ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ຈັດພິທີມອບນາມມະຍົດການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

     ໃນວັນທີ 23 ມິຖຸນາ 2021 ນີ້. ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຈັດພິທີມອບນາມມະຍົດການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ປະຈຳປີ 2020 ແລະ ເປີດຂະບວນການແຂ່ງຂັນປະຈຳປີ 2021 ຂອງກົມ ວສ-ປສ ການທະຫານ ຂຶ້ນ ພາຍໃຕ້ການເປັນປະທານ ຂອງສະຫາຍ
ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະໜ່ວຍພັກ ແລະ ພະນັກງານສະມາຊິກພັກພາຍ
ໃນກົມເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ສຸລິຍົງ ໄຊຍະວົງ ເລຂາໜ່ວຍພັກພະແນກການເມືອງ ກົມ ວສ-ປສ ການທະຫານ ໄດ້ຂຶ້ນຜ່ານເອກະສານ ບົດສະຫຼຸບຕີລາ
ຄາການນຳພາປັບປຸງກໍ່ສ້າງໜ່ວຍພັກ, ເອກະສານວ່າດ້ວຍການກຳນົດເນື້ອໃນ, ມາດຖານຂໍ້ແຂ່ງຂັນ ແລະ ຂໍ້ຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ
ວ່າດ້ວຍການຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາກົມກອງທີ່ຂຶ້ນກັບຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການທະ
ຫານ ປະຈຳປີ 2020 ໂດຍໄດ້ຮັບຮອງເອົາເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 8 ໜ່ວຍພັກ ໃນນີ້ມີໜ່ວຍພັກພະແນກວິທະຍາສາດ,
ໜ່ວຍພັກພະແນກປະຫວັດສາດ, ໜ່ວຍພັກພະແນກຂໍ້ມູນ-ຂ່າວສານ, ໜ່ວຍພັກພະແນກການເມືອງ, ໜ່ວຍພັກຫ້ອງການ, ໜ່ວຍພັກພະແນກການເງິນ,
ໜ່ວຍພັກພະແນກບໍລິຫານ ແລະ ໜ່ວຍພັກພະແນກຍຸດທະສາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/06/2021