ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ມອບເງີນ 200,000 ໂດລາໃຫ້ ສສ ຫວຽດນາມ

     ຕອນເຊົ້າຂອງວັນທີ 23 ມິຖຸນາ 2021 ນີ້. ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບວັດຖຸປັດໃຈ ຈໍານວນ 200,000 ໂດລາ ເພື່ອຊ່ວຍເຫຼືອ ສສ
ຫວຽດນາມ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19. ເຊິ່ງເປັນກຽດມອບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນ
ຍະລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກ່າວຮັບໂດຍ ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດສະທູດຫວຽດນາມປະຈໍາລາວ.

     ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່ວາວ່າ: ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດ ໃຫ້ແກ່ ສສ ຫວຽດນາມໃນຄັ້ງນີ້, ເຖິງວ່າ
ເປັນຈໍານວນບໍ່ຫຼາຍ, ແຕ່ມັນກໍ່ເປັນການຊ່ວຍມາຈາກໃຈຈິງຂອງພະນັກງານ-ນັກຮົບທົ່ວກອງທັບ ກໍ່ຄືປະຊາຊົນລາວທັງຊາດ, ເຊິ່ງຫວັງຢ່າງຍິ່ງວ່າທາງການ
ຫວຽດນາມ ຈະນໍາເອົາວັດຖຸປັດໃຈດັ່ງກ່າວນໍາໄປປະສົມປະສານກັນແຜນຫງົບປະມານລວມຂອງລັດຖະບານຫວຽດນາມ ເພື່ອນໍາເຂົ້າໃນການສະກັດກັ້ນ
ພະຍາດ ດັ່ງກ່າວໃຫ້ຫາຍຂາດໄວເທົ່າທີ່ຈະໄວໄດ້.

     ສະຫາຍ ຫງວຽນ ບາ ຮຸ່ງ ເອກອັກຄະລັດສະທູດ ຫວຽດນາມ ປະຈໍາລາວ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງກະຊວງປ້ອງກັນປະເທດ ກໍ່ຄືລັດ
ຖະບານລາວ ທີ່ໃຫ້ການຊ່ວຍເຫຼືອລັດຖະບານ ສສ ຫວຽດນາມ ໂດຍຕະຫຼອດມາ, ນັບທັງການຊ່ວຍເຫຼືອໄພພິບັດ ກໍ່ຄືການສະກັດກັ້ນການແຜ່ລະບາດ
ຂອງເຊື້ອພະຍາດໂຄວິດ-19, ເຊິ່ງລວມທັງການຊ່ວຍເຫຼືອຂອງລັດຖະບານລາວ ແລະ ນັກທຸລະກິດຊາວລາວ.

     ໃນນາມຜູ້ຕ່າງໜ້າລັດຖະບານຫວຽດນາມ ກໍ່ຄືປະຊາຊົນຫວຽດນາມ ຂໍສະແດງຄວາມຂອບໃຈ ຢ່າງຍິ່ງ ໃນການຊ່ວຍເຫຼືອເພື່ອບັນເທົາທຸກ ໃນຄັ້ງນີ້
ແລະ ສັນຍາວ່າຈະນໍາຈໍານວນເງີນດັ່ງກ່າວໄປໃຫ້ເຖິງເຂດທີ່ມີການລະບາດໜັກຂອງປະເທດ ເພື່ອເປັນຫງົບປະມານເສີມ ໃນການສະກັດກັ້ນພະຍາດດັ່ງກ່າວ
ໃຫ້ຫາຍຂາດໂດຍໄວເທົ່າທີ່ໄວໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/06/2021