ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານສານທະຫານທົ່ວກອງທັບ ຄັ້ງທີ VI


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕິກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 23 ກໍລະກົດ 2020 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງດໍາເນີນກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານສານທະຫານທົ່ວກອງທັບ ຄັ້ງທີ VI ຂຶ້ນ
ຢູ່ສະໂມສອນ ກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕິກະ
ຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຄຳພາ ແສງດາລາ ປະທານສານປະຊາຊົນສຸງສູດ, ມີບັນດາສະຫາຍຄະນະນຳກະຊວງ, ບັນດາ
ກົມໃຫຍ່, ຫ້ອງວ່າການ, ແຂກຖືກເຊີນ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການ ຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳວຽກງານຍຸຕິທຳກອງທັບ ໄດ້ຂຶ້ນ
ຜ່ານບົດສະຫຼຸບ ແລະ ທິດທາງແຜນການວຽກງານສານທະຫານທົ່ວກອງທັບໃນຊຸມປີຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນສະພາບການເຄື່ອນໄຫວວຽກງານສານທະຫານແຕ່ປີ
2014-2019 ຜ່ານມາ, ຄະນະພັກ-ຄະນະບັນຊາຂອງສານທະຫານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກ
ພັກ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະ ວິຊາການເຊື່ອມຊຶມກໍາແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV
ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເນື້ອໃນກອງປະຊຸມຜູ້ພິພາກສາທົ່ວປະເທດ ຄັ້ງທີ IX ແລະ ເນື້ອໃນບົດສະຫຼຸບຖອດຖອນບົດຮຽນວຽກງານສານທະຫານທົ່ວ
ກອງທັບຄັ້ງທີ V ແລະ ໄດ້ສົມທົບແໜ້ນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງ ຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່
26 ແຜນງານ ແລະ 5 ບາດກ້າວບຸກທະລຸ, ປະຕິບັດທຸກມະຕິຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ. ທາດແທ້ຂອງກອງທັບ ແລະ ຍົກສູງສະຕິລະວັງຕົວ
ປະຕິວັດ, ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຜິດເຂວຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບປະຊາຊົນລາວ ແລະ ບັນດາປະ
ກົດການຫຍໍ້ທໍ້ອື່ນໆ ສ້າງຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນໃຫ້ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະ ວິຊາການມີຈັນຍາບັນ, ຈັນຍາທໍາ, ມີຄວາມໂປ່ງ
