ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ ກມທ ພົບປະໂອ້ລົມຄະນະນຳພະນັກງານຫຼັກແຫຼ່ງທະຫານແຂວງຫຼວງນ້ຳທາ


     ໃນໂອກາດລົງເຄື່ອນໄຫວຊີ້ນຳວຽກງານການປັບປຸງກໍ່ສ້າງກອງທັບ ທ່ານ ພົນຈັດຕະວາ ວັນທອງ ກອງມະ ນີ ຄະນະພັກກະຊວງປ້ອງກັນປະເທດ ຮອງ
ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມຄະນະນຳ, ພະນັກງານຫຼັກແຫຼ່ງຢູ່ກອງບັນຊາການທະຫານແຂວງຫຼວງນໍ້າທາ ໂດຍການເຂົ້າຮ່ວມຂອງ
ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງຜົ້ງສາລີ ແລະກອງ “ກ 3”.

                                 
                                                                 ພົນຈັດຕະວາວັນທອງກອງມະນີ ເປັນປະທານພົບປະໂອ້ລົມຄະນະນຳພະນັກງານຫຼັກແຫຼ່ງທະຫານແຂວງຫຼວງນ້ຳທາ

     ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ແລະບາງບັນຫາ ປາກົດການຫຍໍ້ທໍ້ອັນພົ້ນເດັ່ນທີ່ເກີດຂຶ້ນໃນ
ປະເທດເຮົາ ເປັນຕົ້ນບັນຫາສາດສະໜາ, ຢາເສບຕິດ, ຄົນລັກ ລອບເຂົ້າ-ອອກເມືອງຜິດກົດໜາຍ ແລະ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ
ແຕ່ລະຂັ້ນຂອງກອງບັນ ຊາການທະຫານແຂວງແຕ່ລະແຂວງເພີ່ມທະວີຄວາມສາມັກຄີເປັນປືກແຜ່ນແໜ້ນໜາ, ເອົາໃຈໃສ່ສືກສາອົບຮົມ- ການເມືອງນຳ
ພາແນວຄິດໃຫ້ພະນັກງານ - ນັກຮົບໄດ້ເຊື່ອມຊຶມຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012