ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ
ສຳເລັດການຢ້ຽມຢາມມິດຕະພາບ ຣາຊະອານາຈັກໄທ


ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ສໍາເລັດການຢ້ຽມຢາມມິດຕະພາບ ຢູ່ ຣາຊະອານາຈັກໄທ

     ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສໍາເລັດການຢ້ຽມຢາມ ຢູ່ຣາຊະອານາຈັກໄທຢ່າງເປັນທາງການ ໃນລະຫວ່າງວັນທີ 20-22 ພຶດສະພາ 2017 ນີ້, ໃນໄລຍະຢ້ຽມຢາມຢູ່ຣາຊະອານາຈັກໄທຄັ້ງນີ້ ທ່ານ ພົນຕີ ສຸວອນ ເລືອງບຸນມີ ໄດ້ຮັບການ ຕ້ອນ ຮັບຢ່າງສົມກຽດຈາກ ທ່ານ ພົນເອກ ສຸລະພົງ ສຸວັນນະອັດ ຜູ້ບັນຊາການທະຫານສູງສຸດກອງທັບແຫ່ງຣາຊະອານາຈັກໄທ ທີ່ກອງບັນຊາການທະຫານ ສູງສຸດແຫ່ງຣາຊະອານາຈັກໄທ ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ທ່ານ ພົນຕີ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມ ກອງປະຊຸມພົບປະສອງຝ່າຍກັບ ທ່ານ ພົນເອກ ສຸລະພົງ ສຸວັນນະອັດ ພ້ອມຄະນະ ຊຶ່ງການພົບປະສອງຝ່າຍໄດ້ນໍາເອົາຄວາມສະຫງົບສຸກມາສູ່ປະ ຊາຊົນທັງສອງປະເທດນັບມື້ນັບຫຼາຍຂຶ້ນ ພ້ອມກັນນີ້ການພົບປະສອງຝ່າຍຍັງໄດ້ທົບທວນຄືນເຖິງໝາກຜົນແຫ່ງການພົວພັນຮ່ວມມືລະຫວ່າງສອງກອງ
ທັບ ລາວ ແລະ ໄທ ໄລຍະຜ່ານມາ ກໍຄືປັດຈຸບັນ ແມ່ນນັບມື້ດີຂຶ້ນເປັນກ້າວໆ ພ້ອມນີ້ການພົບປະສອງຝ່າຍຍັງເຫັນດີໃຫ້ມີການສືບຕໍ່ຮ່ວມມືແລກປ່ຽນ
ຄະນະຜູ້ແທນຂັ້ນສູງຮ່ວມກັນ ທັງຈັດຕັ້ງການຊຸກຍູ້ໃຫ້ກົນໄກການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ
ໃນທຸກລະດັບໃຫ້ມີການເຄື່ອນໄຫວເພື່ອຮັບປະກັນໃຫ້ບໍລິເວນຊາຍແດນຂອງສອງປະເທດມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂ
ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງຝ່າຍລາວມີຄວາມຍິນດີເຂົ້າຮ່ວມກອງປະຊຸມ
ແລະ ບັນດາກິດຈະກໍາຕ່າງໆທີ່ຝ່າຍໄທເປັນເຈົ້າພາບໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານແນໃສ່ເພີ່ມທະວີສາຍພົວພັນມິດຕະພາບການຮ່ວມ
ມືທີ່ດີລະຫວ່າງສອງກອງທັບ ລາວ-ໄທ. ໂດຍສະເພາະລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານສູງສຸດ ແຫ່ງ
ຣາຊະອານາຈັກໄທໃຫ້ແໜ້ນແຟນຕື່ມອີກ. ໂອກາດດຽວກັນ ທ່ານ ພົນຕີ ສຸວອນ ເລືອງບຸນມີ ແລະ ຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນເອກ ອຸດົມ
ເດດ ສີຕະບຸດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກໄທ, ທ່ານ ພົນເອກ ອຸດົມເດດ ສີຕະບຸດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ
ແລະ ຕີລາຄາສູງຕໍ່ການຢ້ຽມຢາມມິດຕະພາບຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ພ້ອມຄະນະ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງ
ສາຍພົວພັນຮ່ວມມື້ທີ່ດີລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ກໍຄືລະຫວ່າງກອງທັບປະຊາຊົນລາວ ແລະ ກອງ
ທັບແຫ່ງຣາຊະອານາຈັກໄທໃຫ້ນັບມື້ດີຂຶ້ນ.