ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຂະບວນການແຂ່ງຂັນກີລາ ແລະ ສີລະປະວັນນະຄະດີທົ່ວ
ກົມວິທະຍາສາດ-ປະຫວັດສາດ ການທະຫານ


     ພິທີປິດຂະບວນການແຂ່ງຂັນກີລາ ແລະ ສີລະປະວັນນະຄະດີ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IV ຂອງ ຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການ
ທະຫານ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີ
ຄະນະພັກຄະນະບັນຊາ ແລະ ພະນັກງານ- ນັກຮົບພາຍໃນກົມເຂົ້າຮ່ວມ.

     ສະຫາຍ ພັນໂທ ສຸລິຍົງ ໄຊຍະວົງ ຮັກສາການ ຫົວໜ້າ ພະແນກການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ເປັນເວລາເກືອບສອງເດືອນ
ສາມາດຕີລາຄາໄດ້ດັ່ງນີ້: ກີລາບານສົ່ງເຂົ້າຮ່ວມທັງໝົດ 7 ທີມ, ຊະນະເລີດແມ່ນ ພະແນກບໍລິຫານ, ຮອງຊະນະເລີດແມ່ນ ພະແນກວິທະຍາສາດ, ກີລາເປຕັງປະສົມຊາຍ-
ຍິງຊະນະເລີດແມ່ນ ພະແນກບໍລິຫານ, ຮອງຊະນະເລີດ ແມ່ນພະແນກການເມືອງ+ການ ເງິນ. ສຳລັບສິລະປະວັນນະຄະດີ ໄດ້ສະແດງຜ່ານມີລາຍການຟ້ອນ 3 ລາຍການ,
ຮ້ອງເພັງດ່ຽວ ແລະ ເພັງລວມໝູ່ທັງໝົດ 8 ລາຍການເພື່ອກະກຽມຮັບໃຊ້ໜ້າທີ່ລວມຂອງກົມໃນໂອກາດກອງປະຊຸມໃຫຍ່ ຄະນະພັກຮາກຖານກົມຄັ້ງທີ IV ຂອງ ຕົນທີ່
ຈະມາເຖິງນີ້.

     ໂອກາດນີ້ ສະຫາຍ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍທຸກພາກສ່ວນ ທີ່ມີສ່ວນຮ່ວມໃນຂະບວນການລວມ
ຂອງກົມກອງຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ທຸກສະຫາຍ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກທີ່ຕົນໄດ້ປະກອບສ່ວນ ຖືວ່າໄດ້ປະກອບສ່ວນໃຫ້ ກົມກອງ ຕາມທິດຊີ້
ນຳຂອງ ກະຊວງໃນການສ້າງກອງວັດທະນະທຳ, ນັກຮົບວັດທະນະທຳ, ສ້າງໃຫ້ພະນັກງານ-ນັກຮົບມີຄວາມເບີກບານມ່ວນຊື່ນຮັກສາໄດ້ຄວາມສາມັກຄີ, ສ້າງໃຫ້ກົມ
ກອງມີຮອຍຍິ້ມ, ມີຄວາມເບີກບານມ່ວນຊື່ນຮັບປະກັນເຮັດສຳເລັດໜ້າທີ່ວິຊາສະເພາະຕາມຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ.