ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5

     ກອງປະຊຸມໜ່ວຍງານວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5 ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ
( 5th ADMM-Plus HMA EWG) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ພຶດສະພາ 2017 ນີ້, ຢູ່ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າ
ຮ່ວມຂອງ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງ
ສປປ ລາວ ແລະ ການເປັນປະທານຮ່ວມຂອງ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫົວໜ້າໜ່ວຍງານວິຊາການເຈົ້າໜ້າ
ທີ່ອາວຸໂສປ້ອງກັນປະເທດອາຊຽນຂອງ ສປປ ລາວ ແລະ ພັນເອກ ອາບຣາມົບ ແຊັກ ເກ ວັດສິຣິວິດ ຫົວໜ້າເຫຼົ່າຮົບຊ່າງແສງກອງທັບຣັດເຊຍ, ມີບັນ
ດາຄະນະຜູ້ແທນທີ່ມາຈາກ 10 ປະເທດອາຊຽນ ແລະ 8 ປະເທດບວກຄື: ອະເມຣິກາ, ຍີ່ປຸ່ນ, ອິນເດຍ, ສປ ຈີນ, ຣັດເຊຍ, ສ ເກົາຫຼີ, ເນຊູເຊລັງ ແລະ
ອົດສະຕຣາລີ.


ພົນຈັດຕະວາ ຄຳສີ ວົງຄຳຊາວ ເຂົ້າຮ່ວມກອງປະຊຸມໜ່ວຍງານ
ວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5

     ພັນເອກ ໄພວັນ ຈັນທະພົມມາ ໄດ້ກ່າວເປີດກອງປະຊຸມໃຫ້ຮູ້ວ່າ: ກອງປະຊຸມໜ່ວຍງານວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5
ໃນຂອບກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະ ອາຊຽນບວກນີ້ ໄດ້ປຶກສາຫາລືແລກປ່ຽນບົດຮຽນປະສົບການທາງດ້ານການເກັບ
ກູ້ລະເບີດໃຫ້ ມີປະສິດທິພາບ ເພື່ອເສີມສ້າງຂີດຄວາມສາມາດໃນການແກ້ໄຂລະເບີດບໍ່ທັນແຕກ, ທົບທວນຄືນກ່ຽວກັບຜົນໄດ້ຮັບໃນການຈັດຕັ້ງປະຕິ
ບັດບັນດາກອງປະຊຸມໃນຮອບວຽນທີ 1 ແລະ ກິດຈະກຳອື່ນໆທີ່ກ່ຽວຂ້ອງຂອງໜ່ວຍງານວິຊາການເກັບກູ້ລະເບີດເພື່ອມະນຸດສະທຳໄລຍະຜ່ານມາ, ທັງ
ໄດ້ພ້ອມກັນຄົ້ນຄວ້າພິຈາລະນາແຜນ ການ 3 ປີ ໃນການຮ່ວມມືເກັບກູ້ລະເບີດເພື່ອມະນຸດສະທຳແຕ່ປີ 2017-2019.