຂວງຊຽງຂວາງ, ກອງບັນຊາການທະຫານແຂວງຫົວພັນ.


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຂຸມສ່ອງແສງວຽກງານຮອບດ້ານບັນດາກົມກອງເຂດ 3 ໄຕມາດ IV ປີ 2018

     ໃນກອງປະຊຸມແຕ່ລະພາກສ່ວນກົມກອງໄດ້ລາຍງານສະພາບກົມກອງຂອງຕົນທີ່ກ່ຽວຂ້ອງກັບວິຊາສະເພາະ ແລະ ໜ້າທ່ີການເມືອງຂອງແຕ່ລະກົມກອງ ໂດຍສະເພາະ
ແມ່ນວຽກງານການເມືອງ, ນໍາພາແນວຄິດ, ເສີມຂະຫຍາຍບົດບາດການນຳພາຂອງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກະກຽມວຽກງານດ້ານຕ່າງໆຂໍ່ານັບຮັບ
ຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຄວາມຟົດຟຶ້ນ ແລະ ມີບັນຍາກາດ, ເປັນຕົ້ນແມ່ນຊຸກຍູ້ຂະບວນການກີລາສິລະປະ-ວັນ
ນະຄະດີ, ພ້ອມກັບການບູລະນະການຈັດຕັ້ງພັກຂັ້ນຮາກຖານຢູ່ກົມກອງຕ່າງໆ.

     ໃນໂອກາດດຽວກັນນີ້, ທ່ານ ປອ ພົນຕີ ວົງຄຳ ພົມມະກອນ ໄດ້ເນັ້ນໜັກໃຫ້ບັນດາກົມກອງເອົາໃຈ ໃສ່ຫັນກຳລັງລົງກໍ່ສ້າງຮາກຖານໃຫ້ເຂັ້ມແຂງສຸມໃສ່ສ້າງບ້ານ
ພັດທະນາໄປຄຽງຄູ່ກັບການສ້າງທ່າສະໜາມສົງຄາມປະຊາຊົນທົ່ວປວງຊົນຮອບດ້ານເອົາໃຈໃສ່ປະສານສົມທົບກັບກຳລັງປ້ອງກັນຄວາມສະຫງົບ, ອົງການກ່ຽວ ຂ້ອງທັງ
ສູນກາງ ແລະ ທ້ອງຖິ່ນໃນວຽກງານ ປກຊ-ປກສ, ປົກປັກຮັກສາຄວາມສະຫົງບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ
ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາດຊະຍາກຳ, ການຄ້າມະນຸດ, ການຄ້າຢາເສບຕິດ, ການຄຸ້ມຄອງອາວຸດເສິກ, ການໃຊ້ສື່ອອນລາຍທີ່ບໍ່ຖືກຕ້ອງ ແລະ ປະກົດການຫຍໍ້
ທໍ້ອື່ນໆ.