ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ເຊື່ອມຊຶມມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ

     ກະຊວງປ້ອງກັນປະເທດຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໃນວັນທີ 23 ພະຈິກ 2017 ນີ້, ໂດຍ
ການເປັນປະທານຂອງສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ
ກອງທັບ, ມີບັນດາຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ແລະ ຮອງຫົວໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ຄະນະພັກ-ຄະນະບັນ
ຊາບັນດາກົມກອງກຳລັງຫຼວງໃນທົ່ວກອງທັບເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ

     ໂອກາດນີ້ ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ກ່າວເປີດກອງປະຊຸມວ່າ: ໂດຍອີງຕາມຄຳແນະນຳ ຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກ
ທີ 18/ຄອສພ ວ່າດ້ວຍການຈັດຕັ້ງເຊື່ອມຊຶມມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ດັ່ງນັ້ນໃນການເປີດກອງປະ
ຊຸມໃນຄັ້ງນ້ີ ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ, ຄວາມຈຳເປັນພາວະວິໄສ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກ ແລະ ນັກ
ຮົບທຸກຄົນໄດ້ເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ ແລະ ເອກະພາບຕໍ່ບັນດາເນື້ອໃນຈິດໃຈ ເປັນເຈົ້າການຜັນຂະຫຍາຍຈັດຕັ້ງປະຕິບັດງານອັນລະອຽດ
ຂອງອົງຄະນະພັກແຕ່ລະຂັ້ນ, ຍົກສູງຄວາມເປັນເຈົ້ການໃນການຈັດຕັ້ງນຳພາຂອງພັກຕໍ່ອົງການ ແລະ ທັງເປັນການຍົກສູງຫຼັກໝັ້ນການເມືອງນຳ ພາແນວ
ຄິດຂອງພະນັກງານ-ສະມາຊິກພັກຫຼັກແຫຼ່ງຂັ້ນກະຊວງລວມທັງກຳລັງຫຼວງທົ່ວກອງທັບ ຜ່ານການຄົ້ນ ຄວ້າເຊື່ອມຊຶມຈະກຳໄດ້ບັນດາເນື້ອໃນຈິດໃຈຂອງ
ມະຕິດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍຢູ່ອົງການ, ກົມກອງຂອງຕົນໃຫ້ມີປະສິດທິຜົນ, ຟົດຟື້ນແຂງແຮງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກໃນການປັບປຸງ
ລະບົບການຈັດຕັ້ງ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊິວິດ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານ-ນັກຮົບໃຫ້ດີຂື້ນ.

     ເນື້ອໃນເອກະສານເຊື່ອມຊຶມຄັ້ງນີ້ລວມມີ: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ, ເອກະສານມະຕິເລກ
ທີ 26/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ແລະ ເອກະສານການສົ່ງເສີມເສດຖະກິດຂະໜາດນ້ອຍ ແລະ
ກາງ. ເຊິ່ງກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະອັດລົງ.