ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກອງທັບປະຊາຊົນລາວ


ພົນໂທ ຈັນສະໝອນ ຈັນຍາລາດ ກ່າວເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກອງທັບປະຊາຊົນລາວ່

     ໃນໂອກາດດໍາເນີນກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ຄັ້ງທີ 6 ສະໄໝທີ X ແລະ ດໍາເນີນຊີວິດການເມືອງໃນ
ໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ທີ່ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2018 ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະ
ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ຕະຫຼອດໄລຍະ 70 ປີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ
ປະຊາຊົນປະຕິວັດລາວ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ປະຕິວັດຕ້ານຈັກກະພັດຜູ້ຮຸກຮານ ແລະ ພວກສັກດີນາປະຕິການ, ເຮັດສຳ
ເລັດການປະຕິວັດຊາດປະຊາທິປະໄຕປົດປ່ອຍປະເທດຊາດຢ່າງສົມບູນປົກປັກຮັກສາໝາກຜົນຂອງການປະຕິວັດ, ອຳນາດອະທິປະໄຕຜືນແຜ່ນດິນອັນຄົບ
ຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນໃນພາລະກິດປ່ຽນແປງໃໝ່
ຂອງພັກ. ໃນພາລະກຳປະຫວັດສາດດັ່ງກ່າວກອງທັບປະຊາຊົນລາວສ້າງໄດ້ທາດແທ້ມູນເຊື້ອອັນສະຫງ່າງາມຕະຫຼອດມາ, ພ້ອມທັງໄດ້ເສີມຂະຫຍາຍ ແລະ
ເພີ່ມພູນຄູນສ້າງໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ.

     ກອງທັບປະຊາຊົນລາວແມ່ນກອງທັບປະຕິວັດແບບໃໝ່ຂອງຊົນຊັ້ນກໍາມະກອນລາວ ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້
ຈິງ, ໂດຍສືບທອດມູນເຊື້ອອັນດີງາມຂອງຊາດ ກອງທັບເຮົານັບແຕ່ກໍາເນີດຂຶ້ນທັງສູ້ຮົບທັງປັບປຸງກໍ່ສ້າງຕົນເອງ ພາຍໃຕ້ການນໍາພາສຶກສາອົບຮົມຂອງພັກ
ປະຊາຊົນປະຕິວັດລາວ ແລະ ການອູ້ມຊູລ້ຽງດູຂອງປະຊາຊົນລາວບັນດາເຜົ່າກອງທັບເຮົາສາມາດສ້າງ ແລະ ເສີມຂະຫຍາຍໄດ້ມູນເຊື້ອສະຫງ່າງາມຫຼາຍປະ
ການດັ່ງນີ້: 1 ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ປະເທດຊາດ ແລະ ອຸດົມການສັງຄົມນິຍົມ. 2 ມີນໍ້າໃຈພິລະອາດຫານກ້າແກ່ນໜຽວແໜ້ນ, ມີ
ພິກໄຫວ ແລະ ປະດິດສ້າງ. 3 ມີນໍ້າໃຈດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດສັດທ່ຽງ. 4 ກອງທັບປະຊາຊົນລາວຍາມ
ໃດກໍມີຄວາມສາມັກຄີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ. 5 ກອງທັບເຮົາໄດ້ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ ແລະ ສະເໝີ
ຕົ້ນສະເໝີປາຍ. 6 ກອງທັບປະຊາຊົນລາວຍາມໃດກໍຮັກສາມູນ ເຊື້ອມີປະຊາທິປະໄຕ, ມີລະບຽບວິໄນເຂັ້ມງວດ.

