ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດຊຸດອົບຮົມການປະດິດແຕ່ງສິລະປະດົນຕີໄລຍະສັ້ນທົ່ວກອງທັບຄັ້ງທີ 2

     ພິທີປິດຊຸດເຝິກອົບຮົມການປະດິດແຕ່ງສິລະປະດົນຕີໄລຍະສັ້ນທົ່ວກອງທັບຄັ້ງທີ 2 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ສິງຫານີ້, ຢູ່ສະໂມສອນວິທະ
ຍາຄານປ້ອງກັນຊາດໄກສອນ ພົມວິຫານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີຄະນະອຳນວຍການວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ຄະນະກົມໂຄສະນາອົບຮົມ, ແຂກຖືກເຊີນ, ຄູອາຈານ ແລະນັກເຝິກອົບຮົມ
ເຂົ້າຮ່ວມ.

                                 
                                                                           ນັກຝຶກອົບຮົມການປະດິດແຕ່ງສິລະປະດົນຕີ ສະແດງຮັບໃຊ້ໃນມື້ປິດຊຸດອົບຮົມວຽກງານດັ່ງກ່າວ

     ໃນບົດສະຫຼຸບທີ່ສະເໜີໂດຍ ພັນເອກ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບໄດ້ຊີ້ອອກວ່າ: ຊຸດເຝິກອົບ
ຮົມຄັ້ງນີ້ມີບັນດາສະຫາຍພະນັກງານວິຊາການຈາກບັນດາກົມກອງໃນທົ່ວກອງທັບເຂົ້າຮ່ວມຈຳນວນ 91 ສະຫາຍ. ຜ່ານການເຝິກອົບຮົມພະນັກງານໄດ້
ມີຄວາມຮັບຮູ້ອັນໃໝ່ກ່ຽວກັບຫຼັກການພື້ນຖານການປະດິດແຕ່ງບົດເພງ, ດົນຕີ, ແຕ່ງບົດຟ້ອນ, ເຕັກນິກຄວບຄຸມເຄື່ອງຂະຫຍາຍສຽງ, ນອກນີ້ຍັງໄດ້ລົງ
ພາກປະຕິບັດຕົວຈິງ ແລະສາມາດຈັດແບ່ງປະເພດໄດ້ດັ່ງນີ້: ແຕ່ງບົດເພງ ແລະຂັບລຳໄດ້ 18 ບົດແຕ່ງບົດຟ້ອນເອກະລາດ ແລະແຕ່ງບົດຟ້ອນປະກອບເພງ, ຂັບ-ລຳໄດ້ 31 ບົດ, ປະສານດົນຕີໄດ້ 23 ບົດ, ສາມາດຕີລາຄາປະເພດເກັ່ງ 50 ສະຫາຍເທົ່າກັບ 53,94%, ປານກາງ 31 ສະຫາຍເທົ່າກັບ 41,75%
ແລະປະເພດໃຊ້ໄດ້ 3 ສະຫາຍເທົ່າກັບ 3,29%.

     ຈາກນັ້ນກໍໄດ້ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ແລະໃບຊົມເຊີຍຂອງກົມໂຄສະນາອົບຮົມໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກເຝິກອົບ
ຮົມທີ່ມີຜົນງານດີເດັ່ນ ແລະມອບໃບຢັ້ງຢືນການອົບຮົມໃຫ້ແກ່ນັກ ເຝິກອົບຮົມຈຳນວນ 91 ສະຫາຍ.

     ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນຂອງບັ້ນອົບຮົມໃນຄັ້ງນີ້ ແລະຮຽກຮ້ອງໃຫ້ນັກເຝິກອົບຮົມນຳ
ເອົາບົດຮຽນທີ່ໄດ້ຮັບໄປນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານສິລະປະ-ວັດທະນະທຳໃນກົມກອງຂອງຕົນໃຫ້ມີປະສິດທິຜົນ, ເຮັດໃຫ້ບັນຍາກາດໃນກົມ
ກອງມີຄວາມຟົດຟື້ນມ່ວນຊື່ນ, ປະກອບສ່ວນເຂົ້າໃນສະໜາມອົບຮົມການເມືອງ-ແນວຄິດ ຊຸກຍູ້ກົມກອງເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງຈົບ
ງາມ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012