ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ຂອງຄະນະຜູ້ແທນເຫຼົ່າຮົບປືນໃຫຍ່ໜ້າດິນກອງທັບປະຊາຊົນຫວຽດນາມ

     ວັນທີ 18 ສິງຫານີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ໄດ້ໃຫ້ກຽດຕ້ອນຮັບເຂົ້າຢ້ຽມຂ່ຳນັບຂອງຄະ ນະຜູ້ແທນກອງບັນຊາການເຫຼົ່າຮົບປືນໃຫຍ່ໜ້າດິນກອງທັບປະຊາຊົນຫວຽດນາມ ນຳ
ໂດຍສະຫາຍ ພົນຈັດຕະວາ ໂດເຕີດ ຈວນ ຫົວໜ້າກອງບັນຊາການເຫຼົ່າຮົບປືນໃຫຍ່ໜ້າດິນກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດທີ່ ຄະນະເດີນ
ທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ.

                                 
                                                       ພົນຈັດຕະວາ ປະສິດທ່ຽງທຳ ຕ້ອນຮັບຄະນະຜູ້ແທນເຫຼົ່າຮົບປືນໃຫຍ່ໜ້າດິນກອງທັບປະຊາຊົນຫວຽດນາມ

     ໂອກາດນີ້ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ຕາງໜ້າຄະນະນຳກົມໃຫຍ່ເສນາທິການກອງທັບ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີ
ລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ປະເທດເຮົາ ຂອງ ທ່ານ ພົນຈັດຕະວາ ໂດເຕີດ ຈວນ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງຈະເປັນການ
ປະກອບສ່ວນເສີມສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ 2 ກອງທັບ ກໍຄືລະຫວ່າງເຫຼົ່າຮົບປືນໃຫຍ່ໜ້າດິນ
ກອງທັບປະຊາຊົນ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012