ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານພົບປະອະດີດນັກສຶກສາກອງທັບປະຊາຊົນລາວ
ທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນ ຫວຽດນາມ

     ງານພົບປະອະດີດນັກສຶກສາກອງທັບປະຊາຊົນລາວ ທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດລະນຶກປີສາມັກຄີມິດຕະ
ພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອສະເຫຼີມສະຫຼອງ 2 ວັນສຳຄັນທາງປະຫວັດສາດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ປີ 2017 ຄື:
ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ (18 ກໍລະກົດ 1977-18 ກໍລະກົດ 2017), ວັນສ້າງຕັ້ງສາຍພົວພັນການ
ທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (ວັນທີ 5 ກັນຍາ 1962-5 ກັນ ຍາ 2017) ຈັດຂຶ້ນຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໃນວັນທີ 19
ພຶດສະພາ 2017 ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ
ຕ້າວ ວັນ ທາຍ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະ ຕະຫຼອດຮອດຄະນະພັກ-ຄະນະບັນຊາ ແລະ ອະດີດນັກສຶກ
ສາກອງທັບປະຊາຊົນລາວທີ່ຮຽນຈົບຈາກໂຮງຮຽນກອງ ທັບປະຊາຊົນຫວຽດນາມເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ສອນທອງ ພົມລາວົງ ເຂົ້າຮ່ວມງານພົບປະອະດີດນັກສຶກສາກອງທັບປະຊາຊົນລາວ
ທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນ ຫວຽດນາມ

     ໃນພິທີ ສະຫາຍ ພັນເອກ ບຸນຊູ ດວງຄຳມີ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ກໍໄດ້ມີຄຳເຫັນກ່າວຕ້ອນຮັບຜູ້ແທນກອງ
ປະຊຸມ. ຈາກນັ້ນສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ໄດ້ມີຄຳເຫັນຕໍ່ພິທີອັນມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ວ່າ: ງານພົບປະອະດີດນັກສຶກ
ສານາຍທະຫານທີ່ເຄີຍຮຽນຢູ່ ສສ ຫວຽດນາມ ແມ່ນກິດຈະກຳໜຶ່ງທີ່ຈັດຂຶ້ນເພື່ອເຮັດໃຫ້ “ຜູ້ໄດ້ກິນເຂົ້າບໍ່ລືມຄຸນນາ”, “ໄດ້ກິນປາບໍ່ລືມຄຸນນໍ້າ” ເຊິ່ງເປັນ
ການຫວນຄືນຄວາມຊົງຈຳອັນທີ່ບໍ່ມີວັນຫຼົງລືມ ເພື່ອໃຫ້ເຍົາວະຊົນ, ຄົນຮຸ່ນໃໝ່ຮັບຮູ້ຢ່າງເລິກເຊິ່ງ ທັງເພີ່ມພູນຄູນສ້າງມູນເຊື້ອເຫຼົ່ານັ້ນໃຫ້ຈະເລີນງອກ
ງາມຢ່າງບໍ່ຢຸດຢັ້ງ ນັບແຕ່ມື້ມີພັກຄອມມູນິດອິນດູ ຈີນເປັນຕົ້ນມາມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຂອງ 2 ຊາດ ລາວ-ຫວຽດນາມ
ຍິ່ງກ້າວເຂົ້າສູ່ລວງເລິກ ໂດຍແມ່ນປະທານ ໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ
ເປັນຜູ້ປູພື້ນຖານ, ປະຊາຊົນສອງຊາດໄດ້ພ້ອມກັນສືບຕໍ່ບຳລຸງຄູນສ້າງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ສືບທອດເປັນສາຍພົວພັນທີ່ເປັນແບບຢ່າງບໍລິສຸດ
ຜ່ອງໃສ, ສະເໝີຕົ້ນສະເໝີປາຍທີ່ຫາໄດ້ຍາກໃນການພົວພັນສາກົນ. ເປັນປັດໃຈຮັບປະກັນໃຫ້ໄຊຊະນະແຫ່ງພາລະກິດປະຕິວັດຂອງແຕ່ລະປະເທດ ແລະ
ເປັນມໍລະດົກອັນລ້ຳຄ່າຂອງສອງຊາດ. ພະນັກງານ-ນັກຮົບຂອງກອງທັບປະຊາຊົນລາວທີ່ໄດ້ສຶກສາຮຳ່ຮຽນຢູ່ ສສ ຫວຽດນາມ ໃນເມື່ອກ່ອນ, ມາຮອດປັດ
ຈຸບັນມີຫຼາຍສະຫາຍໄດ້ດຳລົງຕຳແໜ່ງ-ໜ້າທີ່ສຳຄັນຢູ່ໃນກອງທັບປະຊາຊົນລາວ ແລະ ກາຍເປັນການນຳຂັ້ນສູງຂອງລາວ ເພາະສະນັ້ນການຈັດງານພົບປະ
ໃນຄັ້ງນີ້ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການໂຄສະນາມູນເຊື້ອຄວາມສາມັກຄີພິເສດ, ຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານທີ່ເປັນ
ມໍລະດົກອັນລ້ຳຄ່າໃຫ້ເຍົາວະຊົນ, ຄົນຮຸ່ນໃໝ່ຮັບຮູ້ຢ່າງເລິກເຊິ່ງ ທັງເພີ່ມພູນຄູນສ້າງມູນເຊື້ອເລົ່ານັ້ນໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.