ໃສຍຸຕິທໍາຍາມໃດກໍຍຶດໝັ້ນ ແລະ ປະຕິບັດຕາມຄໍາຂວັນຂອງສານປະຊາຊົນສູງສຸດຄື: “ພະນັກງານຂອງສານບໍລິການດ້ວຍຄວາມຍິ້ມແຍ້ມແຈ່ມໃສ ຈະຊ່ວຍແກ້ໄຂ
ຄະດີໄດ້ບາດກ້າວໜຶ່ງ, ເຮັດວຽກດ້ວຍຄວາມສັດຊື່ບໍລິສຸດຄືບາດກ້າວທໍາອິດ ຂອງການຕັດສິນຄະດີທີ່ຖືກຕ້ອງ” “ຮອບຄອບ, ມີວິໄນ, ວິນິດໄສຈະແຈ້ງ, ຕັດສິນເປັນ
ທໍານໍາໄປປະຕິບັດໄດ້”, “ຜູ້ພິພາກສາເປັນຜູ້ຮັກສາຄວາມຍຸຕິທໍາ ແລະ ສິນທໍາ, ສີດໍາ-ສີຂາວ ຕ້ອງຈໍາແນກຈະແຈ້ງ, ບໍ່ລະເວັ້ນອໍານາດ, ບໍ່ປະໝາດສາມັນຊົນເຖິງຊີວິດຈະ
ຍາກຈົນແຕ່ໃຈຕົນບໍ່ໝົ່ນໝອງ” ເຊີດຊູສະຕິເປັນເຈົ້າເຄົາຮົບການປະຕິບັດກົດໝາຍຂອງພົນລະເມືອງໃຫ້ສູງຂຶ້ນ ແລະ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມ ແລະ
ຄຸ້ມຄອງກອງທັບ ທາງດ້ານກົດໝາຍມີຄວາມສັກສິດຍິ່ງໆຂຶ້ນ. ດ້ານວຽກງານວິຊາສະເພາະໄດ້ຊີ້ນໍາຕິດຕາມກວດກາຢ່າງໃກ້ຊິດຕໍ່ການຄົ້ນຄວ້າຄະດີຂອງຜູ້ພິພາກສາ
ໄດ້ປະສານງານກັບອົງການທີ່ກ່ຽວຂ້ອງ ພ້ອມກັນຄົ້ນຄວ້າເປັນເອກະພາບທາງດ້ານທັດສະນະ, ຫຼັກການ, ສາຍເຫດ, ການປະພຶດ, ຫຼັກຖານ ແລະ ການນໍາໃຊ້ມາດຕະ
ການລົງໂທດ ທາງກົດໝາຍຢ່າງເໝາະສົມເພື່ອປົກປ້ອງແນວທາງນະໂຍບາຍຂອງພັກ ​ແລະ ສິດຜົນປະໂຫຍດຂອງລັດ-ຂອງກອງທັບ ແລະ ຂອງສັງຄົມເປັນວຽກງານໃຈ
ກາງຂອງສານທະຫານ, ເອົາການຄົ້ນຄວ້າວິນິດໄສຂອງຜູ້ພິພາກສາ ແມ່ນປັດໄຈຕັດສິນຄວາມຖືກຕ້ອງ-ເປັນທໍາຂອງການດໍາເນີນຄະດີ; ເພື່ອຮັບປະກັນໃຫ້ແກ່ການແກ້
ໄຂຄະດີມີຄວາມວ່ອງໄວ, ຖືກຕ້ອງ, ພາວະວິໄສ, ໂປ່ງໃສ ແລະ ຍຸຕິທໍາ, ໄລຍະ 5 ປີ, ຄະດີອາຍາຂັ້ນຕົ້ນ ມີທັງໝົດ 187 ເລື່ອງ: ຕັດສິນແລ້ວ 179 ເລື່ອງ; ຍັງຄ້າງ 8
ເລື່ອງ, ຂໍອຸທອນ 4 ເລື່ອງ, ອົງການໄອຍະການທະຫານພາກຄັດຄ້ານ ຈໍານວນ 2 ເລື່ອງ, ສານຂັ້ນອຸທອນພິພາກສາຢັ້ງຢືນ 4 ເລື່ອງ, ປ່ຽນແປງ 6 ເລື່ອງ, ລົບລ້າງໃຫ້ສານ
ຂັ້ນຕົ້ນພິຈາລະນາຄືນໃໝ່ 5 ເລື່ອງ, ຄະດີອາຍາຂັ້ນອຸທອນ ມີທັງໝົດ 16 ເລື່ອງ, ພິພາກສາ ແລ້ວ 14 ເລື່ອງ, ສົ່ງຄືນອົງການໄອຍະການທະຫານຂັ້ນສູງ 1 ເລື່ອງ, ຍັງ
ຄ້າງ 1 ເລື່ອງ, ຄູ່ຄະດີຄວາມຂໍລົບລ້າງໄປຍັງສານປະຊາຊົນສູງສຸດ 3 ເລື່ອງ, ສານປະຊາຊົນສູງສຸດ ພິພາກສາຢັ້ງຢືນເອົາ 1 ເລື່ອງ, ລົບລ້າງ 1 ເລື່ອງ, ຍັງພິຈາລະນາ 6
ເລື່ອງ. ນອກຈາກການຕັດສິນຄະດີແລ້ວຍັງໄດ້ແຕ່ງຕັ້ງພະນັກງານເຂົ້າຮ່ວມ ເປັນຄະນະສະເພາະກິດແກ້ໄຂຂໍ້ຂັດແຍ່ງຕ່າງໆຕາມການຕົກລົງຂອງຂັ້ນເທິງ.