     ຍ້ອນຄວາມຕັ້ງຕໍ່ບໍລິສຸດຕໍ່ຊາດຮັບໃຊ້ປະຊາຊົນຢ່າງສຸດໃຈ ຕັ້ງໜ້າເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດອັນສະຫງ່າງາມຂອງກອງທັບ. ເພື່ອຕອບ
ສະໜອງກັບຄຸນງາມຄວາມດີ ຜົນງານໄຊຊະນະດັ່ງກ່າວຢ່າງສົມກຽດ ພັກ-ລັດ ໄດ້ຕົກລົງມອບນາມມະຍົດໃຫ້ກອງທັບປະຊາຊົນລາວ ເປັນກອງທັບວີລະຊົນ
ຂອງຊາດລາວ ໄດ້ຮັບຫຼຽນຄໍາແຫ່ງຊາດ 4 ໜ່ວຍ, ກອງພັນວີລະຊົນ 7 ກົມກອງ, ກອງຮ້ອຍວີລະຊົນ 37 ກົມກອງ, ວີລະຊົນແຫ່ງຊາດ 60 ສະຫາຍ ແລະ
ນັກຮົບແຂ່ງຂັນ 159 ສະຫາຍ. ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນເປັນຕົ້ນມາ ໂດຍສະເພາະ 5 ປີຜ່ານມານີ້ 2014-2018 ກອງທັບເຮົາ
ໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງຕົນຕະຫຼອດມາ, ນັບແຕ່ປະເທດຊາດກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດກອງທັບເຮົາກໍ່
ໄດ້ກາຍເປັນກອງທັບຂອງຊາດໜຶ່ງທີ່ມີເອກະລາດມີອໍານາດອະທິປະໄຕມີຜືນແຜ່ນດິນອັນຄົບຖ້ວນ ແລະ ມີການພັດທະນາຕາມທິດສັງຄົມນິຍົມ ສະນັ້ນໜ້າ
ທີ່ຂອງກອງທັບເຮົາໃນໄລຍະໃໝ່ຍິ່ງໜັກໜ່ວງ ແລະ ມີກຽດ ພັກລັດໄດ້ມອບໝາຍໃຫ້ກອງທັບເຮົາ ເປັນຫຼັກແຫຼ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາ
ພັດທະນາປະເທດຊາດ. ຜ່ານມາກອງທັບໄດ້ຕັ້ງໜ້າປະຕິ ບັດໜ້າທີ່ດັ່ງກ່າວໄດ້ສ້າງຜົນງານອັນໃຫຍ່ຫຼວງ ພ້ອມກັບປະຊາຊົນບັນດາເຜົ່າສາມາດປົກປັກຮັກ
ສາໝາກຜົນຂອງການປະຕິວັດ, ອໍານາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ ແລະ ປະກອບສ່ວນພັດທະນາເສດ
ຖະກິດເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າດີຂຶ້ນປະເທດຊາດມີສະຖຽນລະພາບ, ມີຄວາມສະຫງົບໂດຍພື້ນ
ຖານຕະຫຼອດຈົນເຖິງປັດຈຸບັນນີ້ກອງທັບເຮົາໄດ້ເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ, ພວມປັບປຸງກໍ່ສ້າງກ້າວຂຶ້ນເປັນກອງທັບມີລະບຽບ
ແບບແຜນທັນສະໄໝ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕື່ມອີກວ່າ: ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງການປະ
ຕິວັດ ແລະ ການປັບປຸງກໍ່ສ້າງກໍາລັງຂອງກອງທັບເຮົາແລ້ວປັດ ຈຸບັນກອງທັບເຮົາກໍ່ຍັງມີບາງບັນຫາຕ້ອງໄດ້ຮີບຮ້ອນສຸມໃສ່ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ
ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນໄລຍະຜ່ານມາຍັງມີບາງກົມກອງ-ທ້ອງຖິ່ນ ແລະ ພະນັກງານ-ນັກຮົບຈໍານວນໜຶ່ງຍັງບໍ່ທັນຕັ້ງໜ້າເປັນເຈົ້າການເຂົ້າໃນການ
ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບ ໂດຍສະເພາະສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນບໍ່ສູງ, ນໍ້າໃຈ
ເສຍສະຫຼະເພື່ອພາລະກິດປະຕິວັດ, ເພື່ອຊາດ ແລະ ບັນຫາອື່ນໆອີກ ທີ່ຈະເຮັດໃຫ້ທາດແທ້ມູນເຊື້ອຂອງກອງທັບຖືກເສື່ອມເສຍ. ຕໍ່ກັບສະພາບການດັ່ງກ່າວ
ນັ້ນ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງມີມາດຕາການອັນເດັດຂາດ ເພື່ອສະກັດກັ້ນບັນຫາທີ່ຈະພາ ໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆໃນກົມກອງ ທັງນີ້ກໍເພື່ອ
ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດອັນສະຫງ່າງາມຂອງກອງທັບເຮົາໃຫ້ສະຫງ່າງາມຕະຫຼອດໄປ ຍາມໃດກໍໃຫ້ກາຍເປັນຄວາມເອກອ້າງທະນົງໃຈ
ຂອງກອງທັບ, ຂອງຊາດເຮົາ ແລະ ພ້ອມກັນເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະ
ພາບການໃໝ່.