ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຄຳໄຕ ສີພັນດອນ ມອບງົວແນວພັນໃຫ້ກົມໃຫຍ່ພະລາທິການກອງທັບ

     ຫວ່າງມໍ່ໆນີ້ຢູ່ທີ່ຟາມລ້ຽງສັດ ບ້ານທີ 1 ເມືອງບາຈຽງ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບງົວແນວພັນໃຫ້ກົມໃຫ່ຍພະລາທິການກອງທັບ ເຊິ່ງກ່າວ
ມອບໂດຍ ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ-ປະທານປະເທດແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຮອງຫົວ
ໜ້າກົມໃຫຍ່ພະລາທິການກອງທັບ ແລະ ມີພັນເອກ ບຸນທອງ ຄຳພາໄຊ ຫົວໜ້າຫ້ອງພະລາທິການກອງພົນທີ 5 ພ້ອມດ້ວຍ ພາກສ່ວນວິຊາການເຂົ້າຮ່ວມ
ເປັນສັກຂີພະຍານ.


ທ່ານ ຄຳໄຕ ສີພັນດອນ ມອບງົວແນວພັນໃຫ້ກົມໃຫ່ຍພະລາທິການກອງທັບ

     ງົວທີ່ມອບໃນຄັ້ງນີ້ແມ່ນງົວແມ່ພັນຈຳນວນ 26 ໂຕ ຄິດໄລ່ມູນຄ່າ 100 ລ້ານກວ່າກີບ ເຊິ່ງເປັນງົວລ້ຽງຂອງທ່ານເອງ. ໂອກາດມອບງົວໃນຄັ້ງນີ້
ທ່ານ ຄຳໄຕ ສີພັນດອນ ກໍໄດ້ໃຫ້ຄຳແນະນຳບາງບັນຫາກ່ຽວກັບ ຄວາມສຳຄັນຂອງການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ
ໃນກອງທັບ ໂດຍຖືສຳຄັນວຽກງານການກໍ່ສ້າງພື້ນຖານໂຄງລ່າງຂອງກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນໃນທຸກດ້ານ ໃນນີ້ຕ້ອງເອົາໃຈໃສ່ວຽກ
ງານການປູກຝັງ-ລ້ຽງສັດເປັນສຳຄັນຊຸກຍູ້ໃຫ້ພະນັກງານ-ນັກຮົບເພີ່ມພູນຜະລິດຜົນຕາມສູດ 4 ປູກ 4 ລ້ຽງ ໄປພ້ອມໆກັບການຫັນລົງກໍ່ສ້າງຮາກຖານ
ການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໜາຍ ຕິດພັນກັບວຽກງານ 3 ສ້າງ ໄປຄຽງຄູ່ກັບການປັບປຸງກໍ່ສ້າງກົມກອງໃຫ້ກາຍ
ເປັນກອງທັບປະຕິວັດມີແບບແຜນທັນສະໄໜກ້າວຂື້ນຢ່າງບໍ່ຢຸດຢັ້ງ.


ງົວແນວພັນທີ່ນຳມາມອບໃຫ້ກົມໃຫ່ຍພະລາທິການກອງທັບ

     ການມອບງົວໃຫ້ກົມໃຫຍ່ພະລາທິການກອງທັບໃນຄັ້ງນີ້ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກໍໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງທີ່
ທ່ານໄດ້ເປັນຫ່ວງເປັນໃຍຕໍ່ກອງທັບ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານພະລາທິການຂອງກອງທັບ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະປົກປັກຮັກສາບົວລະ
ບັດລ້ຽງດູໃຫ້ຖືກ ຕ້ອງຕາມຫຼັກວິຊາການ ເພື່ອຜົນປະໂຫຍດຂອງກອງທັບໃນຕໍ່ໜ້າ ແລະ ຍາວນານ.