     ສະຫາຍ ພົນໂທ ປອ ທອງ ລອຍ ສິລິວົງ ໄດ້ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ ຂອງສານທະຫານແຕ່ລະຂັ້ນສືບຕໍ່ຝຶກຝົນຮໍ່າຮຽນເພື່ອກໍາແໜ້ນກົດ
ໝາຍ, ກໍາແໜ້ນແນວທາງຂອງພັກ ໃນການສ້າງລັດແຫ່ງກົດໝາຍ ເພື່ອຮັບປະກັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມ
ຍຸຕິທໍາ, ເພີ່ມທະວີການປັບປຸງລະບົບການຈັດຕັ້ງຂອງສານໃຫ້ເຂັ້ມແຂງ, ກະທັດຮັດ, ໜັກແໜ້ນທາງດ້ານວິຊາການກົດໝາຍ ແລະ ດ້ານແນວຄິດ-ການເມືອງ, ມີຄວາມ
ໂປ່ງໃສ, ຕ້ອງເອົາໃຈໃສ່ຝຶກຝົນຮ່ຳຮຽນຍົກສູງລະດັບວິຊາການທາງດ້ານກົດໝາຍ ໃຫ້ຮັບປະກັນການຕັດສິນຄະດີມີຄວາມຖືກຕ້ອງ, ເປັນທໍາ, ເດັດດ່ຽວຕ້ານພະຍາດ
ອາດຍາສິດ, ບໍ່ຮັບສິນບົນ ແລະ ບໍ່ມີຄວາມລໍາອຽງໃນການປະຕິບັດໜ້າທີ່ຂອງຕົນ, ເພີ່ມທະວີຄວາມເອົາໃຈໃສ່ຊີ້ນໍາ, ຕິດຕາມກວດກາການເຄື່ອນໄຫວວຽກງານຮອບ
ດ້ານ ຂອງສານທະຫານ ໃຫ້ເປັນປົກກະຕິ, ສືບຕໍ່ປັບປຸງກົນໄກແບບແຜນວິທີເຮັດວຽກຂອງສານທະຫານແຕ່ລະຂັ້ນ ຊອກໃຫ້ເຫັນຜູ້ທີ່ດີມີການ ຍ້ອງຍໍຊົມເຊີຍ ແລະ ສຶກ
ສາອົບຮົມ, ກ່າວເຕືອນ ຫຼື ປະຕິບັດວິໄນຕໍ່ພະນັກງານວິຊາການທີ່ກະທໍາຜິດຕໍ່ລະບຽບກົດໝາຍເປັນແຕ່ລະກໍລະນີ, ເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະບັນ
ຊາແຕ່ລະຂັ້ນໃນການປົກປ້ອງກົດໝາຍໃຫ້ມີຄວາມຄ່ອງຕົວ ແລະ ຮັດກຸມ, ເພີ່ມທະວີການພົວພັນ ແລະ ຮ່ວມມືກັບການຈັດຕັ້ງຂອງ ພັກ-ລັດ, ອໍານາດການປົກຄອງ ແລະ
ຄະນະພັກ-ຄະນະບັນຊາທຸກຂັ້ນທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນໃນການຄົ້ນຄວ້າແກ້ໄຂຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂຶ້ນຢູ່ໃນສັງຄົມ ແລະ ກົມກອງ ໂດຍຜ່ານຂະບວນການຍຸຕິທໍາ
ແຕ່ລະຂັ້ນ ໂດຍພື້ນຖານປິ່ນອ້ອມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ການແກ້ໄຂຂໍ້ຂັດແຍ່ງ ແລະ ດໍາເນີນຄະດີຕາມຂະບວນຍຸການຕິທໍາແມ່ນ
ໜ້າທີ່ຂອງໝົດທຸກຄົນ, ຄອບຄົວ ແລະ ການຈັດຕັ້ງທຸກຂັ້ນ, ເມື່ອມີຄະດີເກີດຂຶ້ນຢູ່ບ່ອນໃດຄະນະພັກ-ຄະນະບັນຊາ, ຂະແໜງການ, ອໍານາດການປົກຄອງບ່ອນນັ້ນຕ້ອງມີ
ຄວາມຮັບຜິດຊອບສຶກສາອົບຮົມ, ໄກ່ເກ່ຍເປັນຕົ້ນຕໍ ເມື່ອເຫຼືອວິໄສບໍ່ສາມາດໄກ່ເກ່ຍໄດ້ຈຶ່ງນໍາ ເຂົ້າສູ່ຂະບວນການຍຸຕິທໍາຕາມຂັ້ນຕອນຂອງກົດໝາຍ.