ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດການອົບຮົມຫັດແອບໜ່ວຍງານຊອກຄົ້ນ-ກູ້ໄພ ແລະ ໜ່ວຍແພດສຸກເສີນ
ເພື່ອກຽມເຂົ້າຮ່ວມເຝິກຊ້ອມຮ່ວມກັບກອງທັບບັນດາປະເທດອາຊຽນ

     ໃນຕອນເຊົ້າວັນທີ 19 ສິງຫາ 2016 ນີ້, ຢູ່ທີ່ສະໂມສອນສູນ 14 ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປິດການອົບຮົມຫັດແອບໜ່ວຍງານ
ຊອກຄົ້ນ-ກູ້ໄພ ແລະໜ່ວຍແພດຊ່ວຍເຫຼືອສຸກເສີນ ເພື່ອກຽມເຂົ້າຮ່ວມເຝິກຊ້ອມຮ່ວມກັບກອງທັບບັນດາປະເທດອາຊຽນ-ບວກ ໃນຂອບກອງປະຊຸມ
ລັດຖະມົນຕີປ້ອງກັນປະເທດອາ ຊຽນ-ບວກ ທີ່ປະເທດໄທ ເຊິ່ງຈະໄດ້ຈັດຂຶ້ນໃນທ້າຍປີ 2016 ນີ້. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ສຸ
ວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳ 3 ກົມໃຫຍ່, ຫົວໜ້າກົມ, ຮອງກົມ,
ຄະນະຮັບຜິດຊອບຊີ້ນຳ, ພ້ອມດ້ວຍນັກວິທະຍາກອນ ແລະນັກສຳມະນາກອນເຂົ້າຮ່ວມ.

                                 
                                                        ພົນຕີສຸວອນເລືອງບຸນມີ ເປັນປະທານພິທີປິດການອົບຮົມຫັດແອບໜ່ວຍງານຊອກຄົ້ນ-ກູ້ໄພແລະໜ່ວຍແພດຊ່ວຍເຫຼືອສຸກເສີນ

     ພັນໂທ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະປະສານງານໜ່ວຍງານຄຸ້ມຄອງໄພພິບັດຂອງກະ
ຊວງປ້ອງກັນປະເທດ ໄດ້ກ່າວລາຍງານຜົນສຳເລັດຂອງການອົບຮົມຫັດແອບໜ່ວຍງານຊອກຄົ້ນ-ກູ້ໄພ ແລະ ໜ່ວຍແພດຊ່ວຍເຫຼືອສຸກເສີນ ພາຍຫລັງທີ່
ໄດ້ດຳເນີນມາເວລາ 3 ເດືອນກວ່າ (ເລີ່ມແຕ່ເດືອນພຶດສະພາ-ເດືອນສິງຫາ 2016) ເຊິ່ງນັກສໍາມະນາກອນເຂົ້າຮ່ວມທັງໝົດ 48 ສະຫາຍ ທີ່ມາຈາກບັນ
ດາກົມກອງອ້ອມຂ້າງເຫຼົ່າຮົບຊ່າງແສງ, ສິດສອນໂດຍນັກວິທະຍາກອນຈາກກອງ “ຂ 279”, ກອງ “ຄ 233” ແລະນັກວິຊາການຈາກປະເທດຢີ່ປຸ່ນມາ
ຊ່ວຍສິດສອນດ້ານການນຳໃຊ້ອຸປະກອນ ແລະເຕັກນິກໃນການ ຊອກຄົ້ນ-ກູ້ໄພ. ຜ່ານການອົບຮົມຫັດແອບທັງພາກທິດສະດີຄວາມຮູ້ພື້ນຖານຂອງນາຍ
ແລະພົນທະຫານ ແລະພາກປະຕິບັດຕົວຈິງຂອງໜ່ວຍຊອກຄົ້ນ-ກູ້ໄພ ແລະສະເພາະແພດຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດ ສາມາດບັນລຸໄດ້ຕາມ
ແຜນການຄາດໝາຍທີ່ວາງໄວ້ ແລະຮັບປະກັນຄວາມປອດໄພຮອບດ້ານ. ເຊິ່ງການອົບຮົມຄັ້ງນີ້ໄດ້ເປັນພື້ນຖານອັນດີໃຫ້ແກ່ການກະກຽມເຂົ້າຮ່ວມ
ເຝິກຊ້ອມຮ່ວມກັບບັນດາປະເທດອາຊຽນ-ບວກ ຢູ່ປະເທດໄທ ໃນຖານະທີ່ກອງທັບປະຊາຊົນລາວເປັນປະທານຮ່ວມ ແລະທັງເປັນການກຽມພ້ອມຮັບ
ມືກັບໄພພິບັດຕ່າງໆທີ່ຈະເກີດຂຶ້ນໃນສະເພາະໜ້າ ແລະຍາວນານ.

     ໂອກາດປິດການອົບຮົມ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ໃຫ້
ກຽດມີຄວາມເຫັນໂອ້ລົມທ່ານກ່າວວ່າ: ເຖິງວ່າພວກເຮົາສຳເລັດໃນການອົບຮົມຫັດແອບຄັ້ງນີ້ ແຕ່ຖ້າທຽບໃສ່ກັບຄວາມຮຽກຮ້ອງຕ້ອງການໃນການປະ
ຕິບັດຫັດແອບຕົວຈິງ ພວກເຮົາຍັງຈະຕ້ອງເອົາໃຈໃສ່ໃນຫລາຍດ້ານໃຫ້ດີຂຶ້ນ ເປັນຕົ້ນແມ່ນຄູອາຈານຕ້ອງຖອດຖອນໃຫ້ໄດ້ບົດຮຽນໃນການສິດສອນ
ສ້າງໃຫ້ເປັນທິດສະດີຫຼັກການ ເພື່ອສືບຕໍ່ຫັດແອບກອງທັບເຮົາໃຫ້ມີຄວາມສາມາດ ແລະຊຳນິຊຳນານຢ່າງຕໍ່ເນື່ອງ, ປະສານສົມທົບແໜ້ນກັບບັນດາອົງ
ການ, ກົມກອງ ສືບຕໍ່ສ້າງແຜນຈັດຕັ້ງອົບຮົມຫັດແອບ ເພື່ອສ້າງຄວາມອາດສາມາດຮັບໃຊ້ກັບໄພພິບັດທີ່ຈະເກີດຂຶ້ນຢູ່ແຕ່ລະທ້ອງຖິ່ນ ໃຫ້ສອດຄ່ອງກັບ
ຄວາມຮຽກຮ້ອງຕ້ອງການຕົວຈິງ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012