ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 1 ປັບປຸງການຈັດຕັ້ງກອງພັນ 468

     ໃນວັນທີ 20 ກໍລະກົດ 2018 ນີ້, ກອງພົນທີ 1 ໄດ້ປະກາດແຕ່ງຕັ້ງ ແລະ ຊັບຊ້ອນໜ້າທີ່ຫົວໜ້າການທະຫານກອງພັນ 468 ແລະ ຊ່ວຍວຽກພະ
ແນກການຈໍານວນໜຶ່ງ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານພິທີປະກາດການແຕ່ງຕັ້ງ ໂດຍພັນເອກ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກ, ຫົວໜ້າ
ການທະຫານ ກອງພົນທີ 1, ມີພະແນກການ ທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບກອງພັນ 468 ເຂົ້າຮ່ວມ.


ພັນເອກ ສາຍໃຈ ກົມມະສິດ ເປັນປະທານປັບປຸງການຈັດຕັ້ງ

     ໃນພິທີ ພັນໂທ ພອນທອງ ສຸວັນດີ ຮອງຫົວໜ້າພະແນກພະນັກງານໄດ້ຂຶ້ນອ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການແຕ່ງຕັ້ງຫົວ
ໜ້າການທະຫານກອງພັນ 468 ແລະ ຂໍ້ຕົກລົງຂອງກອງພົນທີ 1 ວ່າດ້ວຍການແຕ່ງຕັ້ງຊ່ວຍວຽກພະແນກແລະຂະແໜງການ ຢູ່ຫົວໜ່ວຍກົມກອງທີ່ຂຶ້ນ
ກັບ ກອງພົນທີ 1 ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ຕົວຈິງໃນສະເພາະໜ້າ ແລະ ຍາວນານຂອງກົມກອງ, ຕາມມາດຖານນາຍທະຫານ
ທີ່ກຳນົດໄວ້ໃນໝວດທີ 2 ມາດຕາທີ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ ແລະ ຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ
ໝວດທີ 4 ມາດຕາ 21 ວ່າດ້ວຍການແຕ່ງຕັ້ງ ແລະ ຊັບຊ້ອນໜ້າທີ່ຂອງນາຍ ແລະ ພົນທະຫານ ແລະ ປະຕິບັດຕາມທິດທາງປັບປຸງ, ບູລະນະການຈັດຕັ້ງ
ນຳພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ໜັກແໜ້ນ, ເຂັ້ມແຂງ, ແທດເໝາະກັບສະພາບການຕົວຈິງ, ກົມໃຫຍ່ການເມືອງກອງທັບ ແລະ ກອງພົນທະຫານ
ຮາບທີ 1 ຕົກລົງແຕ່ງຕັ້ງ ພັນໂທ ບຸນຍົງ ວົງຈັນທາ ເປັນຫົວໜ້າການທະຫານກອງພັນ 468, ພັນໂທ ຄໍາພອນ ບຸນທະມາໄລ ອາດີດຫົວໜ້າການທະຫານ
ກອງພັນ 468 ເປັນຊ່ວຍວຽກພະແນກສູ້ຮົບຫ້ອງເສນາທິການກອງທັບ, ພັນຕີ ວັນແຄງ ໄຊອຸດົມ ອາດີດຫົວໜ້າການເມືອງກອງຮ້ອຍ 4 ກອງພັນ 468
ເປັນຊ່ວຍວຽກພະແນກ ຮາກຖານຫ້ອງການເມືອງກອງທັບ.

     ໃນໂອກາດນີ້, ພັນເອກ ສາຍໃຈ ກົມມະສິດ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພິທີໃນຫຼາຍບັນຫາທີ່ສໍາຄັນ, ເຊິ່ງເນັ້ນໜັກໃຫ້ພະນັກງານທີ່ຖືກແຕ່ງຕັ້ງ
ແລະ ຍົກຍ້າຍໜ້າທີ່ຄັ້ງນີ້ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ເປັນແບບຢ່າງນໍາໜ້າ, ເອົາໃຈໃສ່ຍົກສູງບົດບາດຄວາມສາມັກຄີເປັນປຶກແຜ່ນດ້ວຍການປຶກ
ສາຫາລືດ້ານປະສົບການ ແລະ ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກ ຕ້ອງມີລະບຽບແບບແຜນ;
ມີລະບົບຂັ້ນຕອນ ແລະ ມີການຕິດຕາມກວດກາລະອຽດຈະແຈ້ງ, ເອົາໃຈໃສ່ຊີ້ນໍາ-ນໍາພາລົງໃກ້ຊິດຕິດແທດກັບພະນັກງານ-ນັກຮົບໃນການປະຕິບັດໜ້າທີ່
ຕົວຈິງໄປພ້ອມກັບການສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ພະນັກງານ; ນັກຮົບໃນກົມກອງມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການ
ນໍາພາຂອງພັກຢ່າງເລິກເຊິ່ງ ຮູ້ຈໍາແນກໄດ້ມິດ ແລະ ສັດຕູ. ເພີ່ມທະວີການນໍາພາຂອງພັກອອກແຮງປັບປຸງກໍ່ສ້າງກົມກອງ; ກໍ່ສ້າງກໍາລັງປະກອບອາວຸດໃຫ້ມີ
ຄວາມໜັກແໜ້ນເຂັ້ມແຂງ, ຍູ້ແຮງຂະບວນການຕ່າງໆໃຫ້ມີ ຄວາມຟົດຟື້ນຕິດພັນກັບການສ້າງໜ່ວຍພັກເຂັ້ມແຂງປອດໃສ ໜັກແໜ້ນ, ສ້າງກອງ 3
ປອດ, ກອງວັດທະນະທໍາ-ນັກຮົບວັດທະນໍາທໍາ, ຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເຄື່ອນໄຫວປະຕິບັດ
ໜ້າທີ່ຢ່າງຫ້າວຫັນເພື່ອເສີມຂະຫຍາຍ ແລະ ຮັກສາມູນເຊື້ອອັນດີງາມ ຂອງກົມກອງ, ເພື່ອພ້ອມກັນສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບ
ດ້ານ, ກົມກອງມີຄວາມສະຫງົບປອດໄພ ແລະ ເຕີບໃຫຍ່ຂະຫຍາຍຕົວ.