ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

6 ກົມກອງຈັດພິທີປະດັບຫຼຽນກຽດຕິຄຸນກອງທັບປະຊາຊົນລາວ


     ໃນວັນທີ 17 ສິງຫາ 2016 ຢູ່ກອງ “ກ 2” ໄດ້ຮັບກຽດເປັນເຈົ້າພາບໃນການຈັດພິທີປະດັບຫຼຽນກຽດຕິຄຸນກອງທັບປະຊາຊົນລາວ ໃຫ້ພະນັກງານ
ນາຍທະຫານ 6 ກົມກອງ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ.

                                 
                                                                                           ພົນຈັດຕະວາວັນທອງກອງມະນີ ເປັນປະທານປະດັບຫຼຽນກຽດຕິຄຸນ

     ໂອກາດດັ່ງກ່າວ ພັນໂທ ຄຳພາ ມອນວົງໄຊ ຮອງຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດຂໍ້ຕົກລົງຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການປະດັບຫຼຽນກຽດຕິຄຸນຂອງກອງທັບ ປະຊາຊົນລາວໃຫ້ແກ່ນາຍທະຫານກອງທັບປະຊາຊົນລາວຜູ້ທີ່ໄດ້ຜ່ານແປວໄຟຕໍ່ສູ້ກູ້ຊາດ
ສະບັບເລກທີ 3235-3286/ກປທ ລົງວັນທີ 1/9/2015. ການມອບຫຼຽນກຽດຕິຄຸນກອງທັບປະຊາຊົນລາວໃນຄັ້ງນີ້ ເຊິ່ງປະກອບມີ 6 ກົມກອງ ຄື:ກອງ “ກ1”, ກອງ “ກ2”, ທະຫານແຂວງວຽງຈັນ, ທະຫານແຂວງຫຼວງພະບາງ, ທະຫານແຂວງໄຊຍະບູລີ ແລະໂຮງຮຽນກໍ່ສ້າງນາຍສິບເລກ 1 ລວມຈຳນວນ ທັງໝົດມີ 2.702 ສະຫາຍ. ບັນດາສະຫາຍດັ່ງກ່າວ ລ້ວນແຕ່ແມ່ນຜູ້ທີ່ມີຜົນງານຄຸນງາມຄວາມດີຕໍ່ພາລະກິດປົດປ່ອຍປະເທດຊາດ ແລະປົກປັກຮັກສາ
ພັດທະນາປະເທດຊາດ ປະ ກອບສ່ວນໃນການສູ້ຮົບມີໄຊແຕ່ກ່ອນປີ 1975 ຄືນຫຼັງ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012