ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ລົງກວດກາຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງແບງ

     ວັນທີ 12 ສິງຫາ 2016 ຜ່ານມານີ້, ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຄະນະປະຈຳພັກແຂວງ ເລຂາພັກ ຫົວໜ້າການທະຫານກອງບັນຊາ
ການທະຫານແຂວງອຸດົມໄຊ ໄດ້ລົງກວດກາຜົນກະທົບໄພນໍ້າຖ້ວມຢູ່ເມືອງແບງ ແຂວງອຸດົມໄຊ ຫວ່າງຕົ້ນເດືອນ ສິງຫາ ທີ່ຜ່ານມາ.

                                 
                                                                              ພົນຈັດຕະວາຈັນທະວອນໄຊຍະຜົງ ລົງກວດກາຜົນກະທົບໄພນໍ້າຖ້ວມ

             

     ຜ່ານການກວດກາຕົວຈິງເຫັນວ່າມີຜົນເສຍຫາຍຫຼາຍດ້ານເປັນຕົ້ນແມ່ນ: ຖະໜົນຫົນທາງ, ເຮືອນຊານບ້ານຊອ່ງ, ບ່ອນທຳການຜະລິດ, ສັດລຽ້ງ
ແລະວັດຖຸອື່ນໆຂອງປະຊາຊົນເຂດບ້ານໂພນສະອາດ ບ້ານນາປາເໜືອ, ບ້ານປາງຍົມ, ບ້ານນາ, ບ້ານທ່າກາດ, ບ້ານພູຄຳ, ຕາມການລາຍງານ ແລະໃຫ້ຂໍ້
ມູນເບື້ອງຕົ້ນຂອງປະຊາຊົນມີ: ເຮືອນເປ່ເພ 3 ຫຼັງ, ເລົ້າເຂົ້າ 1 ຫຼັງ, ຄົນຕາຍ 1 ຄົນ, ສັດລຽ້ງປະເພດງົວ 10 ໂຕ, ໂຮງສອຍໄມ້ 1 ຫຼັງ, ຕູ້ເສັບ 1 ໜ່ວຍ, ລົດຈົກ 1 ຄັນ, ລົດຈັກ 6 ຄັນ. ນອກຈາກນີ້ຍັງມີສວນສາລີ, ສວນກວ້ຍ, ສັດປີກ ແລະຫ້າງຮ້ານຕ່າງໆຈຳນວນໜຶ່ງ ປັດຈຸບັນສະພາບດັ່ງກ່າວແມ່ນຢູ່ໃນ
ໄລຍະການເກັບກຳຂໍ້ມູນຂອງອົງການ ແລະພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ ແລະບ້ານ ເພື່ອລາຍງານໃຫ້ແຂວງຊອກຊ່ອງທາງຊ່ວຍເຫຼືອຕໍ່ໄປ.

          ໂອກາດດຽວກັນນີ້ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ກໍ່ໄດ້ແນະນຳໃຫ້ຄະ
ນະພັກກອງບັນຊາການທະຫານເມືອງແບງ ຈັດຕັ້ງກຳລັງອ້າຍ-ນ້ອງທະຫານລົງເຄື່ອນໄຫວປ້ອງກັນບັນດາຈຸດຕ່າງໆທີ່ໄດ້ຮັບຜົນເສຍຫາຍ ໂດຍສະເພາະ
ແມ່ນປອ້ງກັນຄວາມປອດໄພ ແລະອຳນວຍຄວາມສະດວກໃຫ້ແກ່ພາກສ່ວນທີ່ກຳລັງປະຕິບັດໜ້າທີ່ແກ້ໄຂຢູ່ເຂດດັ່ງກ່າວໃຫ້ດີທີ່ສຸດ